ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບຸນຊ່ວງເຮືອ​ທ່າ​ວັດ​ຈັນ ປີ​ນີ້​ຈະ​ຈັດ​ຢ່າງ​ຍິ່ງ​ໃຫຍ່
ເວລາອອກຂ່າວ: 2022-09-21 09:18:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ທ່ານ ດວງ​ຕາ ສຸ​ລິ​ວົງ ເຈົ້າ ເມືອງ ເມືອງ​ຈັນທະ​ບູ​ລີ ໃນ​ນາມ​ປະທານ​ຄະນະ​ກຳມະການ​ຈັດ​ງານ​ບຸນ ບຸນ​ອອກ​ພັນ​ສາ​ປະ​ວໍ ລະນາ ແລະ ບຸນຊ່ວງເຮືອ​ປະຈຳ​ປີ 2022 ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 20 ກັນຍາ 2022 ນີ້​ວ່າ: ໃນ​ການ​ກະກຽມ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ ແລະ ບຸນຊ່ວງເຮືອ​ ປະຈຳ​ປີ 2022 ທີ່ທ່າ​ວັດ​ຈັນ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ຈະ​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ແລະ ມີ​ຄວາມ​ເບີກບານ​ມ່ວນຊື່ນ, ເຊິ່ງ​ເປັນ​ງານ​ບຸນ​ປະເພນີ​ປະຈຳ​ຊາດ​ລາວ​ເຮົາ​ທີ່ສືບ​ທອດ​ປະຕິບັດ​ກັນ​ມາ​ເປັນ​ປະຈຳ​ທຸກໆ​ປີ ແລະ ຈັດ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​ທີ່ປວງ​ຊົນ​ລາວ​ທັງ​ຊາດ ພວມ​ອອກແຮງ ແຂ່ງຂັນ ສ້າງ ຜົນງານ ຂໍ່ານັບ ຮັບ ຕ້ອນ ວັນ ປະກາດ ເອກະລາດ ຄົບຮອບ 77 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ. ການ ຈັດ ງານ ບຸນ ອອກ ພັນ ສາ ປະ ວໍລະນາ ແລະ ບຸນຊ່ວງເຮືອ ໃນ ປີ ນີ້ ພວກ ເຮົາ ໄດ້ ມີ ການ ກະ ກຽມ ພື້ນ ທີ່ຈັດ ງານ ບຸນ, ການຂາຍ ສິນຄ້າ ຜະລິດ ຕະ ພັນ ຕ່າງໆ, ກຳ ນົດ ໃຫ້ ຂາຍ ແຕ່ ພາຍ ໃນ ຂອບ ເຂດ ສວນ ເຈົ້າ ອາ ນຸ ວົງ ແລະ ຂອບ ເຂດ ພາຍ ນອກ ຈຳນວນ ໜຶ່ງ, ເຊິ່ງ ລາຍ ລະອຽດ ຂອງ ງານ ບຸນ ພວກ ເຮົາ ໄດ້ ກຳນົດ ດັ່ງນີ້: 1. ຈຸດປະສົງ ຄາດໝາຍ ລວມ: ເພື່ອ ເປັນ ການ ຮັກສາ ແລະ ເສີມ ຂະຫຍາຍ ງານ ບຸນ ປະເພນີ ທີ່ ເຄີຍ ສືບ ທອດ ກັນ ມາ ແຕ່ ບູຮານ ນະ ການ ໃຫ້ ດຳລົງ ຄົງ ຢູ່ ນຳ ຊາວ ລາວ ຕະຫຼອດ ໄປ; ເພື່ອ ເປັນ ການ ສົ່ງເສີມ,ໂຄສະນາ, ວາງສະແດງ ແລະ ຈຳໜ່າຍ ສິນຄ້າ ເພື່ອ ເຮັດ ໃຫ້ ຜະລິດ ຕະ ພັນ ສິນຄ້າ ພາຍ ໃນນັບ ມື້ ເຕີບ ໃຫຍ່ ຂະຫຍາຍຕົວ ຢ່າງ ກວ້າງຂວາງ ແລະ ໄດ້ ມີ ໂອກາດ ເສີມ ຂະຫຍາຍ ທ່າແຮງ ບົ່ມ ຊ້ອນ ຂອງ ສິນຄ້າ ດັ່ງກ່າວ ເພື່ອ ໃຫ້ ປະຊາຊົນ ລາວ ບັນດາເຜົ່າ ທີ່ ມາ ທ່ຽວ ງານ ບຸນ ໄດ້ ຊື້, ໄດ້ ຂາຍ, ໄດ້ ແລກປ່ຽນ ຜະລິດ ຕະ ພັນ ພາຍ ໃນ ແລະ ທັງ ເປັນ ການ ສົ່ງເສີມ ການທ່ອງທ່ຽວ ພາຍ ໃນ ລາວ ທ່ຽວ ລາວ; ເພື່ອ ຮັກສາ ໄດ້ ຄວາມ ສາມັກຄີ ແລະ ສົ່ງເສີມ ການທ່ອງທ່ຽວ ຢູ່ ເມືອງ ຈັນທະ ບູ ລີ ກໍ ຄື ຢູ່ ໃນ ນະຄອນຫຼວງ ວຽງ ຈັນ ໃຫ້ ກວ້າງຂວາງ ແລະ ເປັນ ຂະ ບວນ ຟົດຟື້ນ. 2. ບັນດາ ເນື້ອ ໃນ ແລະ ກິດ ຈະກຳ ການເຄື່ອນໄຫວ ໃນ ງານ ບຸນ ອອກ ພັນ ສາ ປະ ວໍລະນາ ແລະ ບຸນຊ່ວງເຮືອ ປະຈຳ ປີ 2022 ມີ ທັງ ໝົດ 7 ກິດຈະກຳ ຄື: 1) ກິດຈະກຳ ທາງ ດ້ານ ສາສະໜາ ແລະ ຮີດຄອງ ປະເພນີ: 1. ໃນ ຕອນ ເຊົ້າ ວັນ ທີ 5/10/2022; ເວລາ 6:30 ໂມງ, ຕອນ ເຊົ້າ ມີ ການ ຄອບ ໄຄ່ ວ ສະຖານທີ່ ສັກສິດ. 2. ເລີ່ມ ເວລາ 3:00 ໂມງ, ຕອນ ເຊົ້າ ຂອງ ວັນ ທີ 10/10/2022 ເປັນຕົ້ນ ໄປ ຈະ ໄດ້ ມີ ພິທີ ຄື: ເຂດ ວັດ ວາ ອາ ຣາມ: ເວລາ 3:00-4:00 ໂມງ ຕອນ ເຊົ້າ ພຣະ ອາ ຈານ ມີ ພິທີ ສູດ ອອກ ພັນ ສາ ປະ ວໍລະນາ, ເວລາ 7:00 ໂມງ ພິທີ ຕັກບາດ ຖວາຍ ສັງຄະ ທານ ຕາມ ປະເພນີ ລາວ, ເວລາ 19:00-19:40 ໂມງ ມີ ພິທີ ວຽນທຽນ, ໄຫຼເຮືອໄຟ ໂຄກ. ເຂດ ສວນ ເຈົ້າ ອາ ນຸ ວົງ ແລະ ຜາມໄຊ (ທ່າ ວັດ ຈັນ): ເວລາ 20:00 ໂມງ ເປັນຕົ້ນ ໄປ ມີ ການ ຄົບງັນ, ຈູດ ບັ້ງໄຟ ພຸ, ໄຟ ດອກ ແລະ ບັ້ງໄຟ ຕະ ໄລ່, ມີ ການສະແດງ ສິລະ ປະ-ວັນນະຄະດີ ຈາກ ພາກສ່ວນ ໂຮງຮຽນ ຢູ່ ພາຍ ໃນ ເມືອງ ຈັນທະ ບູ ລີ ຈຳນວນ ໜຶ່ງ. ເຂດ ແຄມ ຂອງ ທ່າ ວັດ ຈັນ: ມີ ການ ລອຍກະໂທງ ແລະ ບໍ່ ອາ ນຸ ຍາດ ໃຫ້ ອອກ ໄປ ໄຫຼ ຢູ່ ກາງຂອງ. 2) ກິດຈະກຳ ການ ຊ່ວງ ເຮືອ ໃນ ວັນ ທີ 11/10/2022: ກິດຈະກຳ ການ ແຂ່ງຂັນ ຊ່ວງ ເຮືອ ທີ່ ທ່າ ວັດ ຈັນ ປະຈຳ ປີ 2022 ແມ່ນ ຈະ ຈັດການ ແຂ່ງຂັນ ຢູ່ ທີ່ ທ່າ ວັດ ຈັນ ເມືອງ ຈັນທະ ບູ ລີ ຈະ ໄດ້ ຊ່ວງ ເຮືອ ປະເພນີ ຍິງ, ປະເພນີ ຊາຍ ແລະ ມີ ເຮືອ ປະເພດ ຕ່າງໆ ມາ ລົງທະ ບຽນ ແລ້ວ 38 ລຳ ແຕ່ ກໍລະນີ ມີ ນ້ຳ ໜ້ອຍ ຈະ ໄດ້ ຍ້າຍ ໄປ ແຂ່ງຂັນ ຢູ່ ຕໍ່ໜ້າ ໂຮງແຮມ ແລນ ມາກ. ຖ້າ ມີ ນ້ຳ ໜ້ອຍ ແມ່ນ ຈະ ໄດ້ ຈັດການ ຊ່ວງ ເຮືອ 12 ສີພາຍ ໃນ ວັນ ທີ 10 ຕຸລາ 2022 ຢູ່ ບຸ່ງ ທີ່ ທ່າ ວັດ ຈັນ ເມືອງ ຈັນທະ ບູ ລີ ເພື່ອ ໃຫ້ ຖືກ ຕ້ອງ ຕາມ ຮີດຄອງ ປະເພນີ ໂດຍ ເລີ່ມ ແຕ່ ເວລາ 9:00 ໂມງ ຮອດ ເວລາ 15 ໂມງ ແມ່ນ ສຳເລັດ ການ ແຂ່ງຂັນ. ສຳລັບປະເພດ ຂັນ ລາງວັນ ແລະ ເງິນສົດ ເຮືອ ແຕ່ ລະ ປະເພດ ໄດ້ ກຳນົດ ດັ່ງນີ້: ປະເພດ ເຮືອ 12 ສີພາຍ: ລາງວັນ ທີ 1 ມີ ຂັນ ໂລ 1 ໜ່ວຍ ມູນ ຄ່າ 1.850.000 ກີບ, ເງິນສົດ 10.000.000 ກີບ; ລາງວັນ ທີ 2 ຂັນ ໂລ 1 ໜ່ວຍ ມູນ ຄ່າ 1.850.000 ກີບ, ເງິນສົດ 8.000.000 ກີບ; ລາງວັນ ທີ 3 ຂັນ ໂລ 1 ໜ່ວຍ ມູນ ຄ່າ 1.850.000 ກີບ, ເງິນສົດ 6.000.000 ກີບ ແລະ ລາງວັນ ທີ 4 ເງິນສົດ 4.000.000 ກີບ. ປະເພດ ເຮືອ ປະເພນີ ຍິງ ແລະ ຊາຍ 55 ສີພາຍ: ລາງວັນ ທີ 1: ຂັນເງິນ 1 ກີ ໂລ ມູນ ຄ່າ 19.700.000 ກີບ, ເງິນສົດ 20.000.000 ກີບ; ລາງວັນ ທີ 2 ຂັນເງິນ 0,75 ກຣາມ ມູນຄ່າ 15.250.000 ກີບ, ເງິນສົດ 15.000.000 ກີບ; ລາງວັນ ທີ 3 ຂັນເງິນ 0,5 ກຣາມ ມູນ ຄ່າ 12.000.000 ກີບ, ເງິນສົດ 10.000.000 ກີບ; ລາງວັນ ທີ 4 ເງິນສົດ 6.000.000 ກີບ. ໂດຍ: ຈັນທະ ວົງ ອຸ່ນ ວິໄລ ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ