
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍສະຫະພັນແມ່ຍິງ ໂຮງໝໍທະຫານແຂວງອັດຕະປື
ເວລາອອກຂ່າວ: 2022-09-23 09:36:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:
ໃນວັນທີ 9 ກັນຍາ 2022 ນີ້, ໜ່ວຍແມ່ຍິງໂຮງໝໍທະຫານແຂວງອັດຕະປືໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທອງມະນີ ພົມມະວິຫານ ຫົວໜ້າອຳນວຍການໂຮງໝໍທະຫານແຂວງອັດຕະປື, ມີຄະນະພັກ, ຄະນະພະແນກສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ-ຊາວໜຸ່ມ, ຕະຫຼອດຮອດສະມາຊິກແມ່ຍິງພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ປະທຸມມອນ ສີນາເພັດ ເລຂາໜ່ວຍແມ່ ຍິງ ໂຮງໝໍທະຫານແຂວງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເປັນຕົ້ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 3 ປີຜ່ານມາ, ໜ່ວຍແມ່ຍິງໄດ້ຖືເອົາວຽກງານ ການເມືອງ-ແນວຄິດເປັນບັນຫາສຳຄັນຕິດພັນກັບໜ້າທີ່ວິຊາສະເພາະໄປພ້ອມໆກັບການປັບປຸງການຈັດຕັ້ງແບບ ແຜນວິທີເຮັດວຽກຂອງສະມາຊິກແມ່ຍິງພາຍໃນໜ່ວຍນຳເອົາມະຕິ, ຄຳສັ່ງ, ລະບຽບ, ກົດໝາຍ, ເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ດຳເນີນຊິວິດການເມືອງເປັນລະບົບຕໍ່ເນື່ອງ ເຮັດໃຫ້ໜ່ວຍໄດ້ຮັບຮອງເປັນໜ່ວຍແມ່ຍິງ 3 ດີ ແລະ ສະ ມາຊິກສະຫະພັນແມ່ຍິງ ໄດ້ຮັບໃບຍ້ອງຍໍຂັ້ນກອງບັນຊາການທະຫານແຂວງ 68 ໃບ, ຍ້ອງຍໍຂັ້ນຫ້ອງການເມືອງ 52 ໃບ, ຍ້ອງຍໍຂັ້ນສູນກາງສະຫະພັນແມ່ ຍິງລາວ 50 ໃບ ແລະ ຍ້ອງຍໍຂັ້ນສະຫະພັນແມ່ຍິງແຂວງ 60 ໃບ. ນອກນັ້ນ, ຍັງໄດ້ຊຸກຍູ້ຂະບວນການກໍ່ສ້າງກົມກອງ, ຂະບວນການ 4 ປູກ 4 ລ້ຽງ, ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຕາມທິດຊີ້ນຳຂອງຂັ້ນເທິງ.
ໃນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍແມ່ຍິງຮາກຖານໂຮງໝໍທະຫານແຂວງຊຸດໃໝ່ ຄື: ສະຫາຍ ພັນໂທ ນາງ ປະທຸມມອນ ສີນາເພັດ ເປັນເລຂາໜ່ວຍ, ພັນໂທ ນາງ ຂັນທະວີ ຊາວຫາລາດ ເປັນຮອງເລຂາ, ພັນຕີ ນາງ ຈຳປາທອງ ສັກບົວວົງ ເປັນກຳມະການ, ຮ້ອຍເອກ ນາງ ດາວ ພະສຸກ ພາວີໄຊສຸກ ແລະ ພັນຕີ ນາງ ອິດສະໄໝ ໄຊຍະສິດ ເປັນຄະນະ.
ໂດຍ: ຕິ໋ມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ