ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ ປະຈຳ​ປີ 2022
ເວລາອອກຂ່າວ: 2022-10-03 09:27:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ໃນ​ວັນ​ທີ 27 ກັນຍາ 2022 ນີ້, ກອງພັນ​ໃຫຍ່ 605 ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ ແລະ ກິລາ​ການ​ທະຫານ​ ປະຈຳ​ປີ2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບົວ​ຄຳ ສາ​ມາ​ວົງ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ແລະ ນັກ​ກິລາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສັນຍາ ມະໂນ​ລາດ ຫົວໜ້າຂະແໜງອົບ ຮົມ ກອງພັນ​ໃຫຍ່ 605 ໄດ້​ສະ ຫຼຸບ​ຕີ​ລາຄາ​ຜົນ​ການ​ແຂ່ງຂັນ​ກິລາປະຈຳ​ປີ ເຊິ່ງ​ໄດ້​ຍົກ​ໃຫ້ເຫັນ​ ຂໍ້​ສະດວກ, ຂໍ້ຄົງຄ້າງ ແລະ ບົດ ຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ການຈັດ ຕັ້ງ​ປະຕິບັດ​ຂະ​ບວນການ​​ເເຂ່ງ​ຂັນ​ກິລາ​ໃນ​ຄັ້ງ​ນີ້ ມີ​ປະສົບ​ຜົນສຳ ເລັດ​ຕາມ​ຄາດໝາຍ​ທີ່ວາງ​ໄວ້, ຜົນ​ຂອງ​ການ​ແຂ່ງຂັນກິລາ ໃນ​ຄັ້ງ​ນີ້, ປະເພດ ກິລາ​ເຕະບານໄດ້​ ລາງວັນ​ທີ 1 ​ທີມ​ກອງພັນທີ 1, ທີ 2 ທີມ 4 ກອງຮ້ອຍ​ເອກະ ລາດ, ກິລາ​ບານສົ່ງ​ຊາຍ​ລາງວັນ​ທີ 1 ທີມກອງພັນທີ 1, ທີ 2 ​ທີມ ກອງພັນ​ທີ 3, ກິລາບານສົ່ງຍິງ​ ລາງວັນ​ທີ 1 ​ທີມ 5 ພະແນກ ການ, ທີ 2 ແມ່ນ​ທີມ 4 ກອງຮ້ອຍ​ເອກະລາດ, ກິລາກະຕໍ້ລາງວັນທີ 1 ​ກອງພັນ​ທີ 1, ທີ 2 ​ທີມ​ກອງພັນ​ທີ 2, ກິລາ​ເປ​ຕັງປະສົມ​ຊາຍ-ຍິງ​ລາງວັນ​ທີ 1 ​ທີມ​ ກອງຮ້ອຍລົດ, ທີ 2 ​ທີມ​ກອງຮ້ອຍ​ບັນຊາ​ການ, ເປ​ຕັງ​ອາວຸໂສ​ ລາງວັນ​ທີ 1 ​ທີມ​ພະແນກ​ພະລາທິການ, ທີ 2 ​ທີມ​ກອງພັນ​ທີ 2 ແລະ ປະເພດ ກິລາ​ການ​ທະຫານແລ່ນ, ມ້າງ ແລະ ປະກອບ​ອາວຸດ​ທີມ​ຊຸດລາງວັນ​ທີ 1 ທີມ​ ກອງພັນ​ທີ 1, ທີ 2 ​ທີມ ກອງຮ້ອຍ​ວັດ ແທກ, ທີມ​ດ່ຽວ​ລາງວັນ​ທີ 1 ສະຫາຍ ຮ້ອຍ​ໂທ ແສນ​ສຸລິນ ວອນ​ມີໄຊ ກອງຮ້ອຍ​ວັດແທກ, ທີ 2 ສະຫາຍ ຮ້ອຍຕີ ລຸນ​ຕາ ຈັນທະ​ວົງ ກອງພັນ​ທີ 1; ກິລາ​ນັກຮົບ​ແຂງແຮງ​ຄານ​ຄູ່, ຄານ​ຄີກ, ເຕັ້ນ​ຍາວ ລາງວັນ​ທີ 1 ສະຫາຍ ຊັ້ນ I ໝາຍ ໄຊ​ຍະ​ສິດ ກອງພັນ​ທີ 1 ແລະ ທີ 2 ສະຫາຍ ຮ້ອຍ​ໂທ ສິດ​ໄຊ ພູ​ດາ​ວົງ ກອງພັນ​ທີ 2 . ໂອກາດ​ນີ້, ສະຫາຍ ພັນ​ເອກ ບົວ​ຄຳ ສາ​ມາ​ວົງ ໄດ້ກ່າວສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ນັກ​ກິລາ​ ທຸກ​ສະຫາຍ​ທີ່​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ຢ່າງ​ມີ​ຜົນສຳເລັດ ແລະ ໄດ້​ຮັບ​ຜົນ​ສູງ, ຮັກສາໄດ້​ ຄວາມ​ສາມັກຄີ​ມິດຕະພາບ​ໃນ​ການ​ແຂ່ງຂັນ​ລະຫວ່າງ​ກົມກອງ, ພະແນກການ, ພະນັກງານ-ນັກ ຮົບ​ຢ່າງ​ແໜ້ນ​ແຟ້ນ. ຈາກ​ນັ້ນ, ໄດ້​ມອບ​ຂອງ​ລາງວັນ​ໃຫ້​ທີມ​ນັກ​ກິລາ​ແຕ່​ລະ​ປະເພດ​ຢ່າງ​ສົມ​ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ