ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ວປກ ທາບ​ທາມ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ​ ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ
ເວລາອອກຂ່າວ: 2022-09-30 08:47:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ:



ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໄດ້​ຈັດ​ກອງ​ປະຊຸມ​ທາບ​ທາມ​ການ​ສ້າງ​ແຜນການ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ເປັນ​ເວລາ 3 ວັນ (21-23 ກັນຍາ 2022), ໂດຍ​ການ ເປັນ​ປະທານ​ຂອງ ສະ ຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ຫົວໜ້າ​ໜ່ວຍ​ງານ​ທາບ​ທາມ​ເຂດ 6, ມີ​ຄະນະ​ພັກ-ຄະນະ​ບັນຊາ ​ວປກ, ຄະນະ​ກົມ, ໜ່ວຍ​ງານ​ຈາກ​ກະຊວງ, ຄະນະ​ພັກ​ຮາກ​ຖານ, ຄະ ນະ​ໜ່ວຍ​ພັກ, ບັນດາ​ຜູ້​ແທນ​ກອງ​ປະຊຸມ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ​ປອ ສົມ​ພອນ ສີ​ສຸວັນນະ ຮອງ​ຫົວໜ້າ​ການເມືອງ ​ວປກ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ສ້າງ​ແຜນ​ກຳນົດ​ ພະນັກງານ​ນຳພາ-ບັນຊາ ຢູ່ ​ວປກ ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ແມ່ນ​ໄດ້​ຖື​ສຳຄັນ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ​ເປັນ​ວຽກ​ໜຶ່ງ​ທີ່​ສຳຄັນ​ຂອງ​ວຽກ​ງານ​ພະນັກງານ ປະກອບສ່ວນ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ປະຕິບັດ​ສອດຄ່ອງ​ກັບ​ມາດຖານ​ແລະ​ເງື່ອນໄຂ​ທີ່​ກຳນົດ​ໃນ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ ແມ່ນ​ຄວາມ​ຮັບ​ຜິດ​ຊອບທາງ​ການເມືອງ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ​ໃນ​ການ​ວາງ​ແຜນ​ດ້ານ​ບຸກ​ຄະລາ​ກອນ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ສະເພາະ​ໜ້າ​ ແລະ​ ຍາວ​ນານ, ເອົາໃຈໃສ່​ຄົ້ນ ຄວ້າ​ເຊື່ອມ​ຊຶມ​ບັນດາ​ມະຕິ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ຢ່າງ​ເລິກເຊິ່ງ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ​ຢ່າງ​ຖືກຕ້ອງ ແລະ ມີ​ຜົນສຳເລັດ​ດີ, ເອົາໃຈໃສ່​ຊີ້​ນຳ-ນຳພາ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ໃນ​ຂອບ​ເຂດ​ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເປັນ​ເຈົ້າ​ການ,ບົນ​ພື້ນຖານ​ເສີມ​ຂະຫຍາຍ​ປະຊາທິປະໄຕ​ຢ່າງ​ກວ້າງຂວາງ​ໂດຍ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນ ຄວ້າ​ປະກອບ​ຄຳ​ເຫັນ​ ແລະ ລົງ​ຄະແນນ​ສຽງ​ຕໍ່​ເປົ້າໝາຍ​ທີ່​ຈະ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກງານ​ແຕ່​ລະ​ປະເພດ. ແຜນ​ກຳນົດ​ພະນັກງານ​ດັ່ງກ່າວ​ໄດ້​ເປັນ​ບ່ອນ​ອີງ​ສຳຄັນ​ໃນ​ການ​ວາງ​ແຜນການ​ເພື່ອ​ບຳລຸງ-ກໍ່ສ້າງ​ພະນັກງານ​ໃນ​ແຕ່​ລະ​ດ້ານ ແລະ ສັບ​ຊ້ອນ​ຈັດ​ວາງ​ພະນັກງານ​ໃສ່​ຕຳແໜ່ງ​ງານ​ໃຫ້​ຖືກຕ້ອງ​ກັບ​ມາດຖານ ແລະ ເງື່ອນໄຂ​ທີ່​ໄດ້​ກຳນົດ​ໃນ​ກົດໝາຍ​ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ​ເປັນ​ການ​ແກ້​ໄຂ​ສະພາບ​ຫຍໍ້​ທີ່​ວ່າ: ການ​ສ້າງ​ພະນັກງານ​ບໍ່​ມີ​ທິດ​ເລັ່ງ, ບໍ່​ມີ​ເປົ້າ​ໝາຍ ແລະ ສັບ​ຊ້ອນ, ຈັດ​ວາງ​ພະນັກງານ​ຕາມ​ລັກສະນະ​ປະຊາທິປະໄຕ​ແລະ​ຮູບ​ການ. ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ໄດ້​ສຳເລັດ​ໃນ​ວັນ​ທີ 23 ກັນຍາ 2022 ຢ່າງ​ຈົບງາມ. ໂດຍ: ພິດສະໄໝ ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ