ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ​ໂຄງການ​ກໍ່ສ້າງ​ນ້ຳ​ສະອາດ​ ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 531
ເວລາອອກຂ່າວ: 2022-09-21 09:50:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ວັນ​ທີ 8 ກັນຍາ ນີ້, ແຂວງ ເທື່ອ​ທຽນ​ເຫວ້ ​ສສ ຫວຽດນາມ ໄດ້​ມອບ-ຮັບໂຄງການ​ກໍ່ສ້າງ​ນ້ຳ​ສະອາດ ໃຫ້​ກອງຮ້ອຍທະຫານ​ຊາຍ​ແດນ 531 ທະຫານ​ແຂວງ​ເຊ​ກອງ, ພາຍຫຼັງ​ທີ່​ດຳເນີນ​ການ​ກໍ່ສ້າງ​ມາ​ແຕ່​ວັນ​ທີ 16 ມິຖຸນາ ໂດຍ​ ສະຫາຍ ຮ່ວ​​າງ​ຫາຍ​ມິງ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫວ້; ສະຫາຍ ຄຳ​ສອນ ກອນ​ເຍີ ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ເຈົ້າແຂວງ ແຂວງ​ເຊ​ກອງ, ຜູ້​ຊີ້​ນຳ​ຂົງເຂດ​ວຽກ ງານວັດທະນະທຳ-ສັງຄົມ ແລະ ການ​ຕ່າງປະເທດ​ຂັ້ນ​ແຂວງ, ມີ​ ສະຫາຍ ພັນ​ໂທ ຄຳ​ເຜືອກ ບຸດ ຕາ​ຈອນ ຮອງ​ຫົວໜ້າ​ຫ້ອງ​ພະ ລາທິການ​ທະຫານ​ແຂວງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ຮ່ວ​​າງ​ຫາຍ​ມິງ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ນ້ຳ​ສະອາດ ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 531 ແມ່ນ​ປະຕິບັດ​ຕາມ​ບົດ​ບັນທຶກ​ການ​ຮ່ວມ​ມື​ກັນ ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ແຂວງ​ເທື່ອ​ທຽນ​ເຫວ້ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ເຊ​ກອງ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 19 ກັນຍາ 2019 ຢູ່​ທີ່​ແຂວງ​ເຊ​ກອງ ໂດຍ​ແມ່ນ​ທຶນ​ຊ່ວຍເຫຼືອ​ລ້າ​ຈາກ ຄະນະ​ພັກ-ອຳນາດ​ການ​ປົກຄອງ​ແຂວງ​ເທື່ອ​ທຽນ​ເຫວ້. ໂຄງການ​ກໍ່ສ້າງ​ນ້ຳ​ສະອາດ​ດັ່ງກ່າວ ລວມ​ມີ 2 ໝວດ​ຄື: ໝວດ​ລະບົບ​ທໍ່​ສົ່ງ-ນໍ້າໃຊ້ ແລະ ໝວດ​ຫ້ອງນໍ້າ ສົມທົບ​ກັບ​ລະບົບ​ອະນາໄມໃນ ​ອ່າງເກັບນ້ຳ. ບັນດາ​ໝວດ​ໂຄງ ການ​ກໍ່ສ້າງແມ່ນ​ຮັບປະກັນຄຸນ ​ນະ​ພາບ ເຊິ່ງ​ໄດ້​ຜ່ານ​ການ​ກວດ ກາ​ຈາກ​ຄະນະ​ຮັບຜິດຊອບ​ທັງ​ສອງຝ່າຍ ລວມ​ມູນ​ຄ່າ​ໃນ​ການ​ກໍ່ສ້າງ​ທັງ​ໝົດ 2 ຕື້​ກວ່າ​ດົງ( ສະ ກຸນ​ເງິນ​ຫວຽດນາມ ) ໂດຍ​ແມ່ນ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ​ເທື່ອ​ທຽນ​ເຫວ້ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ. ໃນ​ໂອກາດ​ນີ້, ສະຫາຍ ຄຳສອນ ກອນ​ເຍີ ໄດ້​ຕາງໜ້າ​ໃຫ້ ຄະນະ​ພັກ-ອຳນາດ​ການ​ປົກ ຄອງ​ແຂວງ​ເຊ​ກອງ ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຊ່ວຍເຫຼືອ​ຢ່າງ​ຈິງ​ໃຈ​ຈາກ​ອຳນາດ​ການ​ປົກຄອງ​ແຂວງ ກໍ​ຄື​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ​ເທື່ອ​ທຽນ​ເຫວ້ ເຮັດ​ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 531 ໃຫ້​ມີ​ນ້ຳ​ໃຊ້​ທີ່​ສະອາດ ແລະ ມີ​ຄວາມ​ສະດວກ​ໃນ​ການ​ດຳລົງ​ຊີວິດທັງ​ ເປັນ​ການ​ຊຸກຍູ້​ໃຫ້​ກຳລັງ​ໃຈອ້າຍ ​ນ້ອງ​ທະຫານ​ເຮັດ​ສຳເລັດ​ໜ້າທີ່​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ລຽບ​ຕາມ​ຊາຍ​ແດນ. ໂດຍ: ທອງ​ມີ ຈັນທະ​ວີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ