ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ພັດທະນາ​ຊົນນະບົດແກ້​ໄຂ​ຄວາມທຸກ​ຍາກຕິດ​ພັນ​ກັບ​ການ​ຜະລິດ ​ເປັນ​ສິນຄ້າແມ່ນ​ຈຸດ​ສຸມ​ສຳຄັນ​ຂອງ​ແຂວງ​ເຊ​ກອງ
ເວລາອອກຂ່າວ: 2022-09-23 10:14:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ທ່ານ ເຫຼັກໄຫຼ ສີວິໄລ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ເຊ​ກອງໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນໃນ​ວັນ​ທີ 14 ກັນຍາ ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ພັດທະນາ​ຊົນນະບົດ​ຮອບດ້ານ, ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ທົ່ວ​ປະເທດ (2016-2021) ແລະ ທິດ​ທາງ​ຮອດ​ປີ 2025 ທີ່​ນະຄອນຫຼວງ​ວຽງ​ຈັນ. ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ບັນ ຫາ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ນຳພາ​ສ້າງ​ການຫັນປ່ຽນ ການ​ຜະລິດ​ແບບ​ເລື່ອນລອຍໄປ​ສູ່​ການ​ຜະລິດ​ຄົງ​ທີ່ ຕິດ​ພັນ​ກັບ​ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ປຸງ​ແຕ່ງ. ແຂວງ​ເຊ​ກອງ ຍັງ​ເປັນ​ແຂວງ​ທຸກ​ຍາກ ແລະ ຫຍຸ້ງຍາກ​ຫຼາຍ​ດ້ານ ໂດຍ​ສະ ເພາະ​​ໂຄ່ງ​ລ້າງ​ພື້ນຖານດ້ານ​ ເສດຖະກິດ, ວັດທະນະທຳ-ສັງ ຄົມ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດທະ ນາ​ເທົ່າ​ທີ່​ຄວນ, ເນື້ອທີ່​ສ່ວນ​ຫຼາຍ​​ ແມ່ນ​ເປັນ​ພູ​ດອຍ, ການ​ຕັ້ງ​ຖິ່ນ​ຖານ​ຂອງ​ປະຊາຊົນ​ບາງ​ເຂດ​ເປັນ​ບ້ານ​ນ້ອຍ​ຢູ່​ແບບ​ກະ​ແຈກ​ກະຈາຍ, ຄວາມ​ຮັບ​ຮູ້​ເຂົ້າໃຈຕໍ່​ຂະ​ບວນ​ການ​ຜະລິດ ແລະ ການ​ທຳ​ມາ​ຫາ​ກິນ​ແບບ​ໃໝ່​ຍັງ​ຈຳກັດ, ອັດຕາ​ສ່ວນ​ຄວາມທຸກ​ຍາກ​ເມື່ອ​ ທຽບໃສ່​ຄາດໝາຍ​ລວມ​ຂອງ​ທົ່ວ​ ປະເທດ​ຍັງ​ຢູ່​ໃນ​ລະດັບ​ສູງ. ຕະຫຼອດ​ໄລຍະ​ຜ່ານ​ມາ ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດ​ ຂອງ​ສູນ​ກາງ​ພັກ-ລັດຖະບານ​ບວກ​ກັບ​ຄວາມ​ບຸກ​ບືນ​ເປັນ​ເຈົ້າ​ການ​ຂອງ​ຄະນະ​ພັກ-ອົງການ​ປົກຄອງ​ແຂວງ​ເຊ​ກອງ ແຕ່​ລະ ສະ​ໄໝ ພ້ອມ​ນີ້​ ກໍ​ໄດ້​ຮັບ​ການ ​ສະໜັບສະໜູນ​ຈາກ​ຫຼາຍ​ພາກ ສ່ວນ​ເສດຖະກິດ ແລະ ການສະ ໜັບສະໜູນ​ຂອງ​ປະຊາຊົນບັນ ດາເຜົ່າ ໃນ​ການ​ເປັນ​ເຈົ້າການ ​ເຂົ້າ​ຮ່ວມ​ພັດທະນາ​ ອັນ​ໄດ້ເຮັດ ​ໃຫ້​ແຂວງ​ສາມາດ​ສ້າງ​ໄດ້ຜົນ ສຳເລັດ​ໃນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ (2016-2020), ໂດຍ​ສະເພາະ​ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ ແລະ ພັດທະນາ​ຊົນນະ ບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ. ເຊິ່ງ​ໃນ​ນັ້ນ​ ໄດ້​ຖື​ເອົາ​ແຜນ​ງານ​ພັດທະນາ​ຊົນນະບົດ, ແກ້​ ໄຂ​ຄວາມທຸກ​ຍາກຕິດ​ພັນ​ກັບ​ການ​ຜະລິດ​ເປັນ​ສິນຄ້າ​ເປັນ​ແຜນ​ງານ​ບູລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ແຂວງ. ທ່ານ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ເພື່ອ​ສ້າງ​ການ​ຫັນປ່ຽນ​ທາງ​ດ້ານທັດ ສະນະ ແລະ ຄວາມ​ເຂົ້າໃຈ​ຕໍ່​ ການ​ພັດທະນາ ໂດຍ​ສະເພາະ​ຕໍ່​ການ​ຫັນປ່ຽນ​ອາຊີບ​ຈາກ​ການ​ເຮັດ​ໄຮ່​ແບບ​ເລື່ອນລອຍໄປ​ສູ່​ອາຊີບ​ທີ​່ໝັ້ນຄົງ​ຖາວອນ ເຊິ່ງ​ເປັນ​ປັດ​ໄຈ​ຫຼັກ​ຂອງ​ການ​ແກ້​ໄຂ​ຄວາມທຸກ​ຍາກ ໄປ​ພ້ອມໆ​ກັບ​ການ​ເຝິກ​ອົບຮົມ, ແນະນຳ​ທາງ​ດ້ານ​ວິຊາ​ການ ແລະ ການ​ນຳ ພາ​ປະຊາຊົນ​ເຮັດ​ຕົວ​ຈິງ ຕາມ​ແຕ່​ລະ​ຈຸດ​ສຸມ​ກຸ່ມ​ບ້ານ​ພັດທະ ນາ. ເປັນຕົ້ນ​ໄດ້​ມີ​ການ​ຍົກຍ້າຍ​ຈັດ​ສັນ​ພູມລຳເນົາ​ຈາກ​ບ່ອນ​ເກົ່າໄປ​ຢູ່​ບ່ອນ​ໃໝ່​ທີ່​ມີ​ເງື່ອນໄຂ ​ພັດທະນາ ໂດຍ​ຕິດ​ພັນ​ກັບ​ການ​ຈັດ​ສັນ​ອາຊີບ​ຄົງ​ທີ່ (ເຮັດ​ນາ-ເຮັດ​ສວນ), ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ​ດັ່ງກ່າວ​ນັ້ນ, ສາ ມາດ​ຫັນ​ອາຊີບ​ຂອງ​ປະຊາຊົນ​ຈາກ​ການ​ເຮັດ​ໄຮ່​ແບບ​ເລື່ອນ ລອຍໄປ​ສູ່​ການ​ເຮັດ​ນາ ແລະ ເຮັດ​ສວນ​ປູກ​ກາເຟ​ເປັນ​ສິນຄ້າ ແລະ ການ​ປຸງ​ແຕ່ງ​ທີ່​ໝັ້ນຄົງ​ເພື່ອສ້າງ​ລາຍ​ຮັບ​ໃຫ້​ດີ​ຂຶ້ນ​ເປັນ​ ກ້າວໆ, ເຮັດ​ໃຫ້​ປະຊາຊົນ​ພາຍ​ ໃນ​ແຂວງ​ເຊ​ກອງ​ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ມີ​ຂະ​ບວນ​ການ​ຜະລິດ​ຢ່າງ​ແຂງແຮງ; ອັນ​ພົ້ນ​ເດັ່ນສາມາດ​ຫັນ​ຈາກ​ການ​ເຮັດ​ໄຮ່​ໄປ​ສູ່​ການ​ເຮັດ​ນາ. ໃນ​ປີ 2020 ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 39 ບ້ານ ຫຼຸດ​ລົງ 22 ບ້ານ ກວມ​ ເອົາ 19,9%; ຄອບຄົວ​ທຸກຍາກ ​ຫຼຸດ​ລົງ​ຍັງ​ເຫຼືອ 1.585 ຄອບ ຄົວ ກວມ​ເອົາ 6,24%, ບ້ານ ພັດທະນາ 74 ບ້ານ ກວມ​ເອົາ 37,56% ແລະ ຄອບຄົວ​ພັດທະ ນາ 15.316 ຄອບຄົວ ກວມ​ເອົາ 61,79% (ຂໍ້​ມູນ​ຕາມ​ດຳ ລັດ 309/​ລບ), ຖ້າ​ທຽບໃສ່​ດຳ ລັດ 348/​ນຍ ມີ​ບ້ານ​ທຸກ​ຍາກ 166 ບ້ານ ເທົ່າ​ກັບ 84,26%, ຄອບຄົວ​ທຸກ​ຍາກ 11.889 ຄອບ ຄົວ ເທົ່າ​ກັບ 49,67% ຂອງ​ຄອບ ຄົວ​ທັງ​ໝົດ​ໃນ​ທົ່ວ​ແຂວງ. ສຳລັບ​ວຽກ​ຈຸດ​ສຸມ​ໃນຕໍ່ໜ້າ ຈະສືບຕໍ່​ສຸມ​ໃສ່​ວຽກ​ງານ​ຫັນພະ ນັກງານ​ຫຼັກ​ແຫຼ່ງ ແລະ ພະນັກ ງານ​ວິຊາ​ການ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຈຳນວນ 223 ທ່ານ ຍິງ 18 ທ່ານ; ເປົ້າ​ໝາຍ​ການ​ລົງ​ຮາກ​ຖານ​ໃນ​ຄັ້ງ​ນີ້ ເພື່ອ​ໃຫ້​ແຂວງ​ລົງ​ຊ່ວຍ​ເມືອງ, ເມືອງ​ລົງ​ຊ່ວຍ​ບ້ານ ຕາມ 4 ເນື້ອ​ໃນ 4 ຄາດໝາຍ ແລະ ເພື່ອ​ຮຽນ​ຮູ້​ໃນ​ການ​ແກ້​ໄຂ​ວຽກ​ງານ​ຕົວ​ຈິງ​ຢູ່​ຮາກ​ຖານ ຕິດ​ພັນ​ກັບ​ການ​ຊຸກຍູ້​ວຽກ​ງານ 3 ສ້າງ ແລະ ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ; ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ທາງ​ດ້ານ​ການເມືອງ​ແນວ​ຄິດ​ຢູ່​ຮາກ​ຖານ​ໃຫ້​ເປັນ​ລະ ບົບ​ຕໍ່​ເນື່ອງ; ສຸມ​ໃສ່​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນ​ ດ້ວຍ​ການ​ກໍ່ສ້າງ​ພື້ນຖານ​ ໂຄງ​ລ່າງ​ທາງ​ດ້ານ​ເສດຖະກິດ; ສືບຕໍ່​ພັດທະນາ​ວຽກ​ງານ​ພັດ ທະນາ​ວັດທະນະ​ທຳ-ສັງຄົມ; ປົກ​ປັກ​ຮັກ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ໃຫ້​ໜັກ​ແໜ້ນ, ຮັບປະກັນ​ໃຫ້​ສັງຄົມ​ມີ​ຄວາມ​ ສະຫງົບ​ປອດ​ໄພ​ຕິດ​ພັນ​ກັບ​ການ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ ຕ້ານ, ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ. ທັງ​​ໝົດ​ນັ້ນ​ແມ່ນ​ບາງ​ເນື້ອ​ໃນ​ຜົນສຳເລັດ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ນຳພາ​ສ້າງ​ການ​ຫັນປ່ຽນ ການ​ຜະລິດ​ແບບ​ເລື່ອນລອຍ ໄປ​ສູ່​ການ​ຜະລິດ​ຄົງ​ທີ່ ຕິດ​ພັນ​ກັບ​ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ປຸງ​ແຕ່ງ. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ