ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 3 ເປີດ​ຮຽນ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ
ເວລາອອກຂ່າວ: 2022-09-23 10:16:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ວັນ​ທີ 14 ກັນຍາ 2022, ກອງ​ພົນ​ທີ 3 ໄດ້​ເປີດ​ຮຽນ​ກົດ​ລະບຽບ​ພັກ ໃຫ້​ມະຫາຊົນ​ກ້າວ ໜ້າ ງວດ​ທີ 4 ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ ແລະ ເຜີຍ ແຜ່​ເອ​ກະ​ສານຂອງ ສະຫາຍ ພັນ​ໂທ ເພັດ​ສິນ​ສັງ ສຸ​ຂະ​ທິ​ວົງ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ພົນ​ທີ 3, ມີບັນດາ​ມະຫາຊົນ​ກ້າວ ໜ້າທີ່​ຈະ​ຂະຫຍາຍ​ເຂົ້າ​ໃນ​ອົງ​ການຈັດຕັ້ງ​ພັກ​​ຈາກ​ອົງການ​ກົມ​ກອງ ເຂົ້າ​ຮ່ວມ. ເອກະ​ສານ​ທີ​່ນຳ​ມາ​ເຜີຍ​ແຜ່​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້, ເອກະສາ​ນ ວ່າ​ດ້ວຍ​​ກົດ​ລະບຽບ​ພັກ​ປະຊາ ຊົນ​ປະຕິວັດ​ລາວ ສະໄໝ​ທີ XI ປີ 2022 ທັງ​ນີ້, ເພື່ອ​ເຮັດໃຫ້ ມະຫາຊົນ​ກ້າວໜ້າທີ່​ຈະ​ຂະ ຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ຮັບ​ຮູ້​ເຂົ້າໃຈ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ປະຫວັດ, ຄວາມ​ເປັນ​ມາ, ອຸດົມ​ການ ແລະ ກົດ​ລະບຽບ​ພັກ​ວາງ​ອອກ, ມາດຖານ​ເງື່ອນໄຂຜູ້​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ແລະ ຜົນ​ປະໂຫຍດທີ່​ສະມາຊິກ​ພັກ​ໄດ້​ຮັບ ເຮັດ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ, ເຊິ່ງ​ມີ​ມະຫາຊົນ​ກ້າວໜ້າ​ເຂົ້າ​ຮຽນ​ກົດ​ລະບຽບ​ພັກ​ຄັ້ງ​ນີ້, ທັງ​ໝົດ 48 ສະຫາຍ. ໂດຍ: ພຸດ​ສີດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ