ກອງພົນທີ 3 ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງເສນາທິການ
ເວລາອອກຂ່າວ: 2022-09-23 09:43:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:
ໃນວັນທີ 13 ກັນຍາ 2022 ນີ້, ກອງພົນທີ 3 ໄດ້ຈັດພິທີປະ ກາດການແຕ່ງຕັ້ງຮອງຫົວໜ້າ ຫ້ອງເສນາທິການ ແລະ ບາງພະ ແນກການທີ່ຂຶ້ນກັບຫ້ອງການ ເມືອງ ກອງພົນທີ 3, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າ ການເມືອງ ກອງພົນທີ 3, ມີສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ຫົວໜ້າຫ້ອງເສນາທິການ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກ ແຫຼ່ງມາຈາກອົງການ, ກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າຫ້ອງເສນາທິການກອງພົນທີ 3. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສົມດີ ຕີບອິນ ແສງ ກຳມະການຄະນະພັກກອງ ພົນຫົວໜ້າການທະຫານ ກອງພັນໃຫຍ່ 301 ເປັນຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 3, ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳພັດ ອິນມາລາ ຮອງຫົວໜ້າພະແນກ ປະກັນສັງຄົມ ເປັນຫົວໜ້າພະ ແນກປະກັນສັງຄົມ, ສະຫາຍ ພັນໂທ ໄມຫຼ້າ ທະນົງສີ ເປັນຫົວ ໜ້າພະແນກບໍລິຫານ ຫ້ອງການ ເມືອງ, ສະຫາຍ ພັນຕີ ບຸນມີ ແສງພະຈັນ ການເງິນຫ້ອງການບໍລິຫານ ເປັນຮອງຫົວໜ້າພະແນກປະກັນສັງຄົມ. ພ້ອມດຽວກັນນີ້ ຄະນະພັກກອງພົນຍັງໄດ້ບົງຕົວແຕ່ງຕັ້ງຮອງເລຂາຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນ ກັບ ຫ້ອງເສນາທິການ ກອງພົນທີ 3 ຕື່ມອີກ. ໃນນີ້, ຄະນະພັກກອງພົນທີ 3 ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສົມດີ ຕີບອິນແສງ ກຳມະການຄະນະພັກກອງພົນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 3 ເປັນຮອງເລ ຂາຄະນະພັກຮາກຖານຫ້ອງເສ ນາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ຄຳຫຼ້າ ພົມມະລີ ເປັນກຳ ມະການກວດກາໜ່ວຍພັກທີ 4, ສະຫາຍ ພັນຕີ ໄຊພອນ ກຳມະທອງ ເປັນກຳມະການການຄັງ, ແຕ່ງຕັ້ງ ສະຫາຍ ພັນໂທ ພູໂຂງ ໄຊຍະວົງ ເປັນເລຂາໜ່ວຍພັກທີ 1 ຫ້ອງເສນາທິການ, ສະຫາຍ ພັນຕີ ຄຳປານ ວັນນະເສີດ ເປັນຮອງເລຂາໜ່ວຍ, ສະຫາຍ ພັນຕີ ບຸນທອນ ເປັນກຳມະການ-ການຄັ້ງ, ສະຫາຍ ພັນຕີ ອຸດອນ ສີສຸລາດ ເປັນກຳມະການປ້ອງກັນໜ່ວຍພັກທີ 1 ຫ້ອງເສນາທິການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ