
ຫົວໜ້າການເມືອງ ວພກ ໂອ້ລົມນັກສຶກສາໃໝ່ ກອງພັນທີ 1
ເວລາອອກຂ່າວ: 2022-10-03 09:18:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:
ວັນທີ 22 ກັນຍາ 2022, ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ຫົວໜ້າການເມືອງວິທະຍາຄານພະລາທິການກອງ ທັບ (ວພກ) ໄດ້ພົບປະໂອ້ລົມນັກສຶກສາ ກອງພັນທີ 1, ໂດຍມີ ຄະນະພັກ-ຄະນະບັນຊາ ກອງພັນທີ 1 ແລະ ຕາງໜ້າ ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນກ້ຽງ
ວົງສາລາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານັກສຶກສາ ທີ່ໄດ້ເຂົ້າມາຮຽນໃນ ວິທະຍາຄານແຫ່ງນີ້ ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດ ສິນທຳປະຕິວັດ ແລະ ຕັ້ງໜ້າດຸ ໝັ່ນຂະຫຍັນພຽນໃນການຄົ້ນ ຄວ້າຮໍ່າຮຽນ ເພື່ອເຝິກຝົນຕົນເອງໃຫ້ມີທັກສະໃນການຮ່ຳຮຽນຖອດຖອນບັນດາມູນເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງ ທັບ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປະຕິບັດ 7 ລະບອບ 18 ວຽກຢ່າງເຂັ້ມງວດ ແລະ ປະກອບສ່ວນທັງແຮງກາຍ, ສະຕິປັນຍາເຂົ້າໃນທຸກຂົງເຂດວຽກງານ ເພື່ອເຮັດໃຫ້ຕົນເອງກ້າວຂຶ້ນເປັນພະນັກງານຮຸ່ນສືບທອດທີ່ດີຂອງກົມກອງ, ຂອງກອງທັບ ແລະ ໄດ້ຮຽກຮ້ອງຄູ-ອາຈານເອົາ
ໃຈໃສ່ການສິດສອນໃຫ້ໄດ້ຮັບສິດທິພາບສູງສຸດ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການນຳພາ-ຊີ້ນຳ ຄຸ້ມຄອງໃຫ້ເຂັ້ມງວດ ຖືເອົາລະບຽບວິໄນ, ຂໍ້ກຳນົດຕ່າງໆຂອງກອງທັບເປັນຫຼັກ, ຕິດພັນກັບວຽກງານສຶກສາ
ອົບຮົມການເມືອງ-ນຳພາແນວຄິດໃຫ້ສອດຄ່ອງກັບບົດຮຽນ, ຄວາມຮູ້, ຄວາມສາມາດໃຫ້ເຂົາເຈົ້າເຂົ້າໃຈແຈ້ງ ແລະ ເລິກເຊິ່ງ, ພ້ອມກັນປະຕິບັດເນື້ອໃນການຮຽນ ການສອນ, ກົດລະບຽບຂອງກອງທັບ ກໍຄືກົດລະບຽບພາຍໃນວິທະຍາຄານໃຫ້ເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ຂັ້ນເທິງ ມອບໝາຍ.
ໂດຍ : ບຸນປອນ ພັນດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ