ເຄື່ອນໄຫວເກັບກຳຂໍ້ມູນຢູ່ໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2022-10-03 09:26:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:
ໃນວັນທີ 26 ກັນຍາ 2022 ນີ້, ສະຫາຍ ພັນໂທ ບຸນທັນ ສຸ ລິຍະແສງ ຫົວໜ້າພະແນກ ວິທະ ຍາສາດ ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ ກົມວິທະຍາສາດປະ ຫວັດສາດການທະຫານກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະໄດ້ເຄື່ອນໄຫວເກັບກຳຂໍ້ມູນຢູ່ໂຮງຮຽນທິດສະດີການເມືອງກອງທັບ, ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນໂທ ແກ້ວອຸໄທ ສຳມະລຶກ ຫົວໜ້າຄະນະວິຊາຄູຄວາມຮູ້ທົ່ວໄປ ໂຮງຮຽນທິດສະດີການເມືອງກອງທັບ, ຄະນະ ພະແນກການ ພ້ອມດ້ວຍພະນັກ ງານ ຄູ-ອາຈານໃນຄະນະວິຊາຄູຄວາມຮູ້ທົ່ວໄປເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທັນ ສຸ ລິຍະແສງ ໄດ້ສະເໜີຈຸດປະສົງຂອງການເຄື່ອນໄຫວເກັບກຳຂໍ້ມູນຢູ່ໂຮງຮຽນໃນຄັ້ງນີ້ ໂດຍ ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດ ສິດຂອງກົມວິທະຍາສາດ-ປະຫວັດສາດ ການທະຫານໃນນາມເປັນກົມ ກອງຄຸ້ມຄອງວຽກງານສິ່ງແວດ ລ້ອມໃນກອງທັບປະຊາຊົນລາວ, ອີງຕາມສັນຍາຈັດຕັ້ງປະຕິບັດໂຄງການສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ກົມກອງທະ ຫານທົ່ວກອງທັບ ໄລຍະທີ 3 ແລະ ແຜນການລົງເກັບກຳຂໍ້ມູນ. ເພື່ອເກັບກຳຂໍ້ມູນປະກອບໃສ່ປຶ້ມວິໄສທັດ ປີ 2030 ແລະ ຍຸດທະສາດ ກະຊວງປ້ອງກັນປະເທດ ປີ 2021-2025 ດ້ານການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງໃນ ການຈັດຕັ້ງຜັນຂະຫຍາຍຢູ່ບັນ ດາກົມກອງໃນທົ່ວກອງທັບໃຫ້ຖືກຕ້ອງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ