
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ
ເວລາອອກຂ່າວ: 2022-09-30 08:55:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 12 | ຄວາມນິຍົມ:
ໂດຍຕອບສະໜອງຕາມຄຳ ເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ສິງກະໂປ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ຢ້ຽມຢາມສາທາ ລະນະລັດ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-28 ກັນຍາ 2022, ເພື່ອຮັດ
ແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ອັນເປັນມູນ ເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ພິທີຕ້ອນຮັບຢ່າງເປັນທາງການໄດ້ມີຂຶ້ນໃນຕອນເຊົ້າຂອງວັນທີ 28 ກັນຍາ 2022 ທີ່ ທຳນຽບປະທານາທິບໍດີ Istana, ໂດຍໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ທ່ານ ນາຍົກລັດຖະມົນຕີ ລີ ຊຽນ ລຸງ ພ້ອມດ້ວຍພັນລະຍາ ແລະ ຄະນະ. ໃນການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນ ລີ ຊຽນ ລຸງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢ້ຽມຢາມສິງກະໂປ ໃນຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມສິງກະໂປເທື່ອນີ້ ຈະເປັນຂີດໝາຍອັນສຳຄັນ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ທັງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ສິງກະໂປ ໃຫ້ໄດ້ຮັບການພັດ ທະນາຂື້ນເທື່ອລະກ້າວ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍສະເພາະແມ່ນການ
ຮ່ວມມື ສອງຝ່າຍທາງດ້ານການເມືອງ, ດ້ານການຄ້າ-ການລົງ ທຶນ, ດ້ານພະລັງງານ, ສິ່ງແວດ ລ້ອມ, ການສຶກສາ, ວັດທະນະ ທຳ, ການທ່ອງທ່ຽວ, ເຕັກໂນໂລ
ຊີ, ຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈີຕອນ ແລະ ດ້ານອື່ນໆ. ພ້ອມ ກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ກະຊວງອຸດສາ ຫະກຳ ແລະ ການຄ້າແຫ່ງ ສິງກະ
ໂປ ແລະ ສະພາການຄ້າ ແລະ ອຸດ ສາຫະກຳ ແຫ່ງຊາດລາວ ທີ່ຈະໄດ້ຈັດ ສຳມະນານັກທຸລະກິດຂຶ້ນໃນໂອກາດຢ້ຽມຢາມຄັ້ງນີ້ ເຊິ່ງເປັນການເຜີຍແຜ່ນະໂຍບາຍດ້ານການລົງທຶນ ຂອງສອງປະເທດ, ການນຳສະເໜີກາລະໂອກາດການເຮັດທຸລະກິດ ແລະ ການລົງທຶນ ຢູ່ປະເທດຂອງກັນ ແລະ ກັນ ທັງເປັນການສ້າງໂອກາດພົບປະແລກປ່ຽນ ລະຫວ່າງເຈົ້າໜ້າທີ່ ແລະ ນັກທຸລະກິດຮ່ວມກັນ ແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນ ດີຍິ່ງໆຂຶ້ນ. ໂຕເລກການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາ ລວມມີ 83 ໂຄງການ ຊຶ່ງຈັດເປັນອັນດັບທີ 10 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ. ສຳລັບ ມູນຄ່າການຄ້າສອງຝ່າຍ, ໃນປີ 2021 ມີ 115,9 ລ້ານໂດລາ, ສປປ ລາວ ສົ່ງອອກ ມີມູນຄ່າປະມານ 90,9 ລ້ານໂດລາ ແລະ ນຳເຂົ້າປະມານ 52 ລ້ານໂດລາ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດດຽວນີ້, ທ່ານ ພັນຄຳ ວິພາວັນ ກໍສະເໜີຕໍ່ ທ່ານ ລີ ຊຽນ ລຸງ ເພື່ອຊຸກຍູ້ໃຫ້ນັກ ລົງ ທຶນສິງກະໂປ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງເປັນຕົ້ນແມ່ນຂົງເຂດບໍລິການປິ່ນອ້ອມໂລຈິສຕິກ ກໍຄືໃນ 9 ຂະແໜງການທີ່ ສປປ ລາວ ໄດ້ສົ່ງເສີມ ແລະ ໃຫ້ນະໂຍບາຍພິເສດ ຄື: ຂະແໜງການຄົ້ນຄວ້າວິໄຈທີ່ນຳໃຊ້ເຕັກໂນໂລຊີສູງທີ່ ທັນສະໄໝ, ຂະແໜງກະສິກຳສະອາດປອດສານພິດ, ອຸດສາ ຫະກຳປຸງແຕ່ງຜະລິດຕະພັນກະ ສິກຳ, ການພັດທະນາອຸດສາຫະ ກຳທ່ອງທ່ຽວ, ການສຶກສາ, ສາ ທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ທະນາຄານນະໂຍບາຍ-ສະຖາບັນການເງິນ ແລະ ສູນການຄ້າທີ່ທັນສະໄໝ. ພ້ອມດຽວ ກັນນັ້ນ, ທ່ານ ພັນຄຳ ວິພາວັນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນວຽກງານສົ່ງເສີມ ຂີດຄວາມສາມາດໃຫ້ແກ່ພະນັກງານລັດ, ດ້ານການພັດທະນາຊັບພະຍາ ກອນມະນຸດ, ການສະໜອງທຶນການສຶກສາ ແລະ ທຶນເຝິກອົບຮົບ, ການສົ່ງອາສາສະໝັກມາຊ່ວຍເຫຼືອວຽກຊຸມຊົນ, ການຊ່ວຍ ເຫຼືອໃນໄລຍະເກີດໄພພິບັດສັນຄູກັ້ນນ້ຳເຊປຽນ-ເຊນ້ຳນ້ອຍ ແຕກທີ່ແຂວງອັດຕະປື ລວມທັງການຊ່ວຍ ເຫຼືອໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ. ນອກຈາກນີ້, ທ່ານ ພັນຄຳ ວິພາວັນ ຍັງໄດ້ແຈ້ງວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບສິງກະໂປ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍສະ ເພາະການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ພ້ອມທັງໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂອບວຽກອາຊຽນ. ໂດຍສະເພາະການປະກາດໃຫ້ການຊ່ວຍເຫຼືອແກ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ພ້ອມດຽວກັນນີ້, ທ່ານ ພັນຄຳ ວິພາວັນ ຍັງໄດ້ເຊື້ອເຊີນ ທ່ານ ລີ ຊຽນ ລຸງ ເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ສະດວກ ເຊິ່ງທ່ານນາຍົກລັດຖະມົນຕີສິງກະໂປ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນດັ່ງກ່າວ ແລະ ຈະເດີນທາງມາຢ້ຽມຢາມທາງການທີ່ ສປປ ລາວ ໃນໂອກາດທີ່ສະດວກ.
ພາຍຫຼັງສຳເລັດການພົບປະ ສອງຝ່າຍ, ທັງສອງນາຍົກລັດ ຖະມົນຕີ ກໍໄດ້ຮ່ວມກັນເປັນສັກຂີ ພິຍານການລົງນາມບົດບັນທຶກຄວາມເຂົ້າໃຈ 4 ສະບັບ ຄື: ບົດ ບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານປ້ອງກັນສິ່ງແວດ ລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການບໍລິຫານຈັດສັນຊັບພະຍາກອນທາງນ້ຳ, ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດີ ຈີຕອນ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານພະລັງງານ. ໃນໂອກາດຢ້ຽມຢາມສິງກະໂປ ຄັ້ງນີ້, ທ່ານ ພັນຄຳ ວິພາວັນ ຍັງໄດ້ເປັນກຽດຂຶ້ນກ່າວ ເປີດກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ, ພ້ອມທັງໄດ້ຢ້ຽມຢາມໂຮງຮຽນວິຊາຊີບນັນ ຢາງໂພລີເທັກນິກ (Nanyang Polytechic) ແລະ ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ທາມັນ ຊັນມູກາຣັດນັນ (Tharman Shanmugaratnam) ລັດຖະມົນຕີອາວຸໂສ ລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ ສິງກະໂປ ອີກດ້ວຍແລະ ນຳພາຄະນະ ໄປຢ້ຽມຊົມສວນພຶກສາຊາດສິງກະໂປ (Na-tional Garden, Singapore Botanic Garden) ເພື່ອຕັ້ງຊື່ດອກໄມ້ຕາມປະເພນີທີ່ເຄີຍປະຕິບັດຂອງຝ່າຍສິງກະໂປ.
ໂດຍ: ກົມການຂ່າວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ