ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ວຽກ​ງານ​ພະລາທິການ​ໃຫ້​ດີ​ຂຶ້ນ
ເວລາອອກຂ່າວ: 2022-09-22 09:25:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວຽກ​ງານ​ພະລາທິການແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ​ຕໍ່​ກັບ​ການ ​ລ້ຽງ​ດູ​ກຳລັງ ເພື່ອ​ຮັບປະກັນ​ທາງ​ ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກ ງານ-ນັກຮົບ. ໃນ​ນີ້, ເວົ້າ​ສະເພາະ​ການ​ສ້າງ​ພະລາທິການ​ກັບ​ທີ​ຢູ່​ພະ​ແນກ​ເສນາ​ທິ​ການ​ ກອງພັນ​ໃຫຍ່ 279 ແມ່ນ​ຮັບປະກັນ​ດີ​ຂຶ້ນ ເປັນຕົ້ນ​ການ​ກິນ​ຢູ່, ເຄື່ອງນຸ່ງ​ຫົ່ມ ແລະ ວັດຖຸ​ເຄື່ອງໃຊ້​ລວມ​ໄປ​ເຖິງ​ການ​ພັດທະນາ​ບຸກ​ຄະລາ​ກອນ ກໍ​ຄື​ການ​ພັດທະນາ​ກົມ​ກອງ​ໃຫ້​ເຂົ້າ ​ສູ່​ລະບົບ​ລະບຽບ, ມີ​ຄວາມ​ເຂັ້ມ ແຂງ ແລະ ແໜ້ນໜາ​ຖາວອນ, ສາ ມາດ​ຮັບປະກັນ​ດ້ານສຸຂະພາບ​ ຂອງ​ພະນັກງານ-ນັກຮົບ ມີ​ພະ​ລາ​ນາ​ໄມສົມບູນ​ແຂງແຮງ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ​ຂອງ​ຕົນ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ສະຫາຍ ພັນ​ໂທ ແອ ທະ​ວັດ​ໄຊ ຮອງ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 279 ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ​ທິດ​ນຳ: ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ຄື​ແຜນການ​ສູ້​ຊົນ​ທີ່​ກອງພັນ​ໃຫຍ່ 279 ວາງ​ອອກ, ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2022 ນີ້, ພະ​ແນກ​ເສນາ​ທິ​ການ​ກອງ ພັນ​ໃຫຍ່ ໄດ້​ເອົາໃຈໃສ່​ຈັດ​ຕັ້ງ ປະຕິບັດ​ຢ່າງ​ຕັ້ງໜ້າ​ຕໍ່​​ວຽກ​ງານ ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ເປັນຕົ້ນ​ແມ່ນ​ສຸມ​ໃສ່​ປູກຝັງ-ລ້ຽງສັດ​ໃຫ້​ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້​ເຊັ່ນ: ແຕ່​ລະ ​ສະຫາຍ​ຕ້ອງ​ສະໜອງ​ພືດ​ຜັກ​ ເຂົ້າ​ເຮືອນຄົວ​ລວມ​ໄດ້ 95-100 ກິ​ໂລ​ກຣາມຕໍ່ຄົນ, ປະເພດ​ຊີ້ນ-ປາ ແຕ່ 10-15 ກິໂລກຣາມ​ຕໍ່ຄົນ ທັງ​ນີ້​, ເພື່ອ​ຫຼຸດຜ່ອນ​ການ​ຈັດ​ຊື້​ຈາກ​ທ້ອງ​ຕະຫຼາດ ເຊິ່ງ​ຜ່ານ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ​ໃນ 6 ເດືອນ​ຜ່ານ​ມາ​ແມ່ນ​ປະຕິບັດ​ໄດ້​ແຕ່ 85-90% ຂອງ​ແຜນການຂອງ​ແຜນການ.ໃນ​ນັ້ນ​, ກົມ​ກອງ​ມີ​ເນື້ອທີ່​ສວນ​ຄົວ​ຖາວອນ 1.500 ແມັດ, ສາມາດ​ເກັບ​ກູ້​ຜັກ​ຊະນິດ​ຕ່າງໆ​ໄດ້ 989 ກິໂລ, ມີ​ຄວາຍ 17 ໂຕ, ງົວ 26 ໂຕ, ໝູ 10 ໂຕ, ລ້ຽງ​ນົກ​ກະທາ​ ຈຳນວນ 600 ໂຕ, ລ້ຽງ​ກົບ 2.500 ໂຕ, ສາ ມາດ​ສະໜອງ​ຊີ້ນ-ປາ ແລະ ພືດ ຜັກ​ເຂົ້າ​ເຮືອນຄົວ​ລວມ​ເປັນ​ເງິນ​ທັງ​ໝົດ 37 ລ້ານ​ກວ່າ​ກີບ. ສັງ​ລວມ​ແລ້ວ ໃນ 6 ເດືອນ​ຕົ້ນ​ປີ​ນີ້ ພະ​ແນກ​ເສນາ​ທິ​ການ ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄັງ​ລວມ​ຈາກ​ການ​ບໍລິການ​ຕ່າງໆ ແລະ ການ​ປູກຝັງ-ລ້ຽງ ສັດ​ໄດ້​ທັງ​ໝົດ 58 ລ້ານ​ກວ່າ​ກີບ. ສະຫາຍ ພັນ​ໂທ ແອ ທະ​ຫວັດ​ໄຊ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຜົນສຳເລັດ​ທີ່​ສ້າງມາ​ໄດ້​ນັ້ນ ຍ້ອນ​ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 279 ເອົາໃຈໃສ່​ໃກ້​ຊິດ​ຕິດ​ແທດ​ ຊີ້​ນຳ​ໃນ​ການ​ເຮັດ​ວຽກ​ງານ​ຮັບ ປະກັນ​ພະລາທິການ​ຮອບດ້ານ ບວກ​ກັບ​ຄວາມ​ເອົາໃຈໃສ່​ຂອງ​ ຄະນະ​ພັກ-ຄະນະ​ບັນຊາ​ ພະ​ແນກ ໄດ້​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ ທັງ​ກຳນົດ​ທິດ​ທາງ​ແຜນການ, ຄາດໝາຍ​ສູ້​ຊົນ​ແຕ່​ລະ​ດ້ານ​ແທດ ເໝາະ​ກັບ​ເງື່ອນໄຂ​ສະພາບ​ແວດ​ລ້ອມ​ທ່າແຮງ​ບົ່ມ​ຊ້ອນ​ຕົວ​ຈິງ​ຂອງ​ກົມ​ກອງ ພ້ອມ​ທັງ​ເປັນ​ເຈົ້າ​ການ​ປຸກລະດົມ​ຊຸກຍູ້​ພະນັກງານ-ນັກຮົບ​ແຕ່​ລະ​ສະຫາຍ​ສ້າງ​ທັດ ສະນະ​ອອກແຮງ​ງານ​ດຸ​ໝັ່ນ​ຂະ ຫຍັນ​ພຽນ ເພີ່ມ​ຄວາມ​ຮັບຜິດ ຊອບ​ຕໍ່​ກັບ​ວຽກ​ງານ​ສ້າງ​ເສດຖະ ກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ອັນ​ກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ອັນ​ໄດ້​ເຮັດ​ໃຫ້​ພະນັກງານ-ນັກຮົບ.​ແຕ່​ລະ​ສະຫາຍ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ ແລະ ເຂົ້າ​ຮ່ວມ​ຂະ​ບວນ​ການ​ດັ່ງກ່າວ​ຢ່າງ​ຕັ້ງໜ້າເຮັດ​ໃຫ້​ວຽກ​ງານ​ສ້າງ​ພະລາທິການ​ກັບ​ທີ​່ບັນລຸ​ໄດ້​ຕາມ​ແຜນການ​ຕົວ​ເລກ​ຄາດໝາຍ​ທີ່​ວາງ​ໄວ້. ສຳລັບ​ທິດ​ທາງ​ແຜນການ​ໃນ 6 ເດືອນ​ທ້າຍ​ປີ​ນີ້, ພະ​ແນກ​ພວກ ​ເຮົາ​ຈະ​ສືບຕໍ່​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ ປູກຝັງ-ລ້ຽງສັດ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ໃຫ້​ ໄດ້​ຫຼາຍ​ກວ່​​າ​ເກົ່າ. ບົນ​ພື້ນຖານ​ສູ້​ ຊົນ​ປັບປຸງ​ຂອດ​ທີ່​ຍັງ​ຫຍຸ້ງຍາກ​ເປັນຕົ້ນ​ແມ່ນດ້ານ​ທຶນຮອນ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປູກຝັງ-ລ້ຽງ ສັດ, ຂະຫຍາຍເນື້ອ ທີ່​ທຳ​ການ​ຜະລິດ, ເນື້ອທີ່​ສຳລັບ​ລ້ຽງສັດ​ໃຫຍ່. ພ້ອມ​ກັນ​ນັ້ນ, ​ໄດ້​ເອົາໃຈໃສ່​ປຸກລະດົມ​ຊຸກຍູ້​ພະນັກງານ-ນັກ ຮົບ ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ດ້ວຍ​ການ​ຍົກ​ສູງ​ນ້ຳໃຈ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ປະຕິບັດ​ໃຫ້​ໄດ້​ຄາດ ໝາຍ​ແຕ່​ລະ​ສະຫາຍ​ຕ້ອງ​ສະ ໜອງ​ຜັກ​ເຂົ້າ​ເຮືອນຄົວ​ລວມ​ໃຫ້​ ໄດ້ 100-120 ກິໂລ​ກຣາມຕໍ່ຄົນ ​ຕໍ່ປີ ແລະ ຊີ້ນ- ປາ ໃຫ້​ໄດ້ 15-20 ກິໂລ​ກຣາມ ຕໍ່ຄົນຕໍ່ປີ ພ້ອມທັງ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ສັດລ້ຽງ​ທີ່​ມີ​ແລ້ວ​ໃຫ້​ເກີດແມ່ແຜ່ລູກ ເຊິ່ງ​ທັງ​ໝົດ​ນີ້ ກໍ​ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ພັດທະ ນາ​ກົມ​ກອງ​ໃຫ້​ນັບ​ມື້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ນ໋ອດ ແສນ​ຈົງ​ຮັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ