ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລ້ຽງ​ງົວ​ຂາຍ​ພາໃຫ້​ຄອບຄົວ​ພົ້ນ​ທຸກ
ເວລາອອກຂ່າວ: 2022-09-26 09:32:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ການ​ປູກ-ຝັງ​ລ້ຽງສັດ​ ເພື່ອ​ ເປັນ​ສິນຄ້າ ເຊິ່ງ​ດຳເນີນ​ຕາມກິດ ຈະກຳ ຕ້ອງ​ມີ​ແນວທາງນະໂຍ ບາຍ​ຂອງ​ພັກ-ລັດ ຊຸກ​ດ້ານ​ເຕັກ ນິກ​ວິຊາ​ການ ບວກ​ກັບ​ການດຸ ໝັ່ນ​ຫ້າວຫັນ, ມີ​ຫົວຄິດ​ປະດິດ​ສ້າງ ຈຶ່ງ​ສາມາດ​ນຳພາ​ຄອບຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ ດັ່ງ​ຄອບຄົວ​ຂອງ​ ທ່ານ ຊຽງ​ທອງ​ວັນ ອາຍຸ 42 ປີ ອາຊີບ ປະຊາຊົນ ປັດຈຸ​ບັນ​ຢູ່ບ້ານເພຍ ເມືອງໃໝ່ ແຂວງຜົ້ງ​ສາລີ, ມີ​ສະມາຊິກ​ຄອບຄົວ ​ທັງ​ໝົດ 7 ຄົນ, ຍິງ 5 ຄົນ, ມີແຮງ​ງານ​ຕົ້ນ ຕໍ 2 ຄົນ ເປັນ​ຄອບຄົວ​ທີ​່ຍຶດ​ຖື​ເອົາ​ການປູກຝັງ-ລ້ຽງສັດເປັນ ອາຊີບຕົ້ນ​ຕໍ, ກ່ອນ​ໜ້າ​ນີ​້ຫຼາຍ​ປີ​ໄດ້​ຖື​ເອົາ​ການເຮັດ​ໄຮ່, ເຮັດ​ ສວນ, ເຮັດ​ນາ​ປູກ​ເຂົ້າພໍ​ແຕ່​ກຸ້ມ​ຢູ່ກຸ້ມ​ກິນ. ຄອບຄົວ​ຂອງ ທ່ານ ຊຽງ​ທອງ​ວັນ ມີ​ຄວາມ​ດຸ​ໜັ່ນ​ຂະຫຍັນ​ພຽນ ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງພັກ-ລັດ, ນັບຖື​ກົດໝາຍ​ບ້ານ​ເມືອງ, ນັບຖື​ຮີດ ຄອງ​ປະເພນີ​ອັນ​ດີງາມ, ພາຍ​ໃນ​ຄອບຄົວ​ມີ​ຄວາມ​ເຄົາລົບ​ນັບຖື​ເຊິ່ງ​ກັນ ແລະ ກັນ, ມີ​ຄວາມ​ສາ ມັກຄີ​ຮັກແພງ​ ກັນເປັນ​ຄອບຄົວ​ທີ​ມີ​ຄວາມ​ອົບ​ອຸ່ນ ມີ​ການ​ປຶກສາ​ກັນ​ກ່ອນ​​ປະຕິບັດ​ວຽກ​ງານ​ຕ່າງໆ ພາຍຫຼັງ​ທີ່ພັກ-ລັດມີ​ແນວທາງ​ນະໂຍບາຍ​ປ່ຽນແປງ​ໃໝ່​ ກ່ຽວ​ກັບ​ການ​ຊຸກຍູ້​ສົ່ງເສີມການ​ຫັນ​ການ​ຜະລິດ​ແບບ​ປະຖົມ​ປະ​ຖານ ໄປ​ສູ່​ການ​ຜະລິດ​ໃຫ້​ກາຍເປັນ​ສີນ​ຄ້າ ໃນ​ຫຼາຍໆ​ຮູບ​ແບບ ເພື່ອ​ໃຫ້​ເໝາະ​ສົມ​ກັບ​ກຳລັງ​ການ​ຜະລິດ ດັ່ງນັ້ນ: ຄອບຄົວ​ຂອງເພິ່ນ​ຈຶ່ງ​ຫັນ​ມາ​ລ້ຽງ​ງົວ​ເປັນ​ອາຊີບ ເຊິ່ງ​ແຮງ​ຈຸງ​ໃຈກໍຍ້ອນພັກ-ລັດ ຂັ້ນ​ເທິງໄດ້​ມາ​ຊຸກຍູ້ຊີ​້ທິດ​ເຍືອງ​ທາງ ສົ່ງເສີມການຈັດຕັ້ງ​ປະຕິບັດ​ກິດ ຈະກຳ. ໃນ​ເບື້ອງ​ຕົ້ນ​ເພິ່ນ​ໄດ້​ຊື້​ງົວ​ມາ​ລ້ຽງ ຈຳນວນ 12 ໂຕ ໃຊ້​ທຶນ​ມູນ​ຄ່າ 28.000.000 ກີບ, ສ່ວນ​ເງິນ​ທີ​່ນຳ​ມາ​ລົງທຶນ​ໄດ້​ຕັດສິນ​ໃຈຂຶ້ນ​ແຜນກູ້​ຢືມທະ ນາຄານສົມທົບກັບ​ເງິນ​ເກັບ​ຂອງ​ຄອບຄົວ​ຈຳນວນໜຶ່ງ​ ແລະ ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ໂຄງ ການ​ກະສິກຳ​ເພື່ອ​ໂພ​ຊະ​ນາການ ເປັນຕົ້ນ​ແມ່ນ: ການ​ຈັດ​ສັນ​ສະ ຖານທີ່​ລ້ຽງ ເພື່ອ​ໃຫ້ການ​ລ້ຽງ​ມີ​ຂອບ​ເຂດ, ເຫຼັກ​ໜາມໝາກຈັບ ໃຊ້​ລ້ອມ​ສະຖານທີ່​ລ້ຽງ ເພື່ອ​ບໍ່​ໃຫ້ສັດ​ຢູ່​ຊະ​ຊາຍ, ສັງກະສີ ຕັ້ງ​ເຮືອນ​ຮົ່ມ​ໃຫ້​ງົວ, ແກ່ນ​ຫຍ້າ​ພັນປູກ​ໃຫ້​ງົວ​ມີ​ຫຍ້າ​ກິນ​ຕະຫຼອດ​ປີ. ທ່ານ ຊຽງ​ທອງ​ວັນ ແລະ ຄອບຄົວ​ໄດ້​ເລີ່ມ​ລ້ຽງ​ງົວ​ມາແຕ່​ ປີ 2019, ພື້ນ​ທີ່​ໃນ​ການ​ລ້ຽງ​ງົວ​ທີ່​ລ້ອມ​ສຳເລັດ​​ມີ​ປະມານ 3,5 ເຮັກ​ຕາ ໄລຍະ​ເວລາ​ລ້ຽງ 3 ປີ, ເຊິ່ງ​ວິທີໃນ​ ການ​ລ້ຽງ​ແມ່ນລ້ອມ​ຮົ້ວ​ໃຫ້​ມີ​ພື້ນ​ທີ່​ກວ້າງ ​ເໝາະ​ສົມ​ຕໍ່​ການ​ລ້ຽງ, ມີ​ບ່ອນ​ງົວ​ກິນ​ນໍ້າ​ທີ​່ສະອາດ, ຕັ້ງ​ເຮືອນ​ຮົ່ມ​ໃຫ້​ເປັນ​ບ່ອນຢູ່, ຂະຫຍາຍ​ພື້ນ​ທີ່​ການ​ປູກ​ຫຍ້າ​​ເລື້ອຍໆ, ສັກ​ຢາ​ປ້ອງ​ກັນ​ພະ ຍາດ​ຕາມ​ລະດູ ແລະ ດຸ​ໝັ່ນ​ບົວລະບັດ​ເບິ່ງແຍງ​ເອົາໃຈໃສ່​ເປັນ​ຢ່າງ​ດີ. ປັດຈຸ​ບັນ​ນີ້​ ຄອບຄົວ​ຂອງ ທ່ານ ຊຽງ​ທອງ​ວັນ ມີ​ງົວ​ທັງ​ໝົດ 20 ກວ່າ​ໂຕ ແລະ ໄດ້​ຂາຍ​​ເປັນ​ສິນຄ້າ ຈຳນວນ​ໜຶ່ງ ເຊິ່ງ​​ລາຍ​ຮັບ​ຈາກ​ການ​ຂາຍ​ງົວ​ໄດ້ 18.000.000 ກີບ. ນອກຈາກ​ນັ້ນ ​ຄອບຄົວ​ຂອງ​ເພິ່ນ​ຍັງ​ມີນາ, ສວນ​ໝາກແໜ່ງ, ສວນ​ຢາງພາລາ ແລະ ເຮັດ​ສວນ​ປູກ​ຜັກຫອມ ລວມ​ພື້ນ​ທີ່​ທຳ​ການ​ຜະລິດ 5 ເຮັກ​ຕາ​ກວ່າ ສະເລ່ຍ​ລາຍ​ຮັບ​ຈາກ​ການ​ຂາຍ​ປະມານ 47.400.000 ກີບຕໍ່ປີ. ເຮັດ​ໃຫ້​ຄອບຄົວ​ມີ​ພື້ນຖານ​ເສດ ຖະກິດ​ນັບ​ມື້​ນັບ​ດີ​ຂຶ້ນ​ກວ່າ​ເກົ່າ ເຊິ່ງ​ປັດ ຈຸ​ບັນຄອບຄົວ​ຂອງ​ເພິ່ນ​ມີເຮືອນ​ແບບ​ຖາວອນ 1 ຫຼັງ, ມີ​ລົດ​ໄຖ​ນາ 1 ຄັນ, ລົດຈັກ 3 ຄັນ, ມີ​ເງິນ​ເກັບ​ຈຳນວນ​ໜຶ່ງ​ ເກັບ​ແຮ​ໄວ້​ໃຊ້​ໃນ​ຍາມ​ຈຳເປັນ ແລະ ທຶນ​ສົ່ງ​ລູກ​ເຂົ້າ​ໂຮງຮຽນ 2 ຄົນ. ຍ້ອນ​ມີ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນຫ້າວຫັນ ແລະ ຄວາມ​ສາ ມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ພາຍ​ໃນ​ຄອບຄົວ ໂດຍ​ອີງ​ໃສ່​ການ​ສ້າງ​ຄອບຄົວ 3 ດີ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ​ພັດ​ທະ​ນາ​ຕາມ​ທິດ 3 ສ້າງ ຈຶ່ງ​ເຮັດ​ໃຫ້​ຄອບຄົວ​ຫຼຸດ​ພົ້ນ​ຈາກ​ຄອບຄົວ​ທຸກ​ຍາກ ແລະ ກາຍເປັນ​ຄອບຄົວ​ຕົວ​ແບບ​ໃນ​ການ​ລ້ຽງ​ງົວ​ຂອງບ້ານ​ເພຍ ເມືອງ​ໃໝ່ ແຂວງ​ຜົ້ງ​ສາລີ. ໂດຍ: ທ ວັນ​ວິໄລ​ ປະສົມ​ຊັບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ