ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ປະຈຳປີ 2022
ເວລາອອກຂ່າວ: 2022-10-03 09:27:14 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:
ໃນວັນທີ 27 ກັນຍາ 2022 ນີ້, ກອງພັນໃຫຍ່ 605 ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ປະຈຳປີ2022, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກກິລາເຂົ້າຮ່ວມ.
ສະຫາຍ ພັນຕີ ສັນຍາ ມະໂນລາດ ຫົວໜ້າຂະແໜງອົບ ຮົມ ກອງພັນໃຫຍ່ 605 ໄດ້ສະ ຫຼຸບຕີລາຄາຜົນການແຂ່ງຂັນກິລາປະຈຳປີ ເຊິ່ງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ໃນການຈັດ ຕັ້ງປະຕິບັດຂະບວນການເເຂ່ງຂັນກິລາໃນຄັ້ງນີ້ ມີປະສົບຜົນສຳ ເລັດຕາມຄາດໝາຍທີ່ວາງໄວ້, ຜົນຂອງການແຂ່ງຂັນກິລາ ໃນຄັ້ງນີ້, ປະເພດ ກິລາເຕະບານໄດ້ ລາງວັນທີ 1 ທີມກອງພັນທີ 1, ທີ 2 ທີມ 4 ກອງຮ້ອຍເອກະ ລາດ, ກິລາບານສົ່ງຊາຍລາງວັນທີ 1 ທີມກອງພັນທີ 1, ທີ 2 ທີມ ກອງພັນທີ 3, ກິລາບານສົ່ງຍິງ ລາງວັນທີ 1 ທີມ 5 ພະແນກ ການ, ທີ 2 ແມ່ນທີມ 4 ກອງຮ້ອຍເອກະລາດ, ກິລາກະຕໍ້ລາງວັນທີ 1 ກອງພັນທີ 1, ທີ 2 ທີມກອງພັນທີ 2, ກິລາເປຕັງປະສົມຊາຍ-ຍິງລາງວັນທີ 1 ທີມ ກອງຮ້ອຍລົດ, ທີ 2 ທີມກອງຮ້ອຍບັນຊາການ, ເປຕັງອາວຸໂສ ລາງວັນທີ 1 ທີມພະແນກພະລາທິການ, ທີ 2 ທີມກອງພັນທີ 2 ແລະ ປະເພດ ກິລາການທະຫານແລ່ນ, ມ້າງ ແລະ ປະກອບອາວຸດທີມຊຸດລາງວັນທີ 1 ທີມ ກອງພັນທີ 1, ທີ 2 ທີມ ກອງຮ້ອຍວັດ ແທກ, ທີມດ່ຽວລາງວັນທີ 1 ສະຫາຍ ຮ້ອຍໂທ ແສນສຸລິນ ວອນມີໄຊ ກອງຮ້ອຍວັດແທກ, ທີ 2 ສະຫາຍ ຮ້ອຍຕີ ລຸນຕາ ຈັນທະວົງ ກອງພັນທີ 1; ກິລານັກຮົບແຂງແຮງຄານຄູ່, ຄານຄີກ, ເຕັ້ນຍາວ ລາງວັນທີ 1 ສະຫາຍ ຊັ້ນ I ໝາຍ ໄຊຍະສິດ ກອງພັນທີ 1 ແລະ ທີ 2 ສະຫາຍ ຮ້ອຍໂທ ສິດໄຊ ພູດາວົງ ກອງພັນທີ 2 .
ໂອກາດນີ້, ສະຫາຍ ພັນເອກ ບົວຄຳ ສາມາວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍນັກກິລາ ທຸກສະຫາຍທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຂົ້າຮ່ວມແຂ່ງຂັນກິລາໃນຄັ້ງນີ້ຢ່າງມີຜົນສຳເລັດ ແລະ ໄດ້ຮັບຜົນສູງ, ຮັກສາໄດ້ ຄວາມສາມັກຄີມິດຕະພາບໃນການແຂ່ງຂັນລະຫວ່າງກົມກອງ, ພະແນກການ, ພະນັກງານ-ນັກ ຮົບຢ່າງແໜ້ນແຟ້ນ. ຈາກນັ້ນ, ໄດ້ມອບຂອງລາງວັນໃຫ້ທີມນັກກິລາແຕ່ລະປະເພດຢ່າງສົມກຽດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ