ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບ​ໂຄງການ​ກໍ່ສ້າງ​ຫໍ​ມູນເຊື້ອ-ອະ​ນຸ​ສາ​ວະລີ​ ນັກຮົບ​ນິລະນາມ​ເມືອງ​ໃໝ່​ວິລະ​ຊົນ​ແຂວງ​ຜົ້ງ​ສາລີ
ເວລາອອກຂ່າວ: 2022-09-20 08:44:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ວັນ​ທີ 13 ກັນຍາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ກັບ​ບໍລິສັດ​ແກ້ວ​ມະນີ​ສຳ​ຫຼວດ-ອອກ​ແບບ​ບ້ານ ແລະ ສວນ​ຈຳກັດ​ຜູ້​ດຽວ ໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ຊົ່ວຄາວ​ໂຄງການ​ກໍ່ສ້າງ​ຫໍ​ມູນເຊື້ອ-ອະ​ນຸ​ສາ​ວະລີ​ນັກຮົບ​ນິລະນາມ​ເມືອງ​ໃໝ່​ວິລະ​ຊົນ​ແຂວງ​ຜົ້ງ​ສາລີ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ທິດ​ແກ້ວ ພົມ​ປັນຍາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ປະທານ​ບໍລິສັດ​ແກ້ວ​ມະນີ​ສຳ​ຫຼວດ-ອອກ​ແບບ​ບ້ານ ແລະ ສວນ​ ຈຳກັດ​ຜູ້​ດຽວ, ມີ​ຜູ້ຕາງໜ້າ​ຈາກ​ກົມ​ກໍ່ສ້າງ-ຄຸ້ມ​ຄອງ​ສັບ​ສິນ ກົມ​ໃຫຍ່​ພະລາທິການ​ກອງທັບ, ກົມ​ ການ​ເງິນ​ກະຊວງ​ປ້ອງ​ກັນ​ປະ ເທດ, ພະນັກງານ​ວິຊາ​ການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໂຄງການ​ກໍ່ສ້າງ​ຫໍ​ມູນເຊື້ອ-ອະ​ນຸ​ສາ​ວະລີ​ນັກຮົບ​ນິລະນາມ ເມືອງ​ໃໝ່​ວິລະ​ຊົນ ແຂວງ​ຜົ້ງ​ສາລີ, ແມ່ນ​ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ແຕ່​ວັນ​ທີ 29 ຕຸລາ 2020 ທີ່​ຜ່ານ​ມາ ເຊິ່ງ​ໃຊ້​ເວລາ​ກໍ່ສ້າງ 2 ປີ, ໃນ​ມູນ​ຄ່າ ທັງ​ໝົດ 4.974.170.000 ກີບ. ມາ​ເຖິງ ວັນ​ທີ 13 ກັນຍາ 2022 ແມ່ນ​ໄດ້​ສຳເລັດ 100%, ໂດຍ​ແມ່ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ເປັນ​ເຈົ້າ​ຂອງ​ໂຄງການ ແລະ ມອບ​ບໍລິສັດ​ແກ້ວ ​ ມະນີ​ສຳ​ຫຼວດ-ອອກ​ແບບບ້ານ ແລະ ສວນ​ຈຳກັດ​ຜູ້​ດຽວ ເປັນ​ຜູ້​ ຮັບ​ເໝົາ​ກໍ່ສ້າງ, ຫຼັງ​ຈາກສຳເລັດ ​ແລ້ວ​ມອບ​ຄືນ​ໃຫ້​ໃຫ້​ເຈົ້າ​ຂອງ​ໂຄງການ​ເປັນ​ຜູ້​ຄຸ້ມ​ຄອງ​ນຳ​ໃຊ້​ຕໍ່​ໄປຈົນ​ກວ່າ​ໝົດ​ອາຍຸ​ຄ້ຳປະກັນ 12 ເດືອນ ແລ້ວ​ກວດຄືນໂຄງ ການ​ດັ່ງກ່າວ ພ້ອມ​ທັງ​ເຮັດ​ບົດ ບັນທຶກ​ຖາວອນ ໃນ​ວັນ​ທີ 13 ກັນຍາ 2023. ໃນ​ຕອນ​ທ້າຍ, ກໍ​ໄດ້​ພ້ອມກັນ​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ຊົ່ວຄາວ​ໂຄງການ​ດັ່ງກ່າວ​ໂດຍ​ຊ້ອງໜ້າ​ຈາກ​ຄະນະ​ກົມ​ກໍ່ສ້າງ-ຄຸ້ມ​ຄອງ​ສັບ​ສິນ ກົມ​ໃຫຍ່​ພະລາທິການ​ກອງທັບ, ກົມ​ການ​ເງິນ ກະຊວງ​ປ້ອງ​ກັນ​ປະເທດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເປັນ​ສັກ​ຂີພະຍານ​ອີກ​ດ້ວຍ. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ