ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ, ການ​ລົງທຶນ ແລະ ອຸດສາຫະກຳ​ກຸ່ມ G 20 ປີ 2022 ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ
ເວລາອອກຂ່າວ: 2022-09-27 09:56:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນ​ຮວາ​ລາຍ​ ງານ​ໃນ​ວັນ​ທີ 26 ກັນຍາ ໃຫ້​ຮູ້​ ວ່າ: ໃນ​ລະຫວ່າງ​ວັນ​ທີ 22 - 23 ກັນຍາ​ນີ້, ກອງ​ປະຊຸມ​ລັດຖະ ມົນຕີ​ການ​ຄ້າ, ການ​ລົງທຶນ ແລະ ອຸດ ສາຫະກຳ​ກຸ່ມ G20 ໄດ້​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ. ກອງ​ປະຊຸມ​ຄັ້ງ​ນີ້​ ຕົ້ນຕໍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ, ການ​ທີ່​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ຊຸກຍູ້​ໃຫ້​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ຄ້າ​ດີ​ຈີ​ຕອນ​ກັບ​ຕ່ອງ​ໂສ້​ຄຸນຄ່າ​ທົ່ວ​ໂລກ, ການ​ລົງທຶນ​ແບບ​ຍືນ​ຍົງ, ອຸດສາຫະກຳ 4.0 ແລະ ຫົວຂໍ້​ອື່ນໆ. ຝ່າຍ​ຈີນ​ໄດ້​ກ່າວ​ຄວາມ​ເຫັນ​ໃນ​ກອງ​ປະຊຸມ​ວ່າ: ກຸ່ມ G20 ຄວນ​ນຳ​ໜ້າ​ຈັດ​ຕັ້ງ​ປະຕິບັດ​ຜົນສຳເລັດ​ໃນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ 12 ຂອງ​ອົງການ​ການ​ຄ້າ​ໂລກ, ຊຸກຍູ້​ໃຫ້ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ​ມີ​ຄວາມ​ຄືບ​ໜ້າ​ຕົວ​ຈິງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ສະມາຊິກ​ອື່ນໆ​ຂອງ​ກຸ່ມ G20, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປະຕິ​ຮູບ​ອົງການ​ການ​ຄ້າ​ໂລກ, ຊຸກຍູ້​ໃຫ້​ກົນ​ໄກ​ການ​ຄ້າ​ຫຼາຍ​ຝ່າຍ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ. ຈີນ​ພວມ​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ການ​ພັດທະນາ​ໃໝ່​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ປະສານ​ງານ, ແບບ​ສີຂຽວ, ເປີດ​ປະຕູ​ແລະ​ຊົມໃຊ້​ຮ່ວມ​ກັນ, ເພີ່ມ​ທະວີ​ການ​ອອກ​ແບບ​ນະໂຍບາຍ​ຈາກ​ຂັ້ນ​ສູງ​ສຸດ, ພ້ອມ​ທັງ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ພັດທະນາ​ແບບ​ສີຂຽວ, ຕັ້ງໜ້າ​ດຳເນີນ​ການ​ລົງທຶນ​ແລະ​ການ​ຮ່ວມ​ມື​ສາກົນ, ຊຸກຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຕາມ​ທິດ​ສີຂຽວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ