ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ປະທານ​ປະເທດໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ຊຽງ​ຂວາງ
ເວລາອອກຂ່າວ: 2022-09-20 08:52:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ:



ວັນ​ທີ 16 ກັນຍາ 2022,ສະຫາຍ ບຸນ​ທອງ ຈິດ​ມະນີ ຮອງ​ປະທານ​ປະເທດ ພ້ອມ​ຄະນະ​ໄດ້​ລົງ​ຢ້ຽມຢາມ​ ແລະ​ ເຮັດ​ວຽກ​ຢູ່​ແຂວງ​ຊຽງ​ຂວາງ​ໂດຍ​ໃຫ້ການ​ຕ້ອນຮັບ​ຂອງ ​ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ເຈົ້າແຂວງ ແຂວງ​ຊຽງ​ຂວາງ​ພ້ອມ​ຄະນະ. ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ໄດ້​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ ຕິດ​ພັນ​ກັບ​ການຈັດຕັ້ງ​ຜັນ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ເສດ ຖະກິດ, ການ​ເງິນ​ ແລະ ​ບັນຫາ​ຢາ​ເສບ​ຕິດ​ໃນ​ໄລຍະ​ຜ່ານ​ມາ​ໂດຍ​ສັງເຂບ​ໃຫ້ ​ສະຫາຍ ບຸນ​ທອງ ຈິດ​ມະນີ ໄດ້​ຮັບ​ຊາບ​ແລະ ​ບັນຫາ​ອື່ນໆ ໂດຍ​ສະເພາະ​ແມ່ນ ​ການ​ກະກຽມ​ຄວາມ​ພ້ອມເປັນ ​ເຈົ້າພາບ​ໃນ​ການ​ຈັດ​ງານ​ມະຫະ ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ທີ​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າພາບ​ ແມ່ນ​ມີ​ຄວາມ​ພ້ອມ​ໃນສ່ວນສະ​ ໝາມ​ແຂ່ງຂັນ​ປະເພດ​ກິລາປະ ເພດ​ຕ່າງໆ, ສະ​ຖາ​ທີ່​ພັກເຊົ່າ ​ແລະ​ ສິ່ງ​ອຳນວຍ​ຄວາມສະດວກ ​ຕ່າງໆ ໂອກາດ​ດັ່ງກ່າວ​ນີ້, ສະ ຫາຍຮອງ​ປະທານ​ປະເທດ ໄດ້​ສະແດງ​ຄວາມ​ຊົມເຊີຍ​ທີ່​ການ​ນຳ​ແຂວງ​ ກໍຄື​ຂະແໜງການ​ຕ່າງໆ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້ການ​ນຳ​ແຂວງ​ເອົາໃຈໃສ່​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະ ນາເສດຖະກິດ-ສັງຄົມ ຂອງ​ລັດ, ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ເປັນ​ເຈົ້າ​ການ​ໃນ​ການຈັດຕັ້ງ​ປະ​ຕີ​ບັດ, ແກ້​ໄຂ​ແນວ​ຄິດ​ເອື່ອຍອີງ ​ໃຫ້​ເດັດຂາດ, ແຂ່ງຂັນ​ກັນ​ພັດ ທະນາສ້າງ​ສະຕິ​ເປັນ​ເຈົ້າ, ສືບຕໍ່​ຄົ້ນ​ຄວ້າ​ນຳ​ໃຊ້​ທ່າແຮງ​ບົ່ມຊ້ອນ​ ຂອງ​ແຂວງ ເຂົ້າ​ໃນ​ການ​ພັດທະ ນາ​ເສດຖະກິດ-ສັງ ຄົມ, ແກ້​ໄຂ​ ລຶບລ້າງ​ຄວາມທຸກ​ຍາກ, ເອົາໃຈ ໃສ່​ຈັດ​ຕັ້ງ​ປະຕິບັດ​ສອງວາລະ​ແຫ່ງ​ຊາດ​ເປັນ​ສຳຄັນ, ສູ້​ຊົນ​ປະ ຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຂອງ​ທ້ອງຖິ່ນ​ໃຫ້​ເຂັ້ມແຂງ, ພ້ອມ​ນັ້ນ​ກໍຕ້ອງ​ຖື​ເອົາ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ພື້ນຖານ​ສຳຄັນ. ໂອກາດ ນີ້, ສະຫາຍ ບຸນ​ທອງ ຈິດ​ມະນີ ພ້ອມ​ຄະນະ ຍັງ​ໄດ້​ໄປ​ ຢ້ຽມ​ຊົມ​ແລະ​ກວດກາ​ການ​ກໍ່ ສ້າງ​ພະ​ເຈົ້າ​ອົງ​ຫຼວງ ທີ່​ວັດ​ໄຫ​ຫີນ​ມີ​ໄຊ​ຍະ​ຣາມ, ສະໜາມກິລາ​ແລະ​ ໂຮງງານ​ເຈຍ​ຫີນ​ອ່ອນ​ຂອງ​ບໍລິສັດ​ແຈງ​ຫົງ​ກໍ່ສ້າງ​ຂົວ​ທາງ​ຈຳກັດ ທີ່​ບ້ານ​ນາ​ຫອຍ ເມືອງ​ແປກ ຕື່ມ​ອີກ. ໂດຍ: ບຸນ​ມີ ແສງ​ທຸມ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ