
ສາງ ອ 5 ເຜີຍແຜ່ຄຳສັ່ງແນະນຳ ການຈັດຕັ້ງປະຕິບັດດຳເນີນການແຈ້ງຊັບສິນ ແລະ ລາຍຮັບ
ເວລາອອກຂ່າວ: 2022-09-23 10:18:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:
ວັນທີ 12 ກັນຍາ 2022,
ສາງ ອ 5 ໄດ້ເຜີຍແຜ່ຄຳສັ່ງແນະນຳການຈັດຕັ້ງປະຕິບັດດຳ ເນີນການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພັນໂທ ຄຳສາຍ ອູມມາລີ ຫົວໜ້າພະແນກກວດກາ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ຄະນະພັກ-ຄະນະບັນຊາ ສາງ ອ 5, ພະແນກການ ຕະຫຼອດຮອດພະ ນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສາຍ ອູມມະລີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການຈັດຕັ້ງຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບການ ເຄື່ອນໄຫວແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດໃນກອງທັບ, ເຊິ່ງການຈັດຕັ້ງປະຕິບັດດຳເນີນການແຈ້ງຊັບສິນ ແລະ ລາຍຮັບ
ໃນກໍລະນີຕ່າງໆຄັ້ງນີ້ ເພື່ອດຳ
ເນີນການແຈ້ງຊັບສິນ-ລາຍຮັບ
ບັນດາເປົ້າໝາຍນາຍທະຫານ ຜູ້ທີ່ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງຂອງອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາ ຊົນ, ຜູ້ທີ່ໄດ້ຮັບຊັ້ນໃໝ່, ໜ້າທີ່ຕຳແໜ່ງໃໝ່, ຜູ້ທີ່ຈະພົ້ນຕຳແໜ່ງ, ຜູ້ຈະຮັບບຳນານ ຫຼື ຈະອອກຈາກ
ລັດຖະການໃນຮູບແບບຕ່າງໆ
ຕາມແຈ້ງການຂອງນາຍົກລັດ ຖະມົນຕີ ໃຫ້ຖືກຕ້ອງ, ເປັນເອກະພາບ, ມີປະສິດທິຜົນ ແລະ ທົ່ວເຖິງທຸກເປົ້າໝາຍ.
ໂດຍ: ຫຼ້າ ແພງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ