ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ບໍ່​ແກ້ວ ​ ມອບ-ຮັບ​ໂຄງການ​ກໍ່ສ້າງ​ສູນ​ບັນຊາ
ເວລາອອກຂ່າວ: 2022-09-26 08:42:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



ໃນ​ວັນ​ທີ 21 ກັນຍາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ພິທີມອບ- ຮັບ​ໂຄງການ​ກໍ່ສ້າງສູນ​ບັນຊາ​ ປະຕິບັດ​ກົດໝາຍ ແລະ ລາດຕະ ເວນ​ຕາມ​ລຳ​ແມ່ນ້ຳຂອງ ແລະ ເປີດ​ໂຄງການ​ກໍ່ສ້າງ​ຫ້ອງການ ດ້ວຍ​ທຶນ​ຊ່ວຍເຫຼືອ​ລ້າ​ຈາກ ກອງ ​ບັນຊາ​ການ​ຕຳຫຼວດ​ລາດຕະເວນ​ ທາງນ້ຳ ແຂວງ​ຢູ​ນານ ​ສປ ຈີນ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ​ພົນ​ໂທ ຢວນ​ຢ່າ​ຜິງ ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ລາດຕະເວນ​ທາງນ້ຳ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢູ​ນານ ​ສປ ຈີນ, ສະຫາຍ ພົນ​ຈັດຕະ ວາ ສົມ​ພອນ ມິດ​ຕະ​ພອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ ກອງທັບ, ມີ ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຫົວໜ້າ​ການເມືອງ​ກອງ ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ມີຮອງ​ເຈົ້າແຂວງ, ຫົວໜ້າ ​ກົມ​ທະຫານ​ຊາຍ​ແດນກົມ​ໃຫຍ່​ ເສນາ​ທິ​ການ​ກອງທັບ, ກຳມະ ການ​ພັກ​ແຂວງ, ຄະນະ​ພັກ-ຄະ ນະ​ບັນຊາ ແລະ ຄະນະ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຝູງ ໃຍ​ປະສິດ ຮອງ​ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຂຶ້ນ​ລາຍ​ງານ​ຜົນສຳເລັດ​ໂຄງການ​ກໍ່ສ້າງ​ສູນ​ບັນຊາ​ການ​ໃນ​ໄລ ຍະ​ຜ່ານ​ມາ​ວ່າ: ການ​ກໍ່ສ້າງ​ໂຄງ ການ​ດັ່ງກ່າວ ຄະນະ​ຮັບຜິດຊອບ​ທຸກ​ພາກສ່ວນ ໄດ້​ເອົາໃຈໃສ່​ໃກ້ ຊິດຕິດແທດ, ຕິດຕາມ​ຊຸກຍູ້ ແລະ ອຳນວຍ​ຄວາມ​ສະດວກ​ແກ້​ໄຂ​ໜ້າ​ວຽກ​ຕ່າງໆ ​ລຸ​ລ່ວງ​ດ້ວຍ​ດີ​ເຮັດ​ໃຫ້​ວຽກ​ງານ​ຕ່າງໆ​ສຳເລັດ​ຕາມ​ແຜນການ​ຢ່າງ​ມີ​ປະ​ສິດທິ​ຜົນ​ຖືກຕ້ອງ​ຕາມ​ແບບແຜນ​ຜັງ ແລະ ຕາມ​ເຕັກນິກ​ທີ່​ໄດ້​ກຳນົດ​ໄວ້, ເຊິ່ງ​ການ​ກໍ່ສ້າງ​ນີ້​ແມ່ນ​ເປັນ​ອາຄານ 2 ຊັ້ນ ພ້ອມ​ທັງ​ຕິດ​ຕັ້ງ​ກົງ​ເຕີ-ເດີນ​ຕາຂ່າຍ​ໄຟຟ້າ ພາຍ​ໃນ ແລະ ພາຍ​ນອກ​ອາຄານ ໄດ້​ດຳເນີນ​ການ​ກໍ່ສ້າງ​ມາ​ຮອດ​ວັນ​ທີ 17 ມິຖຸນາ 2022 ແມ່ນ​ສຳເລັດ​ແລ້ວ 100% ລວມ​ມູນ​ຄ່າ​ການ​ກໍ່ສ້າງ 2.200.000 ຢວນ ເຊິ່ງ​ເປັນ ທຶນ​ຊ່ວຍເຫຼືອ​ລ້າ ​ຈາກກອງ​ບັນຊາ​ການ​ຕຳຫຼວດ​ລາດຕະເວນ​ທາງນ້ຳ ແຂວງ​ຢູ​ນານ ​ສປ ຈີນ. ນອກ​ນີ້ ກອງ​ບັນ ຊາ​ການ​ຕຳຫຼວດ​ລາດຕະເວນ​ທາງນ້ຳ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຢູ​ນານ ​ສປ ຈີນ, ຍັງ​ໄດ້​ມອບ​ເຄື່ອງຮັບ​ໃຊ້​ຫ້ອງການປະເພດໂຕະ, ຕັ່ງ, ຕູ້​ເກັບ​ເອກະສານ ແລະ ເຄື່ອງສຽງ ​ວິ​ດີ​ໂອທາງໄກ ລວມ​ມູນຄ່າ 700.000 ຢວນ, ຈາກ​ນັ້ນ ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ໂຄງການ ພ້ອມ​ທັງ​ເປີດ​ປ້າຍ​ໂຄງການ​ກໍ່ສ້າງ​ຫ້ອງການ​ກອງ​ປະຕິບັດ​ງານຢ່າງ​ເປັນ​ທາງ​ການ. ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ໄດ້ກ່າວ​ສະແດງ​ຄວາມ​ຂອບໃຈ ຕໍ່ກອງ​ບັນຊາ​ການ​ຕຳຫຼວດ​ລາດຕະເວນ​ທາງນ້ຳ​ແຂວງ​ຢູນ​ນານ ​ສປ ຈີນ ທີ່​ໄດ້​ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ກັບ​ກອງ​ບັນຊາ​ການ​ທະ​ແຂວງ​ບໍ່​ແກ້ວ ເຊິ່ງ​ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ແມ່ນ​ມີມູນ​ຄ່າ​ສູງທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ, ເຊິ່ງ​ເປັນ​ໝາກຜົນ​ຂອງ​ຄວາມ​ສຳເລັດ ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງ​ບັນຊາ​ການ ລາວ-ຈີນ, ຈີນ-ລາວ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ແລະ ເຕີບ ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ຢ່າງບໍ່​ຢຸດ​ ຢັ້ງ. ພາບ: ສົມ​ໄຊ ສີ​ລາ​ຈັນ; ຂ່າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ