ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າ​ການເມືອງ ​ວພກ ໂອ້​ລົມ​​ນັກ​ສຶກ​ສາ​ໃໝ່ ກອງພັນ​ທີ 1
ເວລາອອກຂ່າວ: 2022-10-03 09:18:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022, ສະຫາຍ ພັນ​ເອກ ບຸນ​ກ້ຽງ ວົງສາ​ລາດ ຫົວໜ້າ​ການເມືອງ​ວິທະຍາຄານ​ພະລາທິການ​ກອງ ທັບ (​ວພກ) ໄດ້​ພົບ​ປະ​ໂອ້​ລົມນັກ​ສຶກ​ສາ ກອງພັນ​ທີ 1, ໂດຍ​ມີ ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ທີ 1 ແລະ ຕາງໜ້າ ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດຮອດນັກ​ສຶກ​ສາ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ກ້ຽງ ວົງສາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ນັກ​ສຶກ​ສາ ທີ່​ໄດ້​ເຂົ້າ​ມາ​ຮຽນ​ໃນ ວິທະຍາຄານ​ແຫ່ງ​ນີ້ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້ເອົາໃຈໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ໜ້າທີ່​ການເມືອງ​ຂອງ​ຕົນ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນສົມບັດ ​ສິນ​ທຳ​ປະຕິວັດ ແລະ ຕັ້ງໜ້າ​ດຸ ໝັ່ນ​ຂະຫຍັນ​ພຽນ​ໃນ​ການ​ຄົ້ນ ຄວ້າ​ຮໍ່າຮຽນ​ ເພື່ອ​ເຝິກຝົນ​ຕົນ​ເອງ​ໃຫ້​ມີ​ທັກ​ສະ​ໃນ​ການ​ຮ່ຳຮຽນ​ຖອດ​ຖອນ​ບັນດາ​ມູນເຊື້ອ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງ ທັບ, ເອົາໃຈໃສ່​ປະຕິບັດ​ຂໍ້​ກຳນົດ​, ກົດ​ລະບຽບ​ຂອງ​ກອງທັບ, ປະຕິບັດ 7 ລະບອບ 18 ວຽກ​ຢ່າງ​ເຂັ້ມ​ງວດ ແລະ ປະກອບສ່ວນ​ທັງ​ແຮງ​ກາຍ, ສະຕິ​ປັນຍາ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ກ້າວ​ຂຶ້ນ​ເປັນ​ພະນັກງານ​ຮຸ່ນ​ສືບ​ທອດ​ທີ່​ດີ​ຂອງ​ກົມ​ກອງ, ຂອງ​ກອງທັບ ແລະ ​ ໄດ້​ຮຽກຮ້ອງ​ຄູ​-ອາຈານ​ເອົາ ໃຈໃສ່ການ​ສິດສອນ​​ໃຫ້​ໄດ້​ຮັບ​ສິດທິ​ພາບ​ສູງ​ສຸດ, ເປັນເຈົ້າ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ​ໃນ​ການ​ນຳພາ-ຊີ້​ນຳ ຄຸ້ມ​ຄອງ​ໃຫ້​ເຂັ້ມ​ງວດ ຖື​ເອົາ​ລະບຽບ​ວິໄນ​, ຂໍ້​ກຳນົດ​ຕ່າງໆ​ຂອງ​ກອງທັບ​ເປັນ​ຫຼັກ, ຕິດ​ພັນ​ກັບວຽກ​ງານ​ສຶກ​ສາ​ ອົບຮົມ​ການເມືອງ-ນຳພາ​ແນວຄິດ​ໃຫ້​ສອດຄ່ອງ​ກັບ​ບົດຮຽນ, ຄວາມ​ຮູ້, ຄວາມ​ສາມາດ​ໃຫ້​ເຂົາເຈົ້າ​ເຂົ້າໃຈ​ແຈ້ງ ແລະ ເລິກເຊິ່ງ, ພ້ອມ​ກັນ​ປະຕິບັດ​ເນື້ອ​ໃນ​ການ​ຮຽນ​ ການ​ສອນ, ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື​ກົດ​ລະບຽບ​ພາຍ​ໃນ​ວິທະຍາຄານ​ໃຫ້​ເຂັ້ມ​ງວດ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ​ທີ່​ຂັ້ນ​ເທິງ ມອບ​ໝາຍ. ໂດຍ : ບຸນ​ປອນ ພັນ​ດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ