
ຢູຟາ ປະກາດຫ້າມ ຣັດເຊຍ ຈາກຢູໂຣ 2024
ເວລາອອກຂ່າວ: 2022-09-23 09:46:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 4 | ຄວາມນິຍົມ:
ສະຫະພັນເຕະບານເອີຣົບ (ຢູຟາ) ອອກມາຢືນຢັນ ທີມຊາດຣັດເຊຍ ຈະຖືກຫ້າມຈາກການແຂ່ງຂັນເຕະບານຊີງແຊັມແຫ່ງຊາດເອີຣົບ 2024 ແລະ ຈະບໍ່ມີ
ຊື່ໃນການຈັບສະຫຼາກແບ່ງສາຍສຳລັບການແຂ່ງຂັນຮອບຄັດເລືອກ ທີ່ເມືອງແຟຣງເຟຣີດ ປະ
ເທດເຢຍລະມັນ ໃນວັນທີ 9 ຕຸລານີ້.
ຢູຟາສັ່ງຫ້າມທີມຊາດ ແລະ ສະໂມສອນຂອງຣັດເຊຍ ຈາກການແຂ່ງຂັນທຸກລາຍການຂອງສະຫະພັນນັບຕັ້ງແຕ່ກອງທັບຣັດເຊຍ ເຂົ້າປະຕິບັດການທາງທະຫານຢູ່ ອູແກຼນ ເມື່ອເດືອນ ກຸມພາ ຜ່ານມາ ແລະ ຍັງສຶບຕໍ່
ສັ່ງຫ້າມຮອດໃນລາຍການຢູໂຣ
2024. ແຕ່ຢ່າງໃດກໍຕາມ ຢູຟາ
ຢືນຢັນວ່າ ເບຣາລຸດຊີ ທີ່ຖືກປະ
ນາມຈາກການໃຫ້ຄວາມຮ່ວມມືກັບຣັດເຊຍ ໃນການເຂົ້າປະຕິບັດ
ການທາງທະຫານກັບອູແກຼນນັ້ນ ຈະມີຊື່ເອົາໄວ້ໃນການຈັບສະ
ຫຼາກແບ່ງສາຍຢູໂຣ 2024 ຮອບຄັດເລືອກ.
ທັງນີ້, ຈາກການຖືກຫ້າມຂອງຣັດເຊຍ ແລະ ຈາກການທີ່ເຢຍລະມັນໄດ້ສິດຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍໂດຍອັດຕະໂນມັດ ໃນຖານະເຈົ້າພາບ ເຮັດໃຫ້ອີກ 53 ຊາດຈະຖືກແບ່ງອອກເປັນ 10 ກຸ່ມໃນຮອບຄັດເລືອກ ໂດຍ 7 ກຸ່ມຈະມີ 5 ທີມ ແລະ ອີກ 3 ກຸ່ມ
ຈະມີ 6 ທີມ
ສຳລັບ ແຊັມ ແລະ ຮອງແຊັມຂອງແຕ່ລະກຸ່ມຈະໄດ້ຜ່ານເຂົ້າໄປຫຼິ້ນໃນຮອບສຸດທ້າຍໂດຍອັດ
ຕະໂນມັດ ສ່ວນອີກ 3 ໂກຕາທີ່
ເຫຼືອຈະຕັດສິນດ້ວຍການຫຼິ້ນຮອບເພລອັອບໃນເດືອນ ມີນາ ປີ 2024.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ