ທະຫານແຂວງຫຼວງພະບາງ ມອບເງິນນະໂຍບາຍ 15% ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2022-09-19 09:56:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 502 | ຄວາມນິຍົມ:
ວັນທີ 12 ກັນຍາ 2022,
ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມອບເງິນນະໂຍບາຍ 15% ໃຫ້ພະນັກງານນັກງານພັກການ ຮັບບຳນານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານ ທີ່ໄດ້ຮັບອະນຸມັດໃຫ້ພັກການ ຮັບບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການ ຮັບບຳນານ, ອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ, ອີງຕາມກົດ ໝາຍ ວ່າດ້ວຍນາຍທະຫານກອງ ທັບປະຊາຊົນລາວ. ໃນນີ້, ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ມີພະນັກງານທີ່ໄດ້ຮັບການອະນຸມັດໃຫ້ພັກການ ຮັບບຳນານຈຳນວນ 7 ສະຫາຍ ແລະ ໄດ້ມອບເງິນນະໂຍບາຍ 15% ຈຳນວນທັງໝົດ 161.730.000 ກີບ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ