ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ເປີດ​ສົກຮຽນ​ໃໝ່ 2022-2023 ພ້ອມ​ປ່ຽນ​ຊື່​ເອີ້ນ​ຂອງ​ວິທະຍາຄານ​ໃໝ່
ເວລາອອກຂ່າວ: 2022-09-20 08:45:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ວັນ​ທີ 15 ກັນຍາ 2022 ນີ້, ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ໄດ້​ຈັດ​ຕັ້ງ​ເປີດ​ສົກຮຽນ ໃໝ່ 2022-2023 ໃຫ້​ ນັກຮຽນ​ທຸກ​ລະບົບ ພ້ອມທັງປະ ກາດ​ຊື່​ເອີ້ນ​ວິທະຍາຄານ​ເປັນ​ຊື່​ໃໝ່, ໂດຍ​ການ​ເຂົ້າ​ຮ່ວມເປັນ​ ປະທານ​ຂອງ ​ສະຫາຍ ພົນຈັດ ຕະວາ ວັນ​ທອງ ບຸດ​ຕະ​ວົງ ຮອງ​ ຫົວໜ້າ​ກົມ​ໃຫຍ່​ເສນາທິການ ​ກອງທັບ ມີ​ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນເທດ, ມີ​ອົງ ການ​ປົກຄອງ​ທ້ອງຖິ່ນ, ຄະນະ​ພັກ-ຄະນະ​ອຳນວຍ​ການ, ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ແລະ ນັກຮຽນ-ນັກ​ສຶກ​ສາ​ທົ່ວ​ວິທະຍາ ສະຫາຍ​ ພັນ​ໂທ ຄຳ​ໄຊ ອ່ອນ​ ມົນ​ແສງ ຫົວໜ້າ​ຫ້ອງ​ການເມືອງ ກໍ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ ສະບັບ​ເລກ​ທີ 596/​ກປທ ລົງ​ວັນ​ທີ 9/9/2022 ວ່າ​ດ້ວຍ​ການ​ປ່ຽນ​ຊື່​ເອີ້ນ​ຂອງ​ວິທະຍາຄານກົມ​ມະ​ດຳ ມາ​ເປັນ​ວິທະຍາຄານນາຍ​ທະຫານ​ບົກກົມ​ມະ​ດຳ ແລະ ຜ່ານ​ຂໍ້​ຕົກລົງ​ຂອງ ວ່າ​ດ້ວຍ​ການ​ອະນຸ ມັດ​ໃນ​ການ​ເປີດ​ສົກຮຽນ​ໃໝ່ 2022-2023 ຂອງ​ວິທະຍາຄານ ນາຍ​ທະຫານ​ບົກກົມ​ດຳ. ຈາກ​ນັ້ນ, ສະຫາຍ​ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະ ຫານ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ກໍ​ໄດ້​ໃຫ້​ກຽດ​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ຄວາມ​ເປັນ​ມາ​ຂອງ​ວິທະຍາຄານ ພ້ອມ​ທັງ​ຜ່ານ​ໂຄງການ​ຫຼັກສູດ​ການ​ຮຽນ-ການ​ສອນໃນ​ສົກຮຽນ​ໃໝ່ 2022-2023. ສຳລັບ​ນັກຮຽນ​ນັກ​ສຶກ ສາແມ່ນ​ມາ​ຈາກ​ກຳລັງຫຼວງກຳ ລັງ​ທ້ອງຖິ່ນ​ໃນ​ທົ່ວ​ປະເທດ ໂດຍ​ມີ​ຈຳນວນ​ພົນ​ທັງ​ໜົດ 610 ສະ ຫາຍ ມີ 5 ລະບົບ​ຄື: ລະບົບ​ກໍ່ ສ້າງ​ປະລິນຍາ​ຕີ 4 ປີ ຈຳນວນ 220 ສະຫາຍ, ລະບົບ​ບຳລຸງ​ພະ ນັກງານ​ສາຍ​ບັນຊາ-ນຳພາ 6 ເດືອນ ຊັ້ນ​ສູງ ຈຳນວນ 120 ສະ ຫາຍ, ລະບົບ​ກໍ່ສ້າງ​ຄູ​ການ​ທະ ຫານ 1 ປີ ຊັ້ນ​ກາງ ຈຳນວນ 50 ສະຫາຍ, ລະບົບ​ກໍ່ສ້າງ​ເລັ່ງ​ລັດ 1 ປີ ສາຍ​ການ​ທະຫານ ການເມືອງ ຊັ້ນ​ກາງ ຈຳນວນ 80 ສະຫາຍ ແລະ ລະບົບ​ກໍ່ສ້າງ​ນາຍ​ສິບ 5 ເຫຼົ່າ​ຮົບ ວິຊາ​ສະເພາະຊັ້ນ​ຕົ້ນ ຈຳ ນວນ 140 ສະຫາຍ. ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຈັດຕະວາ ວັນ​ທອງ ບຸດ​ຕະ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ ຈົ່ງ​ຖື​ເອົາ​ວຽກ​ງານ ​ສຶກ​ສາ​ອົບຮົມ​ການເມືອງນຳພາ-ແນວ​ຄິດ ໃຫ້​ພະນັກງານ-ນັກ ຮົບ​ເປັນ​ກົກ ພ້ອມ​ທັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຄູ​-ອາຈານ, ຈົ່ງ​ພ້ອມ​ກັນຄົ້ນຄວ້າ​ຊອກ​ຫາ​ຄວາມ​ຮູ້ໃນ​ ຫຼາຍ​ດ້ານ ແລະ ຊອກ​ຮຽນຮູ້​ປະ ສົບ​ການ​ບົດຮຽນ​ອັນ​ໃໝ່ໆ ເພື່ອ​ນຳ​ເຂົ້າ​ສູ່​ການ​ຮຽນ​ການ​ສອນ​ໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ປະ​ສິດທິ​ຜົນ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ນອກຈາກ​ນັ້ນ ບັນດາ​ນັກຮຽນ-ນັກ​ສຶກ​ສາ ຈົ່ງ​ພ້ອມ​ກັນ​ຕັ້ງໜ້າ ຄົ້ນຄວ້າ​ຊອກ​ຮູ້​ຮໍ່າຮຽນນຳ​ບັນ ດາຄູ​-ອາຈານ ແລະ ໃຫ້​ຍົກ​ສູງ​ສະຕິ​ຕໍ່​ການຈັດຕັ້ງປະຕິບັດບັນ ດາ​ຂໍ້​ກຳນົດ​ລະບຽບ​ຂອງ​ກອງ ທັບ 7 ລະບອບ 18 ວຽກ​ຢ່າງ​ເຂັ້ມ​ງວດ ເພື່ອ​ພັດທະນາ​ຕົນ​ເອງ​ໃຫ້​ກາຍເປັນ​ນັກຮຽນ​ດີ​ຮຽນ​ເກັ່ງ ແລະ ມີ​ຄຸນ​ນະ​ພາບ. ຈາກ​ນັ້ນ​, ສະຫາຍ​ກໍ​ໄດ້​ປະ ກາດ​ປ່ຽນ​ຊື່​ເອີ້ນ​ຂອງ​ວິທະຍາ ຄານກົມ​ມະ​ດຳ ມາ​ເປັນ​ວິທະຍາ ຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ພ້ອມ​ທັງ​ປະກາດ​ໄຂ​ສົກຮຽນ​ໃໝ່ 2022-2023 ຂຶ້ນ​ຢ່າງ​ເປັນ​ ທາງ​ການ, ໃນ​ຕອນ​ທ້າຍ ພິທີ​ກໍ​ໄດ້​ຮັບ​ຊົມ​ການ​ເດີນ​ສວນສະໜາມ ຂອງ​ກ້ອນ​ກຳລັງ​ພະນັກງານ-ນັກ ຮຽນ ທົ່ວ​ວິທະຍາຄານ ນາຍ​ທະ ຫານ​ບົກ ກົມ​ມະ​ດຳ. ໂດຍ: ເຟື້ອຍ ສາຍ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ