ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 15 ກອງພັນ​ໃຫຍ່ 102 ປະກາດການ​ແຕ່ງຕັ້ງຮັກສາ​ການ​ຫົວໜ້າ​ການ​ທະຫານ
ເວລາອອກຂ່າວ: 2022-09-23 10:33:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ:



ໃນ​ວັນ​ທີ 13 ກັນຍາ 2022, ກອງພັນ 15 ກອງພັນ​ໃຫຍ່ 102 ກອງ​ພົນ​ທີ 1 ໄດ້​ປະກາດ ການ​ແຕ່ງຕັ້ງຮັກສາ​ການ​ຫົວໜ້າ​ການ​ທະຫານ ກອງພັນ 15, ໂດຍ ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 102, ມີ ຄະນະ​ພັກ - ຄະນະ ​ບັນຊາ ກອງພັນ15, ຂະແໜງ ການ​ທີ່​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ໂທ ສອນ​ເພັດ ສິງ​ມີ​ໄຊ ຊ່ວຍ​ວຽກ​ຂະແໜງ​ພະ ນັກງານ ກອງພັນ​ໃຫຍ່ 102 ໄດ້​ ຜ່ານ​ຂໍ້​ຕົກລົງ ແລະ ຄຳ​ສັ່ງ​ຍົກ ຍ້າຍຂອງ​ ກອງ​ພົນ​ທີ 1 ວ່າ​ດ້ວຍ​ ການ​ແຕ່ງຕັ້ງ ຮັກສາ​ການ​ຫົວໜ້າ​ການ​ທະຫານ ກອງພັນ 15 ກອງ ພັນ​ໃຫຍ່ 102, ອີງ​ຕາມ​ທິດ​ທາງ​ກ່ຽວ​ກັບ​ການ​ປັບປຸງບູລະນະ​ກົງ ຈັກ​ການຈັດຕັ້ງ​ນຳພາ-ບັນຊາໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ​ຮອບດ້ານ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ ຂອງ​ພັກ​ໃນ​ໄລຍະ​ໃໝ່ ໃຫ້​ມີ ໝາກ ຜົນ​ສູງ​ຂຶ້ນ​ເປັນ​ກ້າວໆ. ກອງ​ພົນ​ທີ 1 ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ສົມ​ຄິດ ໄຊ​ຍະ​ບຸດ ເປັນ​ຮັກສາ​ການ​ຫົວໜ້າ​ການ​ທະຫານ ກອງພັນ 15 ປ່ຽນ​ແທນ ສະຫາຍ ພັນ​ຕີ ຄຳ​ແປ້ນ ວັນ​ໄຊ ທີ່​ຍົກຍ້າຍ​ໄປ​ຮັບ​ໜ້າທີ່​ໃໝ່ ຢູ່​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 1. ໂດຍ: ສົມບູນ ບົວ​ນ້ອຍ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ