ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື 3 ຝ່າຍ
ເວລາອອກຂ່າວ: 2022-09-22 09:12:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ໃນວັນ​ທີ 21 ກັນຍາ 2022 ນີ້, ກົມ​ໃຫຍ່ພະລາທິການ​ກອງ ທັບ, ໄດ້​ຈັດ​ພິທີເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ( MOU ) ການ​ຮ່ວມ​ມື 3 ຝ່າຍ ລະຫວ່າງບໍ ລິສັດ​ຮ່ວມ​ທຶນ​ກະສິກຳ​ຄົບ​ວົງ​ຈອນ​ຈຳກັດ, ບໍລິສັດ ຣຸ້ຍ​ຜູ ເຕັກ​ໂນ​ໂລ​ຊີ ຊີວະ​ພາບ​ຈຳກັດ ແລະ ສະ​ຖາ​ບັນນະ​ວັດຕະ​ກຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ສັດ​ໃຫຍ່, ເຊິ່ງ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຈັດຕະວາ ຈັນ​ດີ ສຸ​ລິ​ວົງ​ສັກ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ ຄະ​ນຳ​ກົມ​ຜະລິດ​ກະສິກຳ ກົມ​ໃຫຍ່​ພະລາທິການ​ກອງທັບ, ກົມ​ເສນາ​ພະ​ລາ, ຫ້ອງການ​ກົມ​ໃຫຍ່, ບັນດາ​ປະທານ​ບໍລິສັດ ແລະ ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ການ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ການ​ຮ່ວມ​ມື 3 ຝ່າຍ ໃນ​ຄັ້ງ​ນີ້ ກໍ​ເພື່ອ​ແນໃສ່​ຊຸກຍູ້​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື, ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ, ໂດຍ​ອີງ​ຕາມ ອາ​ນຸ​ສັນຍາ ວ່າ​ດ້ວຍ​ການ​ກັກ​ກັນ ແລະ ສຸ​ຂະ​ອະນາໄມ​ໃນ​ການ​ນຳ​ເຂົ້າ​ຊີ້ນ​ງົວ ຈາກ ​ສປປ ລາວ ເຂົ້າ ​ສູ້ ​ສປ ຈີນ ລະຫວ່າງ ກົມໃຫຍ່​ ພາສີ ແຫ່ງ​ຊາດ ແຫ່ງ ​ສປ ຈີນ ແລະ ກະຊວງ​ກະສິກຳ ແລະ ປ່າ ໄມ້ແຫ່ງ ​ສປປ ລາວ, ທັງ 3 ຝ່າຍ ​ ໄດ້​ເປັນ​ເອກະ​ພາບ​ກັນ​ເຊັນບົດ​ ບັນທຶກ​ຄວາມ​ເຂົ້າໃຈ​ຮ່ວມກັນ, ໂດຍ​ຖື​ເອົາ​ຫຼັກກ​​ານ​ຄວາມ​ສະ ເໝີພາບ, ຮັບ​ຜົນ​ປະໂຫຍດ​ຮ່ວມ​ກັນ ເພື່ອ​​ເເກ້​ໄຂ​ບັນຫາ​ການ​ສົ່ງ​ອອກ​ງົວ​ໄປ​ສູ່ ​ສປ ຈີນ ຈຳນວນ 500.000 ໂຕ, ໃນ​ການ​ພັດທະ ນາ​ລະບົບ​ອຸດສາຫະກຳ​ສົ່ງ​ອອກ​ຊີ້ນ​ງົວ ຂອງ ​ສປປ ລາວ. ສ່ວນ​ເນື້ອ​ໃນ​ຂອງ​ການ​ຮ່ວມ​ມື, ໜ້າທີ່​ຂອງ​ທັງ 3 ຝ່າຍ​ຄື, ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ການ​ປະສົມ​ພັນ​ທຽມ​ປັບປຸງ​ສາຍ​ພັນ, ເຕັກ​ໂນໂລ ​ຊີ​ການ​ລ້ຽງ​ທອມ (ຂຸນ) ເພື່ອ​ລ້ຽງ​ງົວ​ພັນ​ຊີ້ນ​ໃຫ້​ໄດ້​ນ້ຳໜັກ​ຕາມ​ເກນ​ມາດຕະຖານ​ສົ່ງ​ອອກ​ໄປ ​ສປ ຈີນ, ກຳນົດ​ມາດຕະຖານ​ເຕັກນິກ​ສຳລັບ​ການ​ລ້ຽງ​ງົວ​ພັນ​ຊີ້ນ​ໃຫ້​ແຂງແຮງ, ສ້າງຕັ້ງ​ບໍລິສັດ​ພັດທະນາ​ລະບົບ​ກະສິກອນ ເພື່ອ​ຊຸກຍູ້​ວຽກ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃນ ​ສປປ ລາວ, ກຳນົດ​ເຕັກນິກ​ມາດຕະຖານ ແລະ ສົ່ງເສີມ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ສັດ, ສົ່ງເສີມ​ເຕັກນິກ​ການ​ນຳ​ໃຊ້​ຜະລິດ​ຕະ ​ພັນ​ປ້ອງ​ກັນ​ພະຍາດ​ສັດ, ການ ບົ່ງມະຕິ​ພະຍາດ​ສັດ, ເຕັກ​ໂນ​ໂລ​ ຊີ​ດ້ານ​ການ​ປ້ອງ​ກັນ ເພື່ອໃຫ້​ ສອດຄ່ອງ​ຕາມ​ມາດຕະຖານ​ເຕັກນິກ​ການ​ກັກ​ກັນ​ສັດ​ຂອງ​ກົມ​ໃຫຍ່​ພາສີ ແຫ່ງ ​ສປ ຈີນ, ສ້າງ​ມາດຕະຖານ​ເຕັກນິກ​ດ້ານ​ການ​ຂ້າ​ສັດ​ທີ່​ຖືກ​ສຸ​ຂະ​ອະນາໄມ ເພື່ອ​ໃຫ້​ໄດ້​ມາດຕະຖານ​ການ​ສົ່ງ​ອອກ​ຊີ້ນ​ງົວ ແຊ່​ແຂງ ສູ່ ​ສປ ຈີນ ແລະ ຮ່ວມ​ກັນ​ແກ້​ໄຂ​ບັນຫາ​ການ​ສົ່ງ​ອອກ ສູ່ ​ສປ ຈີນ, ລວມ​ທັງ​ເອກະສານ​ອະນຸຍາດ​ນຳ​ເຂົ້າ​ຊີ້ນ​ງົວ​ສົດ ຂອງ ​ສປ ຈີນ, ສ້າງຕັ້ງ​ໂຮງ​ຂ້າ​ສັດ ຢູ​ທີ່ ​ສປປ ລາວ ເພື່ອ ​ ຍົກ​ລະດັບ​ການ​ສົ່ງ​ອອກຊີ້ນງົວ​ແຊ່​ແຂງ ໄປ​ສູ່ ​ສປ ຈີນ, ພ້ອມທັງ​ ຮ່ວມ​ກັນ​ປະຊາສຳພັນ ແລະ ເຝິກ ອົບຮົມ​ເຕັກນິກ​ຍົກ​ລະດັບດ້ານ ​ອຸດສາຫະກຳ​ງົວ​ຊີ້ນ, ສາມາດ​ຮັບປະກັນ​ໄດ້​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ທີ່​ດີ ໃນ​ການ ຈຳໜ່າຍ​ອອກ​ສູ່​ສັງຄົມ​ໃຫ້​ແກ່​ຜູ້​ບໍລິໂພກ​ໃນ​ຊີວິດ​ປະຈຳ​ວັນ, ໃນ​ ພິທີ​ດັ່ງກ່າວ ສະຫາຍ ພົນຈັດຕະ ວາ ຈັນ​ດີ ສຸ​ລິ​ວົງ​ສັກ ກໍ​ໄດ້​ຕາງ ໜ້າ​ໃຫ້​ກົມ​ໃຫຍ່​ພະລາທິການ​ກອງທັບ ຮ່ວມ​ເຊັນ​ບົດ​ບັນທຶກ ເພື່ອເປັນ​ສັກຂີ​ພະຍານ​ໃຫ້​ແກ່​ບັນ ດາ​ບໍລິສັດ​ອີກ​ດ້ວຍ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ