ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເກີດ​ເຫດ ນ້ຳ​ໄຫຼຊຸ​ລົດ​ຮຸນ​ໄດ ເປ​ເພ່ ຢູ່​ເມືອງ​ຫຼາ ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2022-09-23 10:12:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



v ແຫຼ່ງ​ຂ່າວ​ແຂວງ​ອຸດົມ​ໄຊ ໃຫ້​ຮູ້​ວ່າ: ເມືອງ​ຫຼາ ໄດ້​ຮັບ​ຜົນ​ກະ ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ອີກ​ຄັ້ງ ເມື່ອ​ມີ​ຝົນຕົກ​ໜັກ​ຕໍ່​ເນື່ອງ ປະມານ​ເວລາ 07:00 ໂມງ ​ຂອງວັນ​ທີ 20 ກັນຍາ​ນີ້, ໄດ້​ເຮັດ​ໃຫ້​ເສັ້ນທາງ​ຄົມມະນາຄົມ​ຂາດ, ເຊາະ​ເຈື່ອນ ແລະ ດິນ​ຖົມ​ຢູ່​ຫຼາຍ​ຈຸດ ໂດຍ​ສະເພາະ​ແມ່ນ​ເຂດ​ທີ່​ກຳລັງ​ຟື້ນ​ຟູ​ຄືນຈາກ​ເຫດການ ​ນໍ້າຖ້ວມ​ເມື່ອ​ທ້າຍ​ເດືອນສິງຫາ​ຜ່ານ​ມາ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ ໃຫ້​ແກ່​ຊັບສິນ. ຈາກ​ເຫດການ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ລົດ 6 ລໍ້ ຍີ່ຫໍ້ຮຸນ​ໄດ 1 ຄັກ ຖືກ​ນ້ຳ​ພັດ​ໄຫຼ​ໄປ​ຕາມ​ລ້ອງ​ນ້ຳ​ຫຼາ ປະມານ 80 ແມັດ, ເຮັດ​ໃຫ້​ລົດ​ດັ່ງກ່າວ​ເປ່​ເພ​ໜັກ​ສົມຄວນ. ທ່ານ ນາງ ສີ ຢູ່​ບ້ານ​ຊຽງ​ຢືນ ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ ຜູ້​ໄດ້​ຮັບ​ຜົນ​ກະທົບ ເປີດເຜີຍ​ວ່າ: ຕອນ​ເຊົ້າ​ປະມານ​ເວລາ 06:30 ໂມງ ໄດ້​ພາ​ຄອບຄົວ​ມາ​ຢ້ຽມຢາມ ແລະ ກາບ​ໄຫວ້​ສັກກະ​ລະ​ບູຊາ​ພະ​ເຈົ້າ​ສິງ​ຄຳ ໄຊ​ຍາ​ຣາມ, ຂະນະ​ດຽວ​ກັນ​ເກີດ​ມີ​ຝົນຕົກ​ໜັກ ຈາກ​ນັ້ນ ​ໄດ້​ພ້ອມ​ຄອບຄົວ​ກັບ​ມາ​ຮອດ​ຈຸດ​ເກີດ​ເຫດ​ດັ່ງກ່າວ ໄດ້​ມີ​ນ້ຳ​ໄຫຼ​ມາ​ຢ່າງ​ໄວວາ ຈຶ່ງ​ເຮັດ​ໃຫ້​ດິນ​ເຈື່ອນ​ລົງ ເຮັດ​ໃຫ້​ລົດ​ບໍ່​ສາມາດ​ຖອຍ​ກັບ​ໄດ້ ຄອບຄົວ​ຈຶ່ງ​ພາກັນ​ອອກ​ຈາກ​ລົດ​ເພື່ອ​ຊອກ​ວິທີ​ທາງ​ແກ້​ໄຂ​ໂດຍ​ດ່ວນຈຶ່ງ​ບໍ່​ມີ​ຜູ້​ຖືກ​ບາດເຈັບ. ຫຼັງ​ຈາກ​ນັ້ນ​ນ້ຳ​ແຮງ​ຂຶ້ນ​ຈຶ່ງ​ເກີດ​ດິນ​ເຈື່ອນ​ຊຸ​ເອົາ​ລົດ​ໄຫຼໄປ​ກັບ​ນ້ຳ ເຊິ່​ງຕົນ​ເອງ​ຢ້ານ ແລະ ຕົກໃຈ​ຫຼາຍ ໂດຍ​ບໍ່​ຄາດ​ຄິດ​ວ່າ​ຈະ​ພົບ​ເຫດການ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້, ຂໍໃຫ້​ທຸກ​ຄົນ​ມີ​ຄວາມ​ລະມັດລະວັງ. ທ່ານ ນາງ ​ວອນ ເຈົ້າ​ຂອງ​ລົດ ໃຫ້​ຮູ້​ຕືມ​ວ່າ: ລົດ​ດັ່ງກ່າວ​ເປັນ​ລົດ​ທີ່​ຄອບຄົວ​ຂອງ​ນາງ ສີ ໄດ້​ຢືມ​ຈາກ​ຄອບຄົວ​ຂອງ​ຕົນ​ເອງ ຢູ່​ບ້ານ​ດອນ​ໄຊ ເມືອງ​ໄຊ ແຂວງ​ອຸດົມ​ໄຊ ເພື່ອ​ພາ​ຄອບຄົວ​ໄປ​ຢ້ຽມຢາມ ແລະ ກາບ​ໄຫວ້​ພະ​ເຈົ້າ​ສິງ​ຄຳ. ລົດ​ດັ່ງກ່າວ​ແມ່ນ​ໄດ້​ຊື້​ຕໍ່​ມື​ສອງ ແລະ ໄດ້​ຮັບ​ໃຊ້​ຄອບຄົວ ພຽງ​ປະມານ 1 ເດືອນ​ກວ່າ ​ມູນ​ຄ່າ​ຊື້​ລົດ​ 62 ລ້ານ​ກີບ. ຂໍ້​ມູນ: ວົງ​ເດືອນ ຄຳ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ