ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນັກທຸລະກິດ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ຫຼຽນ​ນາມະຍົດ​ວິລະ​ຊົນ​ແຮງ​ງານ​ແຫ່ງ​ຊາດ​ລາວ
ເວລາອອກຂ່າວ: 2022-09-27 08:54:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ເວົ້າ​ໄດ້​ວ່າ​ເປັນ​ນັກທຸລະກິດ​ຄົນ​ດຽວຄົນ​ທຳ​ອິດຂອງ ​ ສປປ ລາວ ທີ່​ໄດ້​ຮັບ​ຫຼຽນນາ ມະຍົດ​ວິລະ​ຊົນ​ແຮງ​ງານ, ເຊິ່ງ​ ເປັນ​ນາມະຍົດ​ສູງ​ສຸດ​ມອບ​ ໃຫ້​ບຸກຄົນ ທັງ​ເປັນຫຼຽນ​ປະຫວັດ ສາດ ທີ່ພັກ-ລັດຖະບານ​ແຫ່ງ ​ສປປ ລາວ ໄດ້​ມອບ​ໃຫ້​ທ່ານ ເກຍ ອູ໊​ ສິດທິ​ເດດ ນັກ​ພັດທະນາ​ດີ ເດັ່ນ​ແຫ່ງ​ຊາດ, ເຈົ້າ​ຂອງ​ໂຮງງານ ​ຜະລິດ​ນ້ຳ​ດື່ມ ແລະ ນ້ຳກ້ອນໂລ ມາ​ຄຳ ແຂວງ​ສະຫວັນ​ນະ​ເຂດ ທີ່​ມີ​ຜົນງານ​ດີເດັ່ນ ໃນ​ການມີ​ ສ່ວນ​ຮ່ວມ​ຊ່ວຍເຫຼືອ​ປະຊາຊົນ​ກັບ 2 ໂຄງການ​ຄື “ການ​ແກ້​ໄຂ​ລຶບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບ້ານ​ຄຳ​ປ່າ​ແໜ ເມືອງ​ຊົນ​ນະ​ບູ​ລີ, ບ້ານ​ປ່າ​ກ້ວຍ​ເມືອງ​ຈຳ​ພອນ (2016-2018); ບ້ານ​ຕະ​ຍົງ ແລະ ບ້ານ​ປະ​ແນະ ຈຸດ​ສຸມ​ຕັງ​ອາໄລ-ລະ​ແບງ ເມືອງ​ນອງ (2020) ແຂວງ​ສະຫວັນ​ນະ​ເຂດ”. ທ່ານ ເກຍ ອູ໊​ສິດທິ​ເດດ ເປັນ​ຄົນ​ເຊື້ອສາຍ​ຈີນ, ເກີດ​ເມື່ອ​ວັນ​ທີ 5 ກໍລະກົດ 1957 ທີ່​ບ້ານ​ທ່າ​ໂຂ່ງ, ເມືອງ​ເຊ​ໂປນ, ແຂວງ​ສະຫວັນ​ນະ​ເຂດ ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ການຈັດຕັ້ງ​ປະຕິບັດ​ໂຄງການ​ຢູ່ ບ້ານ​ຕະ​ຍົງ ແລະ ບ້ານ​ປະ​ແນະ ຈຸດ​ສຸມ​ຕັງ​ອາໄລ-ລະ​ແບງ ເມືອງ​ນອງ ແຂວງ​ສະຫວັນ​ນະ​ເຂດ ແມ່ນ​ໄດ້​ເລີ່ມ​ຕົ້ນ​ຈາກວັນ​ທີ 13 ທັນວາ 2019 ທ່ານ​ເຈົ້າແຂວງ​ໄດ້​ເປີດ​ກອງ​ປະຊຸມ ສືບຕໍ່​ປຸກລະດົມ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ​ແລະ​ພັດທະນາ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ; ຂ້າພະເຈົ້າ ພ້ອມ​ກັບ ທ່ານ ສາຍສະໝອນ ກວານ​ເມືອງ​ຈັນ ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໃຍ​ສຳພັນ ຈິ່ງ​ມີ​ຄວາມ​ສະໝັກ​ໃຈ​ເຂົ້າ​ຮ່ວມ ນຳອົງ​ການຈັດຕັ້ງ ຈຶ່ງ​ໄດ້​ເຊັນ​ບົດບັນທຶກ ໃຫ້ການ​ຊ່ວຍເຫຼືອ​ປະຊາຊົນ 2 ບ້ານ​ຄື: ບ້ານ​ຕະ ​ຢົງ ແລະ ບ້ານ​ປາ​ແນະ ຢູ່​ຈຸດ​ສຸມ​ຕັງ​ອາໄລ-ລະ​ແບງ ເມືອງນອງ ແຂວງ​ສະຫວັນນະເຂດ ໄດ້​ໃສ່​ຊື່​ໂຄງການຮ່ວມ​ໃຈ​ສາຍໃຍ​ໂລມາ ເຊິ່ງເປັນໂຄງການ​ຮ່ວມກັນ​ລະ ຫວ່າງນັກທຸລະກິດ​ກັບ​ພາກ​ລັດ​ແລະ ​ພາກ​ປະຊາຊົນ ເພື່ອ​ໃຫ້ການ​ຊ່ວຍເຫຼືອ ປະຊາຊົນ 02 ບ້ານ ໂດຍ​ອີງໃສ່​ພື້ນຖານ​ທ່າແຮງ​ທີ່​ປະຊາຊົນ​ທີ່​ມີ​ຢູ່. ເປົ້າ​ໝາຍ​ແມ່ນ​ເລັ່ງ​ໃສ່​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳເປັນ​ໃຫ້​ກັບ​ປະຊາຊົນ​ເພື່ອ​ຈັດ​ຫາ​ແຫຼ່ງ​ນ້ຳ​ກິນ, ນ້ຳ​ໃຊ້​ ສຳລັບ​ປະຊາຊົນ, ປະກອບ​ມີ 138 ຄອບຄົວ, ພົນລະເມືອງ 901 ຄົນ ເພື່ອ​ຊຸກຍູ້​ສົ່ງເສີມ​ການ​ສ້າງ​ເສດຖະກິດ​ຄອບຄົວ​ໃຫ້​ກັບ​ພໍ່​ແມ່​ປະຊາຊົນ​ໄດ້​ມີ​ແຫຼ່ງ​ອາຫານ, ແຫຼ່ງ​ລາຍ​ຮັບ ເພື່ອ​ກຸ້ມ​ຢູ່​ກຸ້ມ​ກິນ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ແບບ​ຍືນ​ຍົງ(ຫຼີກ​ລ່ຽງ​ການ​ຊ່ວຍ​ເຫຼຶອ​ແບບ​ອຸປະຖຳ) ໂດຍ​ເນັ້ນ​ໃສ່ ໃຫ້​ປະຊາຊົນ​ປູກ​ພືດ​ປະສົມ​ປະສານ​ຫຼາຍ​ຊະນິດ, ພືດ ​ໄລຍະ​ສັ້ນ, ໄລຍະ​ກາງ ຢູ່​ໃນ​ໄຮ່​ປູກ​ເຂົ້າ ດິນ​ຕອນ​ດຽວ​ກັນ​ທີ່​ພວກ​ເພິ່ນ​ມີ​ຢູ່​ແລ້ວ. ການຈັດຕັ້ງ​ປະຕິບັດ​ແມ່ນ ໄດ້​ສະໜອງ​ເຄື່ອງມື​ການ​ຜະລິດ​ກະສິກຳ​ໃຫ້​ແກ່​ປະຊາຊົນ​ຄອບຄົວ ໃນ ແລະ​ນອກ​ເປົ້າ​ໝາຍ​ທັງ 2 ບ້ານ​ຈຳນວນ138 ຄອບຄົວ​ໄດ້​ເຮັດ​ຝຸ່ນ​ບົ່ມ, ຮ່າຍ​ເບົ້າ​ເຜາະ​ເບ້ຍ​ໄມ້, ເບ້ຍ​ພືດ12 ຊະນິດ, ພືດ​ໄລ ຍະ​ສັ້ນ, ໄລຍະ​ກາງ, ພ້ອມ​ສອນ​ໃຫ້​ປະຊາຊົນ ​ແລະ​ ນ້ອງ​ນັກຮຽນ ໄດ້​ຮຽນ​ຮູ້​ການ​ປູກ-ການ​ລ້ຽງທີ່​ຖືກ​ວິທີ, ໃຫ້ແຕ່ລະຄອບຄົວເຮັດ​ ສວນ​ປູກ​ຜັກ, ໝາກເຜັດ, ໝາກ ເຂືອ, ຖົ່ວດິນ, ສາລີ, ໝາກ​ນັດ, ໝາກກ້ວຍ, ມັນຕົ້ນ, ແຂມ, ຫວາຍ ແລະ​ອື່ນໆ ໃສ່​ໃນ​ໄຮ່​ປູກ​ເຂົ້າ​ຢູ່​ດິນ​ຕອນ​ດຽວ, ສະໜອງ​ສັດລ້ຽງ​ໃຫ້​ກັບ​ປະຊາຊົນ ເຊັ່ນ: ໝູ, ໄກ່, ເປັດ, ປາ​ຫຼາຍ​ຊະນິດ, ໄດ້​ກໍ່ສ້າງ​ຝາຍ​ນ້ຳ​ລົ້ນ​ເບ​ຕົງ​ເສີມ ເຫຼັກ​ກັ້ນ​ຫ້ວຍ​ນ້ອຍ 2 ແຫ່ງ, ບ້ານປາ​ແນະ1ແຫ່ງ ເກັບ​ນ້ຳ​ໄດ້ 22.000ມ3 ແລະ​ບ້ານ​ຕາ​ຢົງ 1 ແຫ່ງ ເກັບ​ນ້ຳ​ໄດ້ 10.000ມ3; ຈົກໜອງ​ສະ​ໃຫຍ່​ຂະໜາດ 100 x 100 x 2 ແມັດ ເກັບ​ນ້ຳ​ໄດ້ 20.000ມ3 ໃຫ້​ບ້ານ​ຕາ​ຢົງ; ເຈາະ​ສ້າງ​ບາ​ດານ​ຈຳນວນ10ບໍ່, ໃຫ້ 5 ບ້ານ, ເຮັດ​ຕາມ​ຮູບ​ແບບ​ ຂອງ​ໂຄງການ​ພັດທະນາ​ຊົນນະ ບົດ, ໄດ້​ປັບ 2 ຂຸມ ເຮັດ​ເດີ່ນ​ໂຮງ ຮຽນ, ນອກຈາກ​ນັ້ນ​ໄດ້​ສົ່ງເສີມ​ຫັດຖະກຳ​ຕໍ່າຫູກ​ແບບ​ດັ້ງເດີມ​ໂດຍ​ນຳ​ໃຊ້​ກີ່​ແອວ, ສ່ວນ​ຜ້າແພ​ທີ່​ຕ່ຳ​ໄດ້​ທາງ​ໂຄງການ​ຮ່ວມ​ໃຈ​ສາຍ​ໄຍ​ໂລມາ​ຄຳ​ຮັບ​ຊື້​ໃຫ້​ທັງ​ໝົດ. ໃນ 1 ປີ ​ຂອງ​ໂຄງການ (2020), ທາງ​ໂຄງການ​ບັນລຸ​ໄດ້ 4 ໜ້າ​ວຽກ​ໃຫຍ່ ແລະ56 ວຽກ​ຍ່ອຍ, ນຳ​ໃຊ້​ເງິນ​ຂອງ​ໂຄງການ ຈຳນວນ 2 ຕື້ 3 ຮ້ອຍ ​ກວ່າ​ລ້ານ​ກີບ. ໄດ້​ສ້າງພື້ນຖານ​ໂຄງ​ລ່າງ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ປະ ກອບ​ໃຫ້​ກັບ​ປະຊາຊົນ​ທັງ 2 ບ້ານ​ໄດ້​ມີ​ອາຊີບ​ເພີ່ມ​ຫຼາຍ​ອັນ​ເປັນ​ຂອງ​ຕົນ​ເອງ​ໃນ​ການ​ດຳລົງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ,ໃນຕໍ່ໜ້າ​ ຈະ​ເກີດ​ມີ​ພືດ​ຫຼາຍໆ ​ຊະນິດ​ເປັນ​ ແຫຼ່ງ​ອາຫານ ແລະ ແຫຼ່ງ​ລາຍ​ໄດ້​ ໃຫ້​ປະຊາຊົນ​ທັງ​ສອງ​ບ້ານ, ເປັນ​ທາງ​ເລືອກ​ໃຫ້​ປະຊາຊົນ​ໄດ້​ຖອຍ​ຫ່າງ​ອອກ​ຈາກ​ຄວາມ​ຊິນ​ເຄີຍ ຖາງ​ປ່າ​ເຮັດ​ໄຮ່, ປູກ​ເຂົ້າ​ຢ່າງ​ດຽວ​ແບບ​ເລື່ອນລອຍ​ມາ​ແຕ່​ດົນ, ບໍ່​ເຄີຍ​ກຸ້ມ​ກິນ ໃຫ້​ພາກັນ​ຫັນ​ມາ​ເຮັດ​ສວນ​ປູກ​ພືດ​ປະສົມ​ປະສານ ຫຼາຍໆ​ຊະນິດ​ຕາມ​ລະດູ​ການ ເປັນ​ອາຊີບ​ຫຼັກ​ແບບ​ຍືນ​ຍົງ. ທ່ານ ເກຍ ອູ໊​ສິດທິ​ເດດ ກ່າວ​ຕື່ມ​ວ່າ: ຜ່ານ​ການຈັດຕັ້ງ​ປະຕິບັດ ນຳພາ​ປະຊາຊົນ​ເຮັດ​ຕົວ​ຈິງ​ມາ​ນັ້ນ ເກີດ​ມີ​ສິ່ງ​ສາ​ທາ​ລະ​ນຸ​ປະ​ໂພກ ທີ່​ເກີດ​ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ຖືກ​ກັບ​ຈິດໃຈ​ປະຊາຊົນ, ເກີດ​ຜົນ​ປະໂຫຍດ​ກັບ​ປະຊາຊົນ​ຢ່າງ​ແທ້​ຈິງ. ພວກ​ຂ້າພະເຈົ້າ​ຂໍ​ຢັ້ງຢືນ​ຕໍ່​ພັກ-ລັດ​ວ່າ: ການ​ມີ​ສ່ວນ​ຮ່ວມ​ຂອງ​ພວກ​ຂ້າພະເຈົ້າ​ທັງ​ສອງ​ຄົນ ກັບ​ບັນດາ​ອົງ​ການຈັດຕັ້ງ​ພັກ-ລັດ​ຂັ້ນ​ຕ່າງໆ ໃນ​ການ​ໃຫ້​ຊ່ວຍເຫຼືອ​ປະຊາຊົນ 02 ໂຄງການ​ທີ່​ຜ່ານ​ມາ​ນັ້ນ ແມ່ນ​ເຮັດ​ດ້ວຍ​ຄວາມ​ຈິງ​ໃຈ, ບໍລິສຸດ​ໃຈ, ບໍ່​ມີ​ສິ່ງ​ອື່ນ​ໃດ​ແອບ​ແຝງ, ສິ່ງ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ​ມັນ​ໄດ້​ເກີດ​ເປັນ​ຮູບ​ປະ​ທຳ, ພຶດຕິ​ກຳ​ດັ່ງກ່າວ​ເປັນ​ການ​ອະທິບາຍ​ເຖິງ​ຕົວ​ຕົນ​ຂອງ​ພວກ​ຂ້າພະເຈົ້າ. ໃນ​ນາມ​ສ່ວນ​ຕົວ ແລະ​ ໃນ​ ນາມ​ຕາງໜ້າ​ໃຫ້ໜ່ວຍ​ງານ​ໃນ ​ການຈັດຕັ້ງປະຕິບັດໂຄງການ, ພວກ​ຂ້າພະເຈົ້າມີ​ຄວາມ​ຮູ້ສຶກ​ພາກພູມ​ໃຈ ທີ່​ໄດ້​ມີ​ສ່ວນ​ຮ່ວມ​ນຳ​ອົງ​ການຈັດຕັ້ງ​ຂອງ​ພັກ-ລັດ ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ໂຄງການ​ຂະໜາດ​ນ້ອຍ, ມີ​ ມູນ​ຄ່າ​ບໍ່​ຫຼາຍ, ເວລາ​ກໍສັ້ນ, ແຕ່​ ກໍ​ແມ່ນ​ນ້ຳໃຈ​ຈາກ​ຄວາມ​ກະຕັນ ຍູ​ໃນ​ການ​ປະກອບສ່ວນ​ທາງ​ດ້ານ​ເຫື່ອແຮງ, ສະຕິ​ປັນຍາ, ຕາມ​ກຳລັງ​ແຮງ​ທາງ​ດ້ານ​ວັດ ຖຸ​ ແລະ ​ຈິດໃຈ​ທີ່​ມີ​ຂອງ​ພວກ​ຂ້າພະເຈົ້າ ຕໍ່​ກັບ​ວຽກ​ງານ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ​ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ການ​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ​ປະເທດ​ຊາດ ​ໃນ​ໄລຍະ​ໃໝ່ ເພ​​ືື່ອ​ໃຫ້​ປະເທດ​ຊາດ​ມີ​ຄວາມ​ຍືນ​ຍົງໝັ້ນຄົງຖາວອນ​ຕະຫຼອດ​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ