
ຊອນເຮືອງມິນ ເປັນນັກເຕະຕົວສຳຮອງ ສະເປີ ຄົນທຳອິດ ລົງມາຍິງແຮັດທຣິກ ໃນພຣີເມ່ຍລີກ
ເວລາອອກຂ່າວ: 2022-09-21 09:53:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 4 | ຄວາມນິຍົມ:
ຊອນເຮືອງມິນ ສູນໜ້າທີມຊາດ ສ ເກົາຫຼີ ສວມບົດບາດພະເອກເປັນ Super Sub ຫຼື ຍອດຕົວສຳຮອງ ລົງມາຍິງແຮັດທຣິກໃຫ້ຕົ້ນສັງກັດ ທັອດແນ່ມ ຮັອດສະເປີ ເປີດສະໜາມ ຊະນະ ເລັສເຕີ ຊິຕີ້ 6-2 ປະຕູ ເກມພຣີເມ່ຍລີກ ນັດທີ 7 ໃນວັນທີ 17 ກັນຍາ ຜ່ານມາ.
ຊອນເຮືອງມິນ ລົງມາແທນ ຣິຊາລີຊອນ ໃນນາທີ 59 ໃນຂະນະທີ່ ສະເປີ ນຳ ເລັສເຕີ 3-2 ປະຕູແລະ ກຳລັງເປີດເກມແລກກັນຢ່າງດຸເດືອດລະທຶກໃຈ ເຊິ່ງ ສະເປີ ເກືອບເສຍປະຕູຕີສະເໝີຫຼາຍຈັງຫວະ ແຕ່ໄດ້ປະຕູສຳຄັນໜີຫ່າງເປັນ 4-2 ປະຕູ, 5-2 ປະຕູ ແລະ 6-2 ປະຕູ ຈາກຊອນເຮືອງມິນ ໃນນາທີ 73, 84, 86 ຊ່ວຍສະເປີ ຊະນະ ເລັສເຕີ ແບບສຸດມັນ 6-2 ປະຕູ.
ຊອນເຮືອງມິນ ອາຍຸ 30 ປີ ສ້າງປະຫວັດສາດເປັນນັກເຕະຕົວສຳຮອງ ສະເປີ ຄົນທຳອິດ ລົງມາຍິງແຮັດທຣິກ ໃນພຣີເມ່ຍລີກ ເຊິ່ງເປັນຜົນງານທີ່ສຳຄັນຫຼາຍ ຕໍ່ການສ້າງຄວາມໝັ້ນໃຈຂອງຫົວໜ້າທີມຊາດ ສ ເກົາຫຼີ ເພາະ 8 ນັດກ່ອນນີ້ ລວມທຸກລາຍການ ຍິງປະຕູບໍ່ໄດ້ເລີຍໃນລະດູການນີ້ ເຊິ່ງແຕກຕ່າງຈາກລະດູການຜ່ານມາ ຊອນເຮືອງມິນ ເປັນດາວຍິງສູງສຸດຂອງ ພຣີເມ່ຍລີກ ຮ່ວມກັບ ໂມຮາເໝັດ ຊາລາ ຂອງລີເວີພູ ລວມ 23 ປະຕູ.
ສະເປີ ຊະນະ ເລັສເຕີ 4 ນັດລວດ ຫຍັບຂຶ້ນມາຢູ່ອັນດັບທີ 2 ມີ 17 ຄະແນນຈາກ 7 ນັດ ເທົ່າກັບ ແມນຊິຕີ້ ແຊ້ມເກົ່າ ແຕ່ປະຕູໄດ້ເສຍ ສະເປີ ໜ້ອຍກວ່າ ແມນຊິຕີ້ 6 ໜ່ວຍ, ຂະນະທີ່ ເລັສເຕີ ເສຍເປັນນັດທີ 6 ຕິດຕໍ່ກັນໃນ ພຣີເມ່ຍລີກ ລະດູການນີ້ ມີພຽງ 1 ຄະແນນຈາກ 7 ນັດ, ນັດຕໍ່ໄປ ສະເປີ ຈະໄປຢາມ ອາເຊນອນ ໃນວັນທີ 1 ຕຸລານີ້ ຫຼັງເກມທີມຊາດ, ສ່ວນ ເລັສເຕີ ຈະເປີດສະໜາມພົບກັບ ນ້ອງໃໝ່ ນັອດຕິ້ງແຮມ ຟໍເຣັດ ວັນທີ 3 ຕຸລາ 2022.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ