ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຮາກຖານຫ້ອງເສນາທິການ ທະຫານແຂວງຄຳມ່ວນ ແລະ ຫ້ອງການບໍລິການໂຮງຮຽນວຽງໄຊ ສຳເລັດກອງປະຊຸມໃຫຍ່
ເວລາອອກຂ່າວ: 2018-11-14 10:21:53 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 352 | ຄວາມນິຍົມ:



ຄະນະພັກຮາກຖານຫ້ອງ ເສນາທິການ ທະຫານແຂວງຄຳ ມ່ວນໄດ້ສຳເລັດກອງປະຊຸມໃຫຍ່ ຂັ້ນຂອງຕົນດ້ວຍຜົນສຳເລັດອັນ ຈົບງາມໃນວັນທີ 8 ພະຈິກ 2018 ນີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງສະຫາຍ ພົນຈັດ ຕະວາ ສົມແຄນ ອັບປະສອນ ຄະນະປະຈຳພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄຳມ່ວນ, ມີຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ພະ ແນກການທີ່ກ່ຽວຂ້ອງ, ແຂກຖືກ ເຊີນຕະຫຼອດຮອດສະມາຊິກພັກ ສົມບູນ ແລະ ສຳຮອງເຂົ້າຮ່ວມ. ໃນວາລະດຳເນີນກອງປະຊຸມ ພັນໂທ ບຸນທັນ ວິໄລຈິດ ຄະນະ ພັກກອງບັນຊາການ, ເລຂາຄະ ນະພັກຮາກຖານຫ້ອງເສນາທິ ການ ທະຫານແຂວງຄຳມ່ວນ, ໄດ້ຂຶ້ນຜ່ານບົດລາຍງານການ ເມືອງທັງສອງພາກເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຜົນງານດ້ານຕັ້ງໜ້າໃນ ການນຳພາຂອງຄະນະພັກຮາກ ຖານ ຫ້ອງເສນາທິການ ທະຫານ ແຂວງໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງປ້ອງກັນປະເທດ ວາງອອກກໍຄື 5 ຫຼັກການ 3 ທິດ ນຳຂອງພັກ, ໂດຍຖືເອົາການສຶກ ສາອົບຮົມການເມືອງ-ນຳພາ ແນວຄິດເປັນກົກ, ເຊິ່ງເຮັດໃຫ້ສະ ມາຊິກພັກ ແລະ ພະນັກງານມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ, ເປັນເຈົ້າ ການປະຕິບັດໜ້າທີ່ວິິຊາສະເພາະ ຂອງຕົນມີຜົນສຳເລັດເປັນຢ່າງດີ. ຈາກນັ້ນ ພັນໂທ ວິໄຊຍະພົນ ອິນທິລາດ ຫົວໜ້າພະແນກຈັດ ຕັ້ງພັກ ກອງບັນຊາການທະຫານ ແຂວງໄດ້ຂຶ້ນຜ່ານມາດຖານ ເງື່ອນໄຂ ແລະ ລາຍຊື່ຜູ້ສະໝັກ ຮັບເລືອກຕັ້ງ ຈຳນວນ 9 ສະຫາຍ, ໃນນັ້ນ ເລືອກເອົາ 7 ສະຫາຍ, ຜ່ານການປ່ອນບັດເລືອກເອົາຄະ ນະພັກຮາກຖານຊຸດໃໝ່ເຊິ່ງກອງ ປະຊຸມໄດ້ເປັນເອກະສັນເລືອກ ເອົາພັນໂທ ບຸນທັນ ວິໄລຈິດ ເປັນ ເລຂາ, ພັນໂທ ສີຄວນ ສຸວັນດີ ເປັນຮອງເລຂາ, ພັນໂທ ບຸນເລີດ ບຸຜາວັນ ເປັນກຳມະການກວດ ກາ ພ້ອມຄະນະ ອີກ 4 ສະຫາຍ. ຕອນທ້າຍກອງປະຊຸມສະຫາຍ ພົນຈັດຕະວາ ສົມແຄນ ອັບປະ ສອນ ໄດ້ກ່າວໂອ້ລົມຕໍ່ກອງປະ ຊຸມເຊິ່ງໄດ້ຮຽກຮ້ອງໃຫ້ຄະນະ ພັກຮາກຖານຊຸດໃໝ່ຈົ່ງເຊີດຊູສະ ຕິເປັນເຈົ້າ ແລະ ເຊີດຊູຄວາມຮັບ ຜິດຊອບຂອງຕົນ, ເພື່ອສືບຕໍ່ຊີ້ ນຳ-ນຳພາກົມກອງກ້າວຂຶ້ນສູ່ຄຸ ນະພາບອັນໃໝ່ ໂດຍຖືເອົາການ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານສະມາ ຊິກພັກ-ນັກຮົບເຊື່ອມຊຶມເຂົ້າໃຈ ແຈ້ງຕໍ່ແນວທາງຂອງພັກ ກົດ ໝາຍຂອງລັດ ຂໍ້ກຳນົດ ກົດລະ ບຽບຂອງກອງທັບ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ ເຮັດ ວຽກເປັນໝູ່ຄະນະ ຄຽງຄູ່ ກັບການສ້າງພັກ-ພະນັກງານ ໂດຍຖືເອົາຄຸນະພາບເປັນກົກ ໄປ ພ້ອມກັບການປັບປຸງກໍ່ສ້າງກົມ ກອງ ແລະ ຮາກຖານໜ່ວຍພັກ ປອດໃດ ເຂັ້ມແຂງ ໜັກແໜ້ນ, ອອກແຮງແຂ່ງຂັນກັນສ້າງຂະ ບວນການສ້າງຜົນງານຂຳ່ນັບ ຮັບຕ້ອນວັນສຳຄັນຕ່າງໆຂອງ ຊາດ ຂອງພັກ, ຕິດພັນກັບຂະ ບວນການສ້າງຜົນງານຕ້ອນຮັບ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີໃຫ້ມີບັນ ຍາກາດຟົດຟື້ນມ່ວນຊື່ນ ແລະ ມີ ຄວາມໝາຍອັນເລິກເຊິ່ງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນທີ 9 ພະຈິກ 2018 ນີ້, ຄະນະ ພັກຮາກຖານຫ້ອງການບໍລິຫານ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກໍໄດ້ເປີດກອງປະຊຸມ ໃຫຍ່ຂັ້ນຂອງຕົນຂຶ້ນ, ພາຍໃຕ້ ການ ເຂົ້າຮ່ວມ ເປັນປະທານຂອງ ພັນເອກອິນ ຫວນ ວໍລະສານ ເລຂາຄະນະພັກ, ຫົວໜ້າການ ທະຫານໂຮງຮຽນ, ໂດຍມີພັນ ໂທ ບຸນເພັງ ໝື່ນນະລາດ ເລຂາ ຄະນະພັກຮາກຖານ, ຫົວໜ້າ ຫ້ອງການບໍລິຫານໂຮງຮຽນໄດ້ ຜ່ານບົດລາຍງານການເມືອງ, ຊີ້ໃຫ້ເຫັນຜົນງານການຳພາໄລ ຍະຜ່ານມາ ແລະ ກອງປະຊຸມ ໄດ້ປ່ອນຄັດເລືອກເອົາຄະນະພັກ ຊຸດໃໝ່ ໂດຍແມ່ນ ສະຫາຍ ພັນ ໂທ ບຸນເພັງ ໝື່ນນະລາດ ຍັງສືບ ຕໍ່ເປັນເລຂາຄະນະພັກຮາກຖານ ຫ້ອງການບໍລິຫານໂຮງຮຽນຕໍ່ ໄປ ແລະ ພັນໂທ ກອງສ່ຽນ ເມືອງໂຄດ ເປັນຮອງເລຂາ. ຕອນທ້າຍ ພັນເອກ ອິນຫວນ ວໍ ລະສານ ໄດ້ເນັ້ນໃຫ້ຄະນະພັກ ຮາກຖານຊຸດໃໝ່ສືບຕໍ່ເອົາໃຈໃສ່ ວຽກງານການນຳພາກົມກອງກໍ ຄືສ້າງຄະນະພັກຮາກຖານ-ໜ່ວຍພັກຫ້ອງການບໍລິຫານໂຮງ ຮຽນໃຫ້ ປອດໃສ ເຂັ້ມແຂງ ໜັກ ແໜ້ນ. ໂດຍ: ແກ້ວອຸດອນ ຖົງບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ