ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວ​ໜຸ່ມ​ນຳ​ໜ້າ​ໃນ​ກອງ​ຮ້ອຍທະຫານ​ຊາຍ​ແດນ 151
ເວລາອອກຂ່າວ: 2022-09-20 09:15:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ເມື່ອ​ເວົ້າ​ເຖິງ​ສະມາຊິກ​ຊາວ​ໜຸ່ມ​ທີ່​ດີເດັ່ນ, ດຸໝັ່ນ​ຂະຫຍັນ​ພຽນ​ໃນ​ການ​ອອກແຮງ​ງານ ແລະ ເປັນ​ເຈົ້າ​ການ​ປະຕິບັດ​ມະຕິ ​ຄຳ​ສັ່ງ, ຂໍ້​ກຳນົດ, ​ກົດ​ລະບຽບ​ຂອງ​ກອງທັບ ແລະ ຫ້າວຫັນ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ ຢູ່​ກອງຮ້ອຍ​ທະ ຫານ​ຊາຍ​ແດນ 151 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໃຜໆ​ກໍ​ຍົກ​ໃຫ້ ສະຫາຍ ສິບ​ເອກ ຄຳ​ເສີຍ ຈັນ​ສະ​ໝອນ ແມ່ນ​ໜຶ່ງ​ໃນ​ສະມາຊິກ​ຊາວ​ໜຸ່ມ​ທີ່​ຢືນ​ຢູ່​ແຖວ​ໜ້າ​ໃນ​ຂະ​ບວນ​ການ​ດັ່ງກ່າວ. ສະຫາຍ ສິບ​ເອກ ຄຳ​ເສີຍ ເປັນ​ລູກ​ຮັກ​ຫຼານ​ແພງ​ຂອງ​ຊາວບ້ານ​ຫ້ວຍ​ຄູນ ເມືອງ​ຊຽງ​ຮ່ອນ ແຂວງ​ໄຊ​ຍະ​ບູ​ລີ, ເມື່ອ​ສະຫາຍ​ຮຽນ​ ຈົບ​ຊັ້ນ​ມັດທະຍົມ​ຕອນ​ປາຍ​ແລ້ວ ສະຫາຍ ກໍ​ໄດ້​ອຳ​ລາ​ພໍ່ແມ່, ອ້າຍ​ເອື້ອຍ​ນ້ອງ​ທີ່​ແສນ​ຮັກ​ຂອງ​ຕົນ​ສະໝັກ​ເຂົ້າ​ສູ່​ຄອບຄົວ​ໃຫຍ່​ຂອງ​ກອງທັບ​ປະຊາຊົນ​ລາວ​ໃນ​ວັນ​ທີ 23 ຕຸລາ 2013 ເຊິ່ງ​ໄດ້​ເຂົ້າ​ສັງກັດ​ຢູ່ ກອງຮ້ອຍ​ທະຫານ​ຊາຍ​ແດນ 151 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ. ຕະຫຼອດ​ໄລຍະ​ເວລາ​ແຫ່ງ​ການ​ດຳລົງ​ຊີວິດ​ໃນ​ກົມ​ກອງ ສະຫາຍ​ໄດ້​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ແລະ ປະກອບສ່ວນ​ເຫື່ອແຮງ​ກຳລັງ​ແຮງ​ກາຍ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ຢ່າງຮອບດ້ານ ບໍ່​ວ່າ​ຈະ​ເປັນ​ຂະ​ບວນ​ການ​ອອກແຮງ​ງານ​ລວມ, ການ​ເພີ່ມ​ພູນ​ຜະລິດຜົນ, ຂະ​ບວນ​ການເຝິກແອບ​ຮ່ຳຮຽນ ແລະ ຂະ​ບວນ​ການ​ດ້ານ​ຕ່າງໆ​ຂອງ​ອົງ​ການຈັດຕັ້ງ​ຊາວ​ໜຸ່ມ ສະຫາຍ​ເຮັດ​ໄດ້​ດີ ແລະ ເປັນ​ບຸກຄົນ​ທີ່​ຫ້າວຫັນ​ກວ່າ​ໝູ່. ສະຫາຍ ສິບ​ເອກ ຄຳ​ເສີຍ ຈັນ​ສະໝອນ ເປັນ​ຄົນ​ອັດ​ຕະ​ຍາ​ໄສ​ດີ ມີ​ຄວາມ​ສາ ມັກຄີ​ຮັກແພງ​ກັບ​ໝູ່​ເພື່ອນ​ພາຍ​ໃນ​ກົມ​ກອງ ແລະ ພາຍ​ນອກ, ເປັນ​ຄົນ​ປະຢັດ​​ບໍ່​ຫຼິ້ນ​ກິນ​ຟຸມ​ເຟືອຍ. ນອກ​ນັ້ນ, ຍັງ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ເປັນຕົ້ນ​ແມ່ນ​ການ​ປະຕິບັດ​ລະບອບລະ ບຽບ​ແບບແຜນ, ຂໍ້​ກຳນົດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ ພ້ອມນັ້ນ ຍັງ​ໄດ້​ນຳ​ໃຊ້​ເວລາ​ວ່າງ​ພາຍຫຼັງ​ເລີກ​ການ​ຕອນ​ແລງ ຫຼື​ ຕອນ​ເຊົ້າ​ຈະ​ເຫັນ​ສະຫາຍ​ກົ້ມໆ​ເງີຍໆ​ຢູ່​ກັບ​ສ່ວນ​ຄົວ ແລະ ສັດ​ລ້ຽງ​ຂອງ​ຕົນ​ເອງ ເຊິ່ງ​ສະແດງ​ອອກ​ໃນ 8 ເດືອນ​ປີ 2022 ນີ້ ສະຫາຍ​ສາມາດ​ປູກ​ພືດ​ຜັກ​ຊະນິດ​ຕ່າງໆ​ເຊັ່ນ: ປູກ​ໝາກ​ເຜັດ ຈຳນວນ 50 ຂຸມ​ເກັບ​ກູ້​ໄດ້ 40 ກິ​ໂລກຣາມ, ຂາຍ​ເຂົ້າ​ເຮືອນຄົວ​ລວມ ເປັນ​ເງິນ 280.000 ກີບ, ປູກ​ຜັກ​ກາດ 30 ໜານ​ເກັບ​ກູ້​ໄດ້ 150 ກິ​ໂລກຣາມ ຂາຍ​ເຂົ້າ​ເຮືອນຄົວ​ລວມ​ເປັນ​ເງິນ 750.000 ກີບ, ລ້ຽງ​ເປັດ-ໄກ່​ຈຳນວນ 50 ກວ່າ​ໂຕ ຂາຍ​ເຂົ້າ​ເຮືອນຄົວ​ລວມ 25 ກິ​ໂລກຣາມ ເປັນ​ເງິນ 1.250.000 ກີບ ແລະ ຂາຍ​ອອກ​ທາງ​ນອກ 20 ກິ​ໂລ​ກຣາມເປັນ​ເງິນ 900.000 ກີບ, ລ້ຽງ​ປາ ຂາຍ​ເຂົ້າ​ເຮືອນຄົວ​ລວມ​ເປັນ​ເງິນ 920.000 ກີບ ແລະ​ຂາຍ​ອອກ​ທາງ​ນອກ​ຈຳນວນ​ໜຶ່ງ, ສັງ​ລວມ​ແລ້ວ​ໃນ 8 ເດືອນ​ຜ່ານ​ມາ​ນີ້ ສະຫາຍ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 4.000.000 ກີບ. ຈາກ​ຜົນງານ​ທີ່​ສະຫາຍ​ສ້າງ ​ມາ​ໄດ້​ນັ້ນ, ການຈັດຕັ້ງ​ກົມ​ກອງ​ຈຶ່ງ​ຍ້ອງຍໍ​ສັນລະເສີນ ແລະ ຍົກ​ໃຫ້ ສະຫາຍ ສິບ​ເອກ ຄຳ​ເສີຍ ຈັນ​ສະໝອນ ເປັນ​ບຸກຄົນ​ດີເດັ່ນ ແລະ ເປັນ​ແບບຢ່າງ​ທີ່​ດີ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ. ໂດຍ: ສົມ​ຈີນ ສິນ​ຕາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ