ສະຫາຍພົນໂທ ສຸວອນ ເລືອງບຸນມີ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມທະຫານຊາຍແດນ
ເວລາອອກຂ່າວ: 2019-02-12 09:28:38 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1735 | ຄວາມນິຍົມ: ![]()
ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມທະຫານ ຊາຍແດນກົມໃຫຍ່ເສນາທິການ ກອງທັບ, ສະຫາຍພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ຫົວໜ້າກົມໃຫຍ່ ເສນາທິການກອງທັບໄດ້ມີຄຳ ເຫັນວ່າ: ຄະນະພັກ-ຄະນະບັນຊາ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ- ນຳພາແນວຄິດ ພະນັກງານສະ ມາຊິກພັກກໍຄືພະນັກງານ-ນັກຮົບ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດມີຄວາມ ຈົງຮັກພັກດີ ສັດຊື່ບໍລິສຸດ, ມີນໍ້າ ໃຈຮັກຊາດຢ່າງດູດດື່ມ, ນຳພາ ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ,ໜັກແໜ້ນ, ຢາກເຮັດ ສຳເລັດເປົ້າໝາຍສູ້ຊົນນັ້ນຕ້ອງ ສືບຕໍ່ປັບປຸງແບບແຜນວິທີເຮັດ ວຽກຕາມຫຼັກການລວມສູນປະ ຊາທິປະໄຕເຮັດວຽກເປັນໝູ່ຄະ ນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ.
ສະຫາຍຍັງໄດ້ກ່າວຕື່ມອີກ ວ່າ: ຄະນະພັກຊຸດໃໝ່ຕ້ອງເປັນ ແບບຢ່າງທີ່ດີ, ມີຄຸນສົມບັດສິນ ທຳປະຕິວັດ ແລະ ມີລະບຽບວິ ໄນເຂັ້ມງວດ, ການດຳລົງຊີວິດ ຕ້ອງປອດໃສຍາມໃດກໍຖືເອົາ ຜົນປະໂຫຍດຂອງລວມໝູ່ສູງ ກວ່າຜົນປະໂຫຍດສ່ວນຕົວນອກ ນັ້ນກໍຊີ້ນຳ-ນຳພາກົມກອງຈັດ ຕັ້ງອົບຮົມຫັດແອບໃຫ້ມີຄວາມ ຊຳນານທາງດ້ານວຽກງານວິ ຊາສະເພາະເອົາໃຈໃສ່ຊີ້ນຳວຽກ ງານການລົງກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະ ບົດເພື່ອເຮັດໃຫ້ເສັ້ນຊາຍແດນ ທີ່ຕິດຈອດກັບບັນດາປະເທດທີ່ ໃກ້ຄຽງມີຄວາມສະຫງົບ ແລະ
ກາຍເປັນຊາຍແດນແຫ່ງສັນຕິ ພາບ, ມິດຕະພາບ ແລະ ການ ຮ່ວມມື ທັງເອື້ອອຳນວຍຄວາມ ສະດວກໃຫ້ປະຊາຊົນມີການ ໄປມາຄ້າຂາຍເພື່ອພັດທະນາ ຊີວິດການເປັນຢູ່ພັດທະນາເສດ ຖະກິດ-ສັງຄົມ ແລະ ວັດທະນະ ທຳຂອງທ້ອງຖິ່ນນັ້ນໆດີຂຶ້ນເທື່ອ ລະກ້າວ.
ບົດລາຍງານການເມືອງຕໍ່ ກອງປະຊຸມໃຫຍ່ໜ່ວຍພັກທີ່ຈັດ ຂຶ້ນໃນ ວັນທີ 8 ກຸມພາ 2019 ນີ້, ສະ ຫາຍພົນຈັດຕະວາ ສີພັນ ພຸດທະ ວົງ ເລຂາໜ່ວຍພັກ ຫົວໜ້າກົມ ທະຫານຊາຍແດນຕີລາຄາຄືນ ການເຄື່ອນໄຫວຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ ຕໍ່ຂົງເຂດ ວຽກງານຕ່າງໆປິ່ນອ້ອມໜ້າທີ່ ການເມືອງຂອງກົມໃນໄລຍະ ຜ່ານມາ ອັນພື້ນຖານຄະນະພັກ ແມ່ນໄດ້ເອົາໃຈໃສ່ຊີ້ນຳວຽກ ງານວິຊາສະເພາະໃນການຊີ້ນຳ- ນຳພາເຮັດໃຫ້ສະພາບບໍລິເວນ ຊາຍແດນມີຄວາມສະຫງົບ, ມີ ຄວາມເປັນລະບຽບຮຽບຮ້ອຍ, ໂດຍກຳນົດເອົາບັນດາຫົວໜ່ວຍ ການຈັດຕັ້ງຂັ້ນພະແນກທະຫານ ຊາຍແດນແຂວງ, ບັນດາກອງ ຮ້ອຍທະຫານຊາຍແດນເປັນຫົວ ໜ່ວຍກຳລັງຕົ້ນຕໍ ເພື່ອຊີ້ນຳເຄື່ອນ ໄຫວກວດກາ, ລາດຕະເວນ, ຕິດ ຕາມກຳແໜ້ນສະພາບເກັບກຳຂໍ້ ມູນຂອງກຸ່ມຄົນບໍ່ຫວັງດີທັງໃນ ແລະ ນອກຊາຍແດນ ຈັດຕັ້ງໂຄ ສະນາສຶກສາອົບຮົມ, ເຜີຍແຜ່ ລະບຽບການຊາຍແດນ, ສະກັດ ກັ້ນ ແລະ ແກ້ໄຂປາກົດການຫຍໍ້ ທໍ້ຕ່າງໆຕາມບໍລິເວນຊາຍແດນ ທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີ, ຄຽງຄູ່ກັນນີ້ກໍໄດ້ເອົາໃຈໃສ່ປັບ ປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງໄດ້ເຮັດ ໃຫ້ໜ່ວຍພັກສາມາດຮັກສາໄດ້ ນາມະຍົດໜ່ວຍພັກເຂັ້ມແຂງ, ປອດໃສ,ໜັກແໜ້ນ 6 ສະໄໝຕິດຕໍ່ ກັນ.
ກອງປະຊຸມຍັງໄດ້ດຳເນີນ ການປ່ອນບັດເລືອກຕັ້ງເອົາຄະ ນະພັກໜ່ວຍພັກຊຸດໃໝ່ໄດ້ຕາມ ຄາດໝາຍ, ກອງປະຊຸມຄັ້ງປະຖົມ ມະລຶກໄດ້ເປັນເອກະສັນເລືອກ ເອົາສະຫາຍພົນຈັດຕະວາ ສີພັນ
ພຸດທະວົງ ເປັນເລຂາໜ່ວຍພັກ, ພັນໂທ ອຸ່ນຄຳ ສີແຫວນວົງສັກ
ເປັນຮອງເລຂາ, ພັນເອກ ດວງ
ມາລາ, ພັນໂທ ສັກສິດ ພິຈິດ
ແລະ ພັນໂທ ອຳພັນ ໄຊຍາສຸບັດ
ເປັນກຳມະການ.
ໂດຍ: ນ. ຈ່ອຍ ເພັດດາວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















