ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະ​ຊຸມ​ສ່ອງ​ແສງວຽກ​ງານ​ຮອບ​ດ້ານ ເຂດ 3 ພາກ​ເໜືອ​ ປະ​ຈຳ​ໄຕ​ມາດ III
ເວລາອອກຂ່າວ: 2022-10-03 09:06:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ:



ກອງ​ປະ​ຊຸມ​ສ່ອງ​ແສງວຽກ ງານ​ຮອບ​ດ້ານເຂດ 3 ພາກ​ເໜືອ ປະ​ຈຳ​ໄຕ​ມາດ III ແລະ ວາງ​ທິດ​ທາງ​ແຜນ​ການ​ປະ​ຈຳ​ໄຕ​ມາດ IV ປີ 2022 ຈັດ​ຂຶ້ນ​ຢູ່​ທີ່​ສະ​ໂມ​ສອນ ໂຮງ​ໝໍ​ບໍ​ລິ​ເວນ 101 ແຂວງ​ຊຽງ​ຂວາງ ໃນ​ວັນ​ທີ 28 ກັນ​ຍາ 2022 ຜ່ານ​ມານີ້​, ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ​ພົນ​ຕີ ຄຳເພັດ ສີ​ຊາ​ນົນ ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ພັກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫົວ​ໜ້າ​ກົມ​ໃຫຍ່​ພະ​ລາ​ທິ​ການກອງ​ທັບ, ມີ​ຜູ້​ຕາງ​ໜ້າ​ຈາກ​ກົມ​ກອງ, ມີໂຮງ​ໝໍ​ບໍ​ລິ​ເວນ 101, ກອງ​ບັນ​ຊາ​ການ​ທ​ະ​ຫານ​ແຂວງຊຽງ​ຂວາງ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງຫົວ​ພັນ, ກອງພັນໃຫຍ່ 702, 643, 584, ຈຸດ​ສຸມ​ຄັງ​ວຽງ ແລ​ະ ວິ​ຊາ​ການ​ຂັ້ນ​ເທິງ​ເຂົ້າ​ຮ່ວມ. ໃນ​ກອງ​ປະ​ຊຸມ ຜູ້​ຕາງ​ໜ້າ​ ຈາກ​ບັນ​ດາ​ກົມ​ກອງ​ໄດ້​ລາຍ​ງານສະ​ພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຮອບ​ດ້ານ ແລະ ປະ​ກົດ​ການ​ຫຍໍ້​ທໍ້ ທີ່​ເກີດ​ຂຶ້ນ​ໃນ​ສັງ​ຄົມ ​ກໍ​ຄື​ຢູ່​ກົມ​ກອງ​ຂອງ​ຕົນ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະ​ພາບການ​ສຶກ​ສາ​ອົບ​ຮົມ​ການ​ເມືອງ-ນຳ​ພາ​ແນວ​ຄິດ​ ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ວຽກ​ງານກໍ່​ສ້າງ​ກຳ​ລັງ, ສ້າງ​ພະ​ນັກ​ງານ ແລະ ວຽກ​ງານ​ອື່ນໆ. ພ້ອມນັ້ນ​ກອງ​ປະ​ຊຸມ​ຍັງ​ໄດ້​ແລກ​ປ່ຽນຄຳ​ຄິດ-ຄຳ​ເຫັນ​ເພື່ອ​ເປັນ​ເອ​ກະ​ພາບ ໃນ​ການ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ 4 ໜ້າ​ທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະ​ນະ​ພັກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວາງ​ອອກ ຕິດ​ພັນ​ກັບ 4 ເນື້ອ​ໃນ 4 ຄາດ​ໝາຍ, ໂດຍ​ສະ​ເພາະ​ເຮັດ​ໃຫ້​ວຽກ​ງານ​​ຮອບ​ດ້ານ​ໃຫ້ມີ​ຄວາມ​ສະ​ຫງົບ ​ເອົາ​ໃຈ​ໃສ່​ຕິດ​ຕາມ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ໄພ​ພິ​ບັດ​ທຳ​ມະ​ຊາດ, ພະ​ຍາດ​ລະ​ບາດຄຽງ​ຄູ່​ໄປ​ພ້ອມ​ກັບ​ວຽກ​ງານ​ປັບ​ປຸງກໍ່​ສ້າງ​ກຳ​ລັງ, ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່, ຕ້ານ ແລ​ະ ສະ​ກັດ​ກັ້ນ​ບັນ​ຫາ​ສິ່ງ​ເສບ​ຕິດ​ຕ່າງໆ ເພື່ອ​ແນ​ໃສ່​ສ້າງ​ກົມ​ກອງ​ ປອດ​ໃສ ເຂັ້ມ​ແຂງ ໜັກ​ແໜ້ນ ​ຂຶ້ນ​ເລື້ອຍໆ. ໂອ​ກາດ​ດັງ​ກ່າວ ສະ​ຫາຍ​ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ໄດ້​ຮຽກ​ຮ້ອງ​ມາ​ຍັງ​ຄະ​ນະ​ພັກ, ຄະ​ນະ​ບັນ​ຊາ​ແຕ່​ລະ​ກົມ​ກອງ ຈົ່ງພ້ອມ​ກັນ​ເອົາ​ໃຈ​ໃສ່​ສຶບ​ຕໍ່​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ນຳ​ພາ​ແນວ​ຄິດ ໃຫ້​ພະ​ນັກ​ງານ-ນັກ​ຮົບ​ໃນ​ກົມ​ກອງ​ຂອງ​ຕົນ ໃຫ້​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງຫ້າວ​ຫັນ​ຕໍ່​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ຕົນ, ເອົາ​ໃຈ​ໃສ່​ຕອບ​ຕ້ານ​ທຸກ​ກົນ​ອຸ​ບາຍ​ຂອງ ກຸ່ມ​ຄົນ​ທີ່ບໍ່​ດີ ແລະ ມີ​ສະ​ຕິ​ຕໍ່​ການ​ນຳ​ໃຊ້​ສື່ສັງ​ຄົມ​ອອນ​ລາຍ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການກວດ​ກາ ແຕ່​ລະ​ຂົງ​ເຂດ​ວຽກ​ງານ​ໃຫ້​ເປັນ​ປົກ​ກະ​ຕິ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປັບ​ປຸງກໍ່​ສ້າງ​ພັກ, ກໍ່​ສ້າງ​ພະ​ນັກ​ງານ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ-ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ຈັດ​ຕັ້ງ ເພື່ອ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ປັດ​ໃຈ​ຕ່າງໆ​ ໃນ​ການກໍ່​ສ້າງກອງ​ທັບ​ໃຫ້​ກາຍ​ເປັນ​ກອງ​ທັບ​ທີ່​ມີ​ແບບ​ແຜນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ພາບ-ຂ່າວ: ບຸນ​ຍອຍ ແມນ​ມະ​ນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ