ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນະຄອນຫຼວງ​ວຽງ​ຈັນ ​ກະກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ “ຊຽງ​ຂວາງ ເກມ”
ເວລາອອກຂ່າວ: 2022-09-16 09:57:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ນະຄອນຫຼວງ​ວຽງ​ຈັນ ຫຼື ນວ ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາ ລື​ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ​ເພື່ອ​ເຂົ້າ​ຮ່ວມ​ໃນ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 11 ທີ່​ແຂວງ ​ຊຽງ​ຂວາງ ຫຼື “ຊຽງ​ຂວາງ ເກມ” ໃນ​ທ້າຍ​ປີ 2022 ນີ້, ເຊິ່ງ​ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກັນຍາ 2022 ທີ່​ສຳນັກງານ​ປົກຄອງ​ນວ, ໂດຍ​ການ​ເປັນ​ປະ ທານ​ຂອງ ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະຄອນ ຫຼວງ​ວຽງ​ຈັນ, ທ່ານ ສົມ​ພອນ ສອນ​ດາລາ ຫົວໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ ນວ ພ້ອມ​ດ້ວຍ​ບັນດາ​ປະທານ, ຮອງ​ປະທານ​ສະຫະພັນ​ກິລາ ນວ ແຕ່​ລະ​ປະເພດ ແລະ ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ກອງ​ປະຊຸມ​ໄດ້​ປຶກສາ​ຫາ ລື​ຄົ້ນຄວ້າ ກະກຽມ​ຄວາມ​ພ້ອມ​ ດ້ານຕ່າງໆ​ເປັນຕົ້ນແມ່ນ​ການ​ ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ແຕ່​ ລະ​ພາກສ່ວນ, ການ​ກຳນົດ​ສູນ ເຝິກ​ຊ້ອມ​ນັກ​ກິລາ​ແຕ່​ລະ​ປະເພດ ຢ່າງ​ລະອຽດ​ຈະແຈ້ງ ເພື່ອ​ຄວາມ​ ເປັນ​ເອກະ​ພາບ​ໃນ​ການຈັດຕັ້ງ​ ປະຕິບັດ​ຕົວ​ຈິງ​ໃຫ້​ມີ​ປະສິດທິ ພາບ, ກຽມພ້ອມ​ເຝິກ​ຊ້ອມແຕ່​ ຫົວທີ​ໃຫ້​ນັກ​ກິລາ​ມີ​ຄວາມ​ຄ່ອງ​ ແຄ້ວ ແລະ ຊຳນິຊຳນານ​ ແລະ​ ມີ​ຄວາມ​ພ້ອມ​ຮ້ອຍ​ສ່ວນ​ຮ້ອຍ. ສຳລັບ ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ນະຄອນຫຼວງ​ວຽງ​ຈັນ ຄາດ​ວ່າຈະ​ສົ່ງ​ທຸກ​ປະເພດ​ກິລາ ທີ່​ທາງ​ແຂວງ​ເຈົ້າພາບ​ບັນຈຸ​ແຂ່ງ ຂັນ​ໃນ 25 ປະເພດ​ກິລາ​ຄື: ກິລາ ລອຍນ້ຳ, ຍິງ​ປືນ, ຄາ​ຣາ​ເຕ​ໂດ, ຢູ​ໂດ, ມວຍ​ປ້ຳ, ປັນ​ຈັກ​ສີ​ລັດ, ເທ​ຄວັນ​ໂດ, ໝາກເສິກ, ລົດຖີບ, ເທັນ​ນິດ, ແລ່ນ-ລານ, ໝາກ​ແລ້, ມວຍ​ສາກົນ, ກັອບ, ກະຕໍ້-ກະຕໍ້​ຊິນ​ລອນ, ມວຍ​ລາວ, ບານສົ່ງ​ໃນ​ຮົ່ມ-ບານສົ່ງ​ຫາດ​ຊາຍ, ບານບ້ວງ, ໝາກ​ຂ່າງ, ເປ​ຕັງ, ບານເຕະ​ຍິງ-ຊາຍ, ໜ້າ​ເກັກ, ຍິງ​ທະນູ, ດອກ​ປີກ​ໄກ່ ແລະ ກິລາ​ປິ່ງ​ປ່ອງ. ງານ​ມະ​ຫະ​ກຳ​ກິລາ​ແຫ່ງ ​ຊາດ ຄັ້ງ​ທີ 10 ທີ່​ແຂວງ​ອຸດົມ​ໄຊ ເປັນ​ເຈົ້າພາບ ເມື່ອ​ປີ 2014 ທີມ​ນັກ​ກິລາ​ນະຄອນຫຼວງ​ວຽງ​ຈັນ​ຍາດ​ໄດ້​ອັນ​ດັບ​ທີ 2 ຂອງ​ຕາຕະລາງ​ດ້ວຍ​ຜົນງານ 55 ຫຼຽນ​ຄຳ, 31 ຫຼຽນ​ເງິນ ແລະ 49 ຫຼຽນ​ທອງ ລວມ 135 ຫຼຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ