ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຄື່ອນ​ໄຫວ​ເກັບ​ກຳ​ຂໍ້​ມູນ​ຢູ່​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ
ເວລາອອກຂ່າວ: 2022-10-03 09:26:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:



ໃນ​ວັນ​ທີ 26 ກັນຍາ 2022 ນີ້, ສະຫາຍ ພັນ​ໂທ ບຸນ​ທັນ ສຸ ລິຍະ​ແສງ ຫົວໜ້າ​ພະ​ແນກ ວິທະ ຍາສາດ ເຕັກ​ໂນ​ໂລ​ຊີ ແລະ ສິ່ງ ແວດລ້ອມ ກົມວິທະຍາສາດປະ ຫວັດສາດການ​ທະຫານກະຊວງ​ ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະ ນະໄດ້​​ເຄື່ອນ​ໄຫວເກັບກຳຂໍ້​ມູນ​ຢູ່​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ, ໃຫ້ການ​ຕ້ອນຮັບ​ໂດຍ ສະຫາຍ ພັນ​ໂທ ແກ້ວ​ອຸໄທ ສຳ​ມະລຶກ ຫົວໜ້າ​ຄະນະ​ວິຊາ​ຄູ​ຄວາມ​ຮູ້​ທົ່ວ​ໄປ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ, ຄະນະ ພະແນກການ​ ພ້ອມ​ດ້ວຍ​ພະນັກ ງານ ​ຄູ-ອາຈານ​ໃນ​ຄະນະ​ວິຊາ​ຄູ​ຄວາມ​ຮູ້​ທົ່ວໄປ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ທັນ ສຸ ລິຍະ​ແສງ ໄດ້​ສະເໜີ​ຈຸດປະສົງ​ຂອງ​ການເຄື່ອນໄຫວເກັບ​ກຳ​ຂໍ້​ມູນ​ຢູ່​ໂຮງຮຽນ​ໃນ​ຄັ້ງ​ນີ້ ໂດຍ​ ປະຕິບັດ​ຕາມພາລະ​ບົດບາດ, ໜ້າທີ່ ແລະ ຂອບ​ເຂດ ​ສິດ​ຂອງ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານໃນ​ນາມ​ເປັນກົມ​ ກອງ​ຄຸ້ມ​ຄອງ​ວຽກ​ງານ​ສິ່ງແວດ ລ້ອມ​ໃນ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ສັນຍາ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ສ້າງ​ຈິດ​ສຳນຶກ​ດ້ານ​ສິ່ງແວດລ້ອມ ໃຫ້​ກົມ​ກອງ​ທະ ຫານ​ທົ່ວ​ກອງທັບ ໄລຍະ​ທີ 3 ແລະ ແຜນການ​ລົງ​ເກັບ​ກຳ​ຂໍ້​ມູນ. ເພື່ອເກັບກຳ​ຂໍ້​ມູນ​ປະກອບ​ໃສ່​ປຶ້ມ​ວິ​ໄສ​ທັດ ປີ 2030 ແລະ ຍຸດທະສາດ ກະຊວງ​ປ້ອງ​ກັນ​ປະເທດ ປີ 2021-2025 ດ້ານ​ການ​ສຶກ​ສາ ແລະ ສ້າງ​ຈິດ​ສຳນຶກ​ດ້ານ​ສິ່ງແວດລ້ອມ ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ແລະ ສອດຄ່ອງໃນ ​ການຈັດຕັ້ງ​ຜັນ​ຂະຫຍາຍ​ຢູ່​ບັນ ດາ​ກົມ​ກອງ​ໃນ​ທົ່ວ​ກອງທັບ​ໃຫ້​ຖືກຕ້ອງ ແລະ ມີ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ