ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ຮາກ​ຖານ ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ບໍ່​ແກ້ວ ມອບ​ບັດ​ແດງ ແລະ ຮັບ​ສະມາຊິກ​ພັກ​ໃໝ່
ເວລາອອກຂ່າວ: 2022-09-21 10:07:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 97 | ຄວາມນິຍົມ:



ໃນ​ວັນ​ທີ 9 ກັນຍາ 2022, ຄະນະ​ພັກ​ຮາກ​ຖານ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ມອບ​ບັດ​ແດງ ແລະ ຮັບ​ສະມາຊິກ​ພັກ​ໃໝ່,ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຈັນ​ເພັງ ໄມ​ທະ​ວົງ ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ ຕະຫຼອດຮອດພະນັກງານ, ສະມາ ຊິກ​ພັກ​ສົມບູນ-ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄອນ​ສະຫວັນ ຫົວໜ້າ​ພະ​ແນກ​ກຳລັງ​ພົນ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ວ່າ​ດ້ວຍ​ການ​ຮັບຮອງ​ອອກ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ ທີ່​ຄົບ​ມາດຖານ ຈຳນວນ 13 ສະ ຫາຍ ແລະ ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ ວ່າ​ດ້ວຍ ການອະນຸມັດ​ຮັບ​ເອົາ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ​ຈຳນວນ 3 ສະຫາຍ ແລະ ເລ່ືອນ​ສະມາຊິກ​ພັກ​ສຳຮອງຂ້ຶນ​ສົມບູນ ​ຈຳນວນ 3 ສະຫາຍ. ໂດຍ : ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ