
ປະກາດສ້າງຕັ້ງກອງຮ້ອຍທະຫານຊາຍແດນ 125
ເວລາອອກຂ່າວ: 2022-09-23 09:25:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ວັນທີ 21 ຕຸລາ 2022 ນີ້, ກອງບັນຊາການທະຫານແຂວງບໍແກ້ວ ໄດ້ຈັດພິທີປະກາດສ້າງ ຕັ້ງກອງຮ້ອຍທະຫານຊາຍແດນ 125, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງໆບໍ່ແກ້ວ, ມີສະຫາຍ ພັນເອກ ບຸນມີ ພາມີໄຊ
ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ຄະນະຫ້ອງ, ພະ ແນກການກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ສຸບີນ ສີຫາ
ລາດ ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ດ້ວຍການສ້າງ ຕັ້ງກອງຮ້ອຍທະຫານຊາຍແດນ ໝາຍເລກ 125 ຢູ່ເມືອງປາກທາ ແຂວງ ບໍ່ແກ້ວ, ອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດວ່າດ້ວຍການປັບປຸງກໍ່ສ້າງກຳລັງຂອງກອງທັບດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ ແຕ່ປີ2021-2025,
ອີງຕາມຂໍ້ຕົກລົງຂອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ວ່າດ້ວຍລະບຽບການ, ຂັ້ນຕອນ ແລະ ສິດອະນຸມັດ ກ່ຽວກັບການ ສ້າງຕັ້ງ, ຍຸບຫົວໜ່ວຍການຈັດ ຕັ້ງຂອງກອງທັບ ແລະ ຂໍ້ກຳນົດ ກ່ຽວກັບທີ່ຕັ້ງພາລະບົດບາດ, ຂອບເຂດສິດ, ໜ້າທີ່ ແລະ ການ ເຄື່ອນໄຫວ. ພ້ອມດຽວກັນນັ້ນ, ກໍໄດ້ປະກາດການສ້າງຕັ້ງໜ່ວຍພັກ ແລະ ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ພ້ອມທັງປະກາດໂຄງຮ່າງການຈັດຕັ້ງນຳພາ-ບັນຊາ, ສັບຊ້ອນໜ້າທີ່ຂັ້ນກອງຮ້ອຍ, ໝວດ, ໝູ່ ຕາມພາລະບົດບາດ, ສິດ, ໜ້າທີ່ຂອບເຂດຄວາມຮັບ ຜິດຊອບຂອງກອງຮ້ອຍທະຫານຊາຍແດນ 125 ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ສິງທອນ ອິນທະປັນຍາ ເປັນເລຂາໜ່ວຍພັກ ທັງເປັນຫົວໜ້າການເມືອງ, ສະຫາຍ ພັນຕີ ວົງໄຊ ແກ້ວບຸນມີ ເປັນຮອງເລຂາໜ່ວຍພັກ ທັງເປັນຫົວໜ້າການທະຫານ, ສະຫາຍ ຮ້ອຍເອກ ສົມພອນ ສອນມະນີ ເປັນກຳມະການຄະນະໜ່ວຍພັກ ທັງເປັນຮອງຫົວໜ້າການເມືອງ, ສະຫາຍ ຮ້ອຍເອກ ຄຳເຮືອງ ເປັນຮອງຫົວໜ້າການທະຫານ ແລະ ສະຫາຍ ຮ້ອຍໂທ ສົມອຸລາ ແກ້ວສີນາ ເປັນຮອງຫົວໜ້າກອງຮ້ອຍຊີ້ນຳວຽກງານພະລາທິການ.
ໂອກາດນີ້, ສະຫາຍ ພົນຈັດຕະ
ວາ ສີພັນ ພຸດທະວົງ ໄດ້ມີຄຳເຫັນ
ວ່າ: ການປະກາດສ້າງຕັ້ງ ກອງ ຮ້ອຍທະຫານຊາຍແດນ 125 ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ກໍ ຄື ກຳລັງປະກອບອາວຸດຂັ້ນທ້ອງ
ຖິ່ນຮາກຖານໃນໄລຍະໃໝ່ ເພື່ອປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ສະຫາຍໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງ
ຮ້ອຍດັ່ງກ່າວ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະຂອງຕົນ, ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ເປັນ ປຶກແຜ່ນແໜ້ນໜາ, ການເຄື່ອນ ໄຫວວຽກງານຕ້ອງປະຕິບັດຕາມ
ຫຼັກ ການລວມສູນປະຊາທິປະໄຕ, ເປັນໝູ່ຄະນະ ແລະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຮັດກຸມ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.
ໂດຍ: ສົມໄຊ ສີລາຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ