ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ເຜີຍແຜ່​ຄຳ​ສັ່ງ​ແນະນຳ ​ວ່າ​ດ້ວຍ​ ການ​ແຈ້ງ​ຊັບ​ສິນ
ເວລາອອກຂ່າວ: 2022-09-19 10:02:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ:



ໃນ​ວັນ​ທີ 8 ກັນຍານີ້, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ​ໄດ້​ຈັດ​ຕັ້ງ​ເຜີຍແຜ່​ດຳລັດ ​ວ່າ​ດ້ວຍ ການ​ແຈ້ງ​ຊັບ​ສິນ ແລະ ລາຍຮັບຂອງ​ພະນັກງານ,​ ໂດຍ​ການ​ເປັນປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ທອງ​ດຳ ພົງ​ສະ​ຫວັດ ຫົວໜ້າ​ກົມປ້ອງ​ກັນ​ພາຍ​ໃນ​ກົມໃຫຍ່ການເມືອງກອງ​​ທັບ, ມີ ສະຫາຍ ພົນ​ຈັດຕະວາ ​ປອ ຄຳ​ໄພ ຟອງ​ດາລາ ຫົວໜ້າການ​ ທະຫານ ໂຮງຮຽນ​ທິດສະດີການ ເມືອງ​ກອງທັບ, ມີຄະນະພັກ-ຄະ ນະອຳນວຍການ, ຄະນະອົງການ, ພະແນກການ, ພ້ອມ​ດ້ວຍພະນັກ ງານ​ເຂົ້າ​ຮ່ວມ. ໂອກາດ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ການ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ​ລວມ ແລະ ຄະນະ​ຮັບຜິດ​ຊອບ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ຂອງ​ພະນັກງານ-ພົນທະຫານ​ໃນ​ທົ່ວ​ກອງທັບ. ການ​ເຜີຍແຜ່​ເອກະສານ​ດັ່ງກ່າວ​ເປັນ​ການ​ປະຕິບັດ​ຕາມ​ບົດ​ແນະ ນຳ​ຂອງ​ກະຊວງ​ປ້ອງກັນ​ປະເທດ ເພື່ອ​ຜັນ​ຂະຫຍາຍ​ດຳລັດ​ຂອງລັດ ຖະບານ ວ່າ​ດ້ວຍການ​ແຈ້ງ​ຊັບ​ສິນ​ໃຫ້​ຖືກຕ້ອງ​ເປັນ​ເອກະພາບ, ມີ​ປະ​ສິດທິ​ຜົນ ແລະ ທົ່ວ​ເຖິງທຸກ​ ເປົ້າ​ໝາຍ​ຕາມ​ທີ່​ໄດ້​ກຳນົດໄວ້, ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ຄະນະພັກ- ຄະນະ​ບັນຊາ ແລະ ຄະນະກວດ ກາ​ແຕ່​ລະ​ຂັ້ນ​ໃນ​ການຈັດຕັ້ງປະ ຕິບັດ​ລະອຽດ​ກ່ຽວ​ກັບ​ການແຈ້ງ​ ຊັບ​ສິນ ແລະ ລາຍ​ຮັບ​ຂອງ​ພະນັກ ງານ-ພົນທະຫານໃນ​ກອງທັບໄດ້​ຮັບ​ຮູ້​ເຂົ້າໃຈ, ມີຄວາມເປັນ​ເອກະ​ພາບ ແລະ ເປັນ​ເຈົ້າ​ການຈັດຕັ້ງ ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ແນໃສ່​ເຮັດ​ໃຫ້ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ດຳເນີນ​ຢ່າງ ຖືກຕ້ອງ, ຈະແຈ້ງ, ຄົບ​ຖ້ວນແລະ ທັນ​ຕາມ​ເວລາ​ທີ່​ກຳນົດ​ໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ