ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ທະຫານ​ເມືອງ​ວັງ​ວຽງ​ ແຮກສ່ຽວ ​ກັບ ອົງການ​ປົກຄອງ​ບ້ານ​ນາ​ແຄ
ເວລາອອກຂ່າວ: 2022-09-30 09:09:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ວັນ​ທີ 23 ກັນຍາ 2022, ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ​ ໄດ້​ຈັດ​ພິທີ​ແຮກສ່ຽວ ກັບອົງການ​ປົກຄອງ​ບ້ານ​ນາ​ແຄ, ໂດຍມີ ສະຫາຍ ບຸນ​ຈັນ ມາລາ​ວົງ ກຳມະການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງ​ວັງ​ວຽງ, ສະຫາຍ ພັນ​ເອກ ສົມ​ພັນ ເຮືອງ​ພະຈັນ ຄະນະ​ປະຈຳ​ພັກ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງຈັນ, ​ສະຫາຍ ພັນ​ໂທ ວັນ​ໄຊ ຢາ​ຫົງ​ທອງ ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ, ອຳນາດ​ການ​ປົກຄອງ ​ບ້ານ​ນາ​ແຄ ແລະ ​ປະຊາຊົນ​ພາຍ​ ໃນ​ບ້ານ​ເຂົ້າ​ຮ່ວມ. ສະຫາຍ ວັນ​ແສງ ຮອງ​ນາຍ ບ້ານ​ນາ​ແຄ ໄດ້​ເລົ່າ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ບ້ານ​ນາ​ແຄ, ໂດຍຫຍໍ້.ຈາກ​ນັ້ນ, ​ສະຫາຍ ພັນ​ໂທ ສາຍ​ຟອງ ແກ້ວ​ປະເສີດ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ ໄດ້​​ລາຍ​ງານ​ປະຫວັດ​ຫຍໍ້​ຂອງ​ກົມ​ກອງ, ພ້ອມ​ທັງ​ ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ ​ແຮກສ່ຽວກັບອົງການ​ປົກຄອງ​ບ້ານ​ນາ​ແຄ ເມືອງ​ວັງ​ວຽງ, ອີງ​ຕາມຂໍ້​ຕົກລົງ​ຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ ວ່າດ້ວຍ ​ການ​​ກໍ່ສ້າງ​ຮາກ​ຖານຕາມ​ມູນ ເຊື້ອ ແລະ ແຮກສ່ຽວ​ລະຫວ່າງ ​ກອງທັບ​ກັບ​ອົງການ​ປົກຄອງ ​ທ້ອງຖິ່ນ, ອີງ​ຕາມ​ທິດ​ຊີ້​ນຳຂອງ ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ເພີ່ມ​ທະວີໃນ​ ການ​ກໍ່ສ້າງ​ຮາກ​ຖານການເມືອງ ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ກົມ​ກອງ​ຕັ້ງ​ທັບ​ຢູ່ ເພື່ອ​ຕິດຕາມ ແລະ ຊຸກຍູ້​ຂະ​ບວນ​ການໃຫ້​ຟົດ ​ຟື້ນ​ ຢ່າງ​ຕໍ່​ເນື່ອງ ແລະ ຂໍ້​ຕົກລົງ​ ຂອງ​ເຈົ້າເມືອງ ເມືອງ​ວັງວຽງ ວ່າ​ດ້ວຍ​ການ​ແຮກສ່ຽວລະ ຫວ່າງກອງ​ບັນຊາ​ການ​ທະຫານ ​ເມືອງ​ວັງ​ວຽງ ກັບ ອົງການ​ປົກ ຄອງ​ບ້ານ​ນາ​ແຄ, ອີງ​ຕາມ​ບົດ​ບັນທຶກ ​ວ່າ​ດ້ວຍ​ການ​ແຮກສ່ຽວ​ລະຫວ່າງ​ກອງ​ບັນຊາ​ການ​ທະ ຫານ​ເມືອງ​ວັງ​ວຽງ ແລະ ບ້ານ​ນາ​ແຄ ຄັ້ງ​ວັນ​ທີ 14 ​ສິງຫາ 2022, ເຈົ້າເມືອງ ເມືອງວັງ​ວຽງ​ເຫັນ​ດີ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ ແລະ ອົງການ​ປົກຄອງ​ບ້ານ​ນາ​ແຄພົວພັນ​ຮ່ວມ​ມື​ແຮກສ່ຽວ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ, ຈາກ​ນັ້ນ. ຄະນະກອງ​ບັນຊາ​ການ​ທະຫານ​ເມືອງ​ວັງ​ວຽງ ແລະ ອົງການ​ປົກ ຄອງ​ບ້ານ​ນາ​ແຄ ໄດ້​ເຊັນ​ບົດ​ບັນ ທຶກ​ສັນຍາ​ແຮກສ່ຽວ, ພ້ອມ​ທັງ​ຊົມ​ການສະແດງ​ສິລະ​ປະ​ສະໝັກ​ຫຼິ້ນ​ຂອງ​ບ້ານ​ ຕື່ມ​ອີກ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ