ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 3 ມອບ-ຮັບ ໜ້າທີ່ ຫົວໜ້າ​ພະ​ແນກ​ປະ​ກັນ​ສັງຄົມ
ເວລາອອກຂ່າວ: 2022-09-21 10:04:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ວັນ​ທີ 15 ກັນຍາ 2022, ກອງ​ພົນ​ທີ 3 ໄດ້​ມອບ-ຮັບ​ໜ້າ ທີ່ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ ກອງ​ພົນ​ທີ 3 ລະຫວ່າງ ຜູ້​ເກົ່າ ແລະ ຜູ້​ໃໝ່, ໂດຍ​ມີ ສະຫາຍ ພັນ​ໂທ ສີ​ວອນ ວິໄລ​ສັກ ຮອງ​ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ພົນ​ທີ 3, ມີ ຄະນະ​ພັກ-ຄະນະ​ບັນຊາ ພະແນກການ ແລະ ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນິດ​ໃສ ແກ້ວ​ອຸດອນ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ (ຜູ້​ເກົ່າ) ໄດ້​ຜ່ານ​ບົດ​ສະ ຫຼຸບ​ຜ່ານ​ການຈັດຕັ້ງ​ປະຕິບັດ​ ໜ້າທີ່ວຽກ​ງານ​ເປັນຕົ້ນ​ການ ນຳພາ-ຊີ້​ນຳໃນ​ຂົງເຂດ​ວຽກ​ງານ​ປະກັນ​ສັງຄົມ​ໃນ​ທົ່ວ​ກອງ​ພົນ​ທີ 3 ຕະຫຼອດ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ກ່າວ​ມອບ​ໜ້າ ທີ່​ໃຫ້ ສະຫາຍ ພັນ​ໂທ ຄຳ​ພັດ ອິນ​ມາລາ ຫົວໜ້າ​ພະ​ແນກ​ປະ ກັນ​ສັງຄົມ (ຜູ້​ໃໝ່). ສະຫາຍ ພັນ​ໂທ ສີ​ວອນ ວິໄລ​ສັກ ໄດ້​ກ່າວ​ສະແດງ​ຄວາມ​ ຍ້ອງຍໍ​ຊົມເຊີຍ​ຕໍ່ສະຫາຍ​ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ(ຜູ້​ເກົ່າ) ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕະ ຫຼອດ​ໄລຍະ​ຜ່ານ​ມາ, ເຮັດ​ສຳເລັດ ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ ພັກ-ລັດຂັ້ນ​ເທິງ ກໍ​ຄືການຈັດຕັ້ງ​ມອບ​ໝາຍ​ໃຫ້. ພ້ອມ​ທັງ, ຮຽກ ຮ້ອງ​ໃຫ້​ສະຫາຍ​ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ (ຜູ້​ໃໝ່) ໃຫ້ຍົກ ​ສູງ​ນ້ຳໃຈ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ​່ການຈັດຕັ້ງ​ມອບ​ໝາຍ​ໃຫ້, ເພີ່ມ​ທະວີ​ຄວາມ​ສາ ມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ, ເປັນ​ເຈົ້າ​ການ​ໃນ​ການ​ຊີ້​ນຳ, ປະ ຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະ ຊາທິປະໄຕ, ເອ​ກະ​ພາບ​ພາຍ​ໃນ​ ໝູ່​ຄະນະ, ຕັ້ງໜ້າ​ປັບປຸງ​ໃນ​ຂົງ ເຂດ​ວຽກ​ງານ​ປະກັນ​ສັງຄົມ​ໃຫ້​ ມີ​ຄວາມ​ຖືກຕ້ອງ​ໂປ່ງ​ໃສຮັບປະ ກັນ​ທາງ​ດ້ານ​ປະສິດ​ທິ​ພາບ, ອຳ ນວຍ​ຄວາມ​ສະດວກ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງພະ ນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ​ ທັນ​ກັບ​ສະພາບ​ການ​ໜ້າທີ່​ວຽກ​ງານ. ໂດຍ : ພຸດ​ສີດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ