ທະຫານແຂວງຫຼວງພະບາງ ປະກາດການສ້າງຕັ້ງກອງຮ້ອຍຊາຍແດນ
ເວລາອອກຂ່າວ: 2022-09-27 08:56:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ:
ພິທີປະກາດການສ້າງຕັ້ງ ກອງຮ້ອຍຊາຍແດນ 163 ຂອງ ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ, ພະແນກການ, ກົມກອງອ້ອມຂ້າງແຂວງ, ປກສ ແຂວງ, ອົງການ 6 ຫ້ອງ, ກອງບັນຊາການທະຫານເມືອງໂພນທອງ, ກອງຮ້ອຍທະຫານຊາຍແດນ 161, 162 ພ້ອມດ້ວຍບັນດາ ພະແນກການກ່ຽວຂອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳສອນ ໂພທິວັນ ຫົວໜ້າຫ້ອງເສນາທິການທະຫານແຂວງຫລວງພະບາງ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການ ກອງທັບ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຊຸດໃໝ່ ແລະ ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການສ້າງຕັ້ງກອງຮ້ອຍທະຫານຊາຍແດນ 163 ແລະ ຂໍ້ຕົກລົງຂອງຄະນະພັກກອງບັນ ຊາການທະຫານແຂວງຫຼວງພະບາງ ວ່າດ້ວຍການສ້າງຕັ້ງໜ່ວຍພັກກອງຮ້ອຍທະຫານຊາຍແດນ 163 ຂຶ້ນກັບຄະນະພັກກອງບັນຊາການທະຫານແຂວງ ແລະ ອີງຕາມການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງຄະ ນະພັກກອງບັນຊາການທະຫານແຂວງ ວ່າດ້ວຍການຕົກລົງບົ່ງຕົງແຕ່ງຕັ້ງ ສະຫາຍ ຮ້ອຍໂທ ບຸນເພີງ ສຸກສະຫວັດ ເປັນເລຂາໜ່ວຍພັກ ທັງເປັນຫົວໜ້າການເມືອງ, ສະຫາຍ ຮ້ອຍເອກ ສຸລິໄຊ ວັນນະສີ ເປັນຮອງເລຂາ, ທັງເປັນຫົວໜ້າການທະຫານ, ສະຫາຍ ຮ້ອຍໂທ ຍືນເພັດ ປັນຍາສິດ ເປັນກຳມະການ ແລະ ເປັນຮອງຫົວໜ້າການເມືອງ, ສະຫາຍ ຮ້ອຍໂທ ສົມຮັກ ໄຊສົມຫວັງ ເປັນຮອງຫົວໜ້າການທະຫານ, ສະຫາຍ ຮ້ອຍເອກ ບົວໄລ ຜົວມະນີວົງເຫຼັກ ຮັບຜິດຊອບວຽກງານພະລາເຕັກນິກ, ສະຫາຍ ຮ້ອຍຕີ ສົມສີ ອຸທິຍານ ເປັນຫົວ ໜ້າໝວດ 1 ແລະ ສະຫາຍ ຮ້ອຍ ໂທ ຍົມ ແກ້ວອຸທິຍານ ເປັນຫົວ ໜ້າໝວດ 2.
ໂອກາດດັ່ງກ່າວ ປະທານ ກອງປະຊຸມ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ກຳແໜ້ນແນວທາງນະ ໂຍບາຍຂອງພັກ-ລັດ, ມີຄວາມ ອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ການ ເມືອງ ກໍຄືວຽກງານວິຊາສະ ເພາະ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ, ເຮັດ ວຽກມີຫຼັກການລວມສູນປະຊາ ທິປະໄຕ, ມີຄວາມເປັນເອກະພາບ ພາຍໃນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຢ່າງຮັດກຸມ, ມີຈຸດສຸມ ແລະ ຊັດເຈນ, ມີການພົວພັນປະ ສານສົມທົບກັບຄະນະພັກອຳ ນາດການປົກຄອງບ້ານອ້ອມຂ້າງຢ່າງກົມກຽວ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້. ໃນພິທີຍັງໄດ້ມອບລົດກາຕຽນຈຳນວນ 1 ຄັນ ແລະ ຄອມພີວເຕີຈຳນວນໜຶ່ງຊຸດໃຫ້ກອງຮ້ອຍຊາຍແດນ 163 ຕື່ມອີກ.
ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ