ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວຄັ້ງທີ 4 ສະໄໝທີ III
ເວລາອອກຂ່າວ: 2019-02-13 10:20:15 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1475 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິ ຫານງານຄັ້ງທີ 4 ສະໄຫມທີ III ຂອງສະຫະພັນນັກຮົບເກົ່າແຫ່ງ ຊາດລາວໄດ້ເປີດຂຶ້ນໃນວັນທີ 12 ກຸມພາ2019 ນີ້ , ໂດຍການເປັນປະ ທານຂອງທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະ ຫະພັນນັກຮົບເກົ່າແຫ່ງຊາດ ລາວ, ບັນດາສະຫາຍໃນຄະ ນະບໍລິຫານງານພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນໂອກາດນີ້, ທ່ານປະທານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວໄດ້ຂຶ້ນກ່າວເປີດກອງປະ ຊຸມຄົບຄະນະບໍລິຫານງານສະ ຫະພັນນັກຮົບເກົ່າແຫ່ງຊາດ ລາວ ຄັ້ງທີ 4 ສະໄຫມທີ III ຄັ້ງ ນີ້ວ່າ: ກອງປະຊຸມດັ່ງກ່າວຈະ ໄດ້ດໍາເນີນໄປເປັນເວລາ 2 ວັນ ເຊິ່ງບັນດາສະຫາຍຜູ້ແທນກອງ ປະຊຸມຈະໄດ້ພ້ອມກັນສະຫລຸບ ຕີລາຄາ ແລະ ທົບທວນຄືນຢ່າງ ເລິກເຊິ່ງຕໍ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນນັກ ຮົບເກົ່າທົ່ວປະເທດຄັ້ງທີ 3 ກາງ ສະໄຫມຕິດພັນກັບການຈັດຕັ້ງ ປະຕິບັດມະຕິກອງປະຊຸມສະໄໝ ສາມັນຄົບຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວຄັ້ງທີ 3 ສະໄຫມທີ III ໃນ ໄລຍະຜ່ານມາດ້ວຍການຫັນລົງ ກໍ່ສ້າງຮາກຖານການເມືອງ ພັດ ທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດຫມາຍຕິດພັນກັບຂໍ້ແຂ່ງ ຂັນ 3 ດີ 6 ຮັກສາຂອງສະຫະ ພັນນັກຮົບເກົ່າແຫ່ງຊາດຊາດ ລາວຕາມທິດ 3 ສ້າງຂອງພັກ ແລະ ພ້ອມກັນຄົ້ນຄວ້າໃນການ ກຳນົດທິດທາງແຜນການທ້າຍ ສະໄໝ ແລະ ກຳນົດໜ້າທີ່ວຽກ ງານຈຸດສຸມໃນສົກປີ 2019- 2020 ສະຫລຸບສັງເກດຕີລາ ຄາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III, ການແກ້ໄຂຊີວິດການເປັນຢູ່ລຶບລ້າງຄວາມທຸກຍາກ, ກະຕຸກຊຸກຍູ້ປຸກລະດົມຖັນແຖວ ນັກຮົບເກົ່າເສີມຂະຫຍາຍນໍ້າ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ສ້າງກອງທືນແລະ ເຮັດໃຫ້ຄອບຄົວນັກຮົບເກົ່າຜູ້ທຸກ ຍາກຫລຸດລົງ ແລະ ຄອບຄົວຕົວ ແບບທາງດ້ານການຜະລິດນັບມື້ ນັບເພີ່ມຂຶ້ນຂອງນັກຮົບເກົ່າ,ໄປ ຄຽງຄູ່ກັບການສັງເກດຕີລາຄາ ການຈັດຕັ້ງປະຕິບັດ 5 ແຜນ ງານ, 8 ໂຄງການທີ່ຂອງສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ວາງອອກໃນ 1 ປີ ຜ່ານມາ ແລະ ຄົ້ນຄວ້າປະກອບຄຳເຫັນເປັນເອກະພາບກັນກຳນົດທິດທາງ ແຜນພັດທະນາເສດຖະກິດ-ສັງຄົມຂອງນັກຮົບເກົ່າ 5 ປີ ຄັ້ງທີ III ທ້າຍສະໄຫມ ແລະ ໃນປີຕໍ່ໄປ, ພ້ອມນັ້ນ ຍັງຈະໄດ້ຈັດຕັ້ງດຳເນີນຊີວິດການເມືອງຢູ່ພາຍໃນຄະນະບໍລິຫານງານ ເພື່ອສັງເກດຕີລາຄາການຊີ້ນຳ-ນຳພາວຽກງານດ້ານຕ່າງໆ ໃນໄລຍະເຄິ່ງສະໄຫມຜ່ານມາ ຕື່ມອີກ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ