ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ
ເວລາອອກຂ່າວ: 2022-09-27 08:57:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:
ໃນວັນທີ 26 ກັນຍາ 2022 ນີ້, ຢູ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳ ປູເຈຍ-ຫວຽດນາມ-ລາວ), ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະຊີ້ນຳ, ອະນຸກຳມະການແຕ່ລະດ້ານເຂົ້າຮ່ວມ.
ສະຫາຍ ພັນເອກ ປາດຖະໜາ ພົນທິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການ ໄດ້ຜ່ານບົດສະຫຼຸບການຮ່ວມເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ ສຳລັບ 3 ກອງທັບ, ຍ້ອນໄດ້ຮັບການ ນຳພາ-ຊີ້ນຳ, ບັນຊາຢ່າງໃກ້ຊິດ ແລະ ເປັນລະບົບຈາກຂັ້ນເທິງໂດຍສະເພາະແມ່ນຄະນະຊີ້ນຳການເຝິກຊ້ອມຮ່ວມ, ຍ້ອນພວກເຮົາມີການກະກຽມຄວາມພ້ອມໃນທຸກດ້ານ ແລະ ໄດ້ຈັດກອງປະ ຊຸມເອກະພາບທາງດ້ານເນື້ອ ໃນ, ແຜນການຮ່ວມກັນ 3 ກອງ ທັບ, ຍ້ອນມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ແລະ ຜ່ານຜ່າ ອຸປະສັກຄວາມຫຍຸ້ງຍາກຂອງ ພະນັກງານ-ນັກຮົບສູງ, ຍົກສູງໄດ້ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນປະເທດ ແຫ່ງ ສສ.ຫວຽດນາມ ແລະ ກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ ຂຶ້ນຕື່ມ, ສ້າງຄວາມເຊື່ອໝັ້ນໃຫ້ ການນຳຂັ້ນສູງຂອງ ສປປ ລາວ, ການນຳຂັ້ນສູງຂອງ 3 ກະຊວງປ້ອງກັນປະເທດ ແລະ ນັກການທູດບັນດາເພື່ອນມິດທີ່ປະຈຳຢູ່ ສປປ ລາວ ສະແດງໃຫ້ອົງການປົກຄອງທ້ອງຖິ່ນ ພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນຮັບຮູ້ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ຄວາມສາມາດຂອງກອງທັບໃນດ້ານວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາໄພພິບັດສູງຂຶ້ນຕື່ມ, ຍົກສູງໄດ້ຄວາມຮູ້, ຄວາມສາມາດ ແລະ ໄດ້ຮັບບົດຮຽນໃໝ່ຈາກເພື່ອນມິດໃນການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດຂອງ 3 ກອງທັບພວກເຮົາ, ໄດ້ແລກປ່ຽນບົດຮຽນ, ປະ ສົບການ-ຄວາມຊຳນິຊຳນານດ້ານວິຊາສະເພາະແລ້ວຍັງໄດ້ແລກປ່ຽນດ້ານວັດທະນະທຳ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ ທັງເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນລະຫວ່າງຄະນະຊີ້ນຳ ແລະ ຜູ້ ເຂົ້າຮ່ວມການເຝິກຊ້ອມ. ໄດ້ຈັດ ຕັ້ງຍ້ອງຍໍມອບຫຼຽນກາມິດຕະ ພາບ ກອງທັບປະຊາຊົນລາວ ຈຳນວນ 217 ໜ່ວຍ ມອບໃຫ້ ຄະນະເຝິກຊ້ອມກອງທັບແຫ່ງຣາຊະອານາຈັກກຳປູເຈຍຈຳນວນ 60 ໜ່ວຍ ແລະ ມອບໃຫ້ ຄະນະເຝິກຊ້ອມກອງທັບປະຊາຊົນ ຫວຽດນາມຈຳນວນ 157 ໜ່ວຍ, ຈັດຕັ້ງມອບໂລ້ທີ່ລະນຶກກະຊວງປ້ອງກັນປະເທດໃຫ້ຫົວໜ້າຄະ ນະກອງທັບກຳປູເຈຍ ແລະ ຫວຽດນາມ.
ຈາກນັ້ນ, ໄດ້ມີພິທີມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບໃຫ້ຄະນະຂອງກອງທັບລາວ ຈຳ ນວນ 758 ໃບມີດັ່ງນີ້: ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ກົມກອງລວມໝູ່ ຈຳນວນ 13 ກົມກອງ, ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ບຸກຄົນ ຈຳນວນ 473 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການ ເມືອງກອງທັບຈຳນວນ 273 ສະ ຫາຍ.
ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສົມພອນ ມິດຕະພອນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນຕະ ຫຼອດຮອດນັກເຝິກອົບຮົມ ທີ່ໄດ້ ຕັ້ງໜ້າເອົາໃຈໃສ່ເຂົ້າໃນບັ້ນເຝິກ ຊ້ອມຄັ້ງນີ້ ນັບແຕ່ມື້ເລີ່ມຕົ້ນຈົນ ຮອດມື້ປິດວຽກງານໃນແຕ່ລະ ດ້ານແມ່ນມີແບບແຜນໃນການ ເຮັດວຽກຢ່າງລະອຽດເຮັດໃຫ້ ບັ້ນເຝິກຊ້ອມທີ່ສຳຄັນທາງປະ ຫວັດສາດຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ ເຖິງແນວໃດກໍຕາມ ຈາກຜົນງານດັ່ງກ່າວນີ້ ກໍຕ້ອງ ນຳເອົາບົດຮຽນໃນຄັ້ງນີ້ມາປັບ ປຸງໃນຂອດຄົງຄ້າງເພື່ອຮັບປະກັນເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບປະສິດທິຜົນສູງ.
ໂດຍ: ນາງ ຄຳປ໋ອກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ