ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນໍາທະຫານ​ແຂວງ​ຈຳປາ​ສັກ ​ອວຍພອນ​ ຄະນະກົງ​ສູນ​ໃຫຍ່ ​ສສ ຫວຽດນາມ ​ປະຈຳ​ພາກ​ໃຕ້
ເວລາອອກຂ່າວ: 2022-10-03 09:30:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ໃນ​ວັນ​ທີ 6 ກັນຍາ 2022 ຜ່ານ​ມາ​ນີ້, ຄະນະ​ພັກ-ຄະນະບັນ ຊາ ກອງບັນຊາ​ການທະຫານ ແຂວງ​ຈຳປາ​ສັກ ​ນຳ​ໂດຍ ສະ ຫາຍ ພັນ​ເອກ ສີ​ໄຄ ທີບ​ພະ​ຈັກ ຫົວໜ້າ​ຫ້ອງ​ການເມືອງ ກອງບັນ ຊາ​ການ​ທະຫານແຂວງຈຳປາ ສັກ ພ້ອມ​ດ້ວຍ​ຄະນະໄດ້ນຳເອົາ ກະຕ່າ​ຂອງຂວັນ​ເຂົ້າອວຍພອນ ຄະນະກົງ​ສູນ​ໃຫຍ່ ​ສສ ຫວຽດ ນາມ​ປະຈຳ​ພາກ​ໃຕ້, ເນື່ອງ​ໃນ​ໂອ ກາດວັນ ຊາດ ​ສສ ຫວຽດນາມ ຄົບຮອບ 77 ປີ​ (2 ກັນຍາ 1945-2 ກັນ ຍາ 2022) ໂດຍ ການຕ້ອນຮັບ​ດ້ວຍ​ຄວາມອົບ​ອຸ່ນ ຂອງ ສະຫາຍ ຫງວຽນ ວັນຈຸງ ຫົວໜ້າກົງສູນ​ໃຫ​​ຍ່ ​ສສ ຫວຽດ ນາມ ປະຈຳ​ພາກ​ໃຕ້ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສີ​ໄຄ ທີບ​ພະ​ຈັກ ໄດ້​ຕາງໜ້າໃຫ້​ ຄະນະ​ພັກ-ຄະນະ​ບັນຊາອວຍ ພອນ​ໄຊ​ອັນ​ປະເສີດໃຫ້​ ສະຫາຍ ຫງວຽນ ວັນຈຸງ ພ້ອມ​ຄະນະຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ພາລະ​ນາໄມ​ສົມບູນ​, ມີຜົນສໍາເລັດໃນ​ໜ້າທີ່​ການ​ງານທັງ​ສ່ວນ​ລວມ ແລະ ສ່ວນ​ຕົວ, ສືບຕໍ່​ຮັດແໜ້ນ​ຄວາມ​ສາມັກຄີມິດຕະພາບ​ສາຍ​ພົວພັນ​ການ​ຮ່ວມ​ມື​ແບບ​ພິເສດ, ເສີມ​ສ້າງ​ສາຍ​ພົວພັນ​ໃນ​ການ​ໄປ-ມາ​ຫາ​ສູ່​ເຊິ່ງ​ກັນ ແລະ ກັນ, ເພື່ອຮັດແໜ້ນຄວາມສາມັກຄີ​ ມິດຕະພາບ​ລະຫວ່າງ​ສອງ​ຊາດ, ສອງ​ພັກ, ລາວ-ຫວຽດນາມ, ຫວຽດນາມ-​ລາວ​ ທີ່​ມີ​ມູນເຊື້ອ​ອັນ​ດີງາມ​ມາ​ແຕ່​ດົນ​ນານ​ເວົ້າ​ລວມ, ເວົ້າສະເພາະກໍ​ຄື​ກົງ​ສູນ​ໃຫຍ່ ​ສສ ຫວຽດນາມ​ ປະຈຳ​ພາກ​ໃຕ້ ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຈະເລີນ​ງອກ​ງາມ ແລະ ໝັ້ນຄົງ​ທະ​ນົງ​ແກ່ນ​ຂຶ້ນ​ໄປ​ຢ່າງບໍ່​ຢຸດຢັ້ງ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ​ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ກໍໄດ້​ເຂົ້າອວຍພອນ​ຄະນະບໍລິສັດ​ມິດຕະພາບ 206 ກອງທັບ​ປະຊາຊົນ​ຫວຽດນາມ ຢູ່​ທີ່​ເມືອງ​ປາກ​ຊ່ອງ ແຂວງຈຳ ປາ​ສັກ, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ໂງ ແມັງ ຮຸງ ອຳນວຍ​ການ​ບໍລິສັດ​ມິດຕະພາບ 206 ພ້ອມ​ດ້ວຍ​ຄະນະ. ໂດຍ: ​ ວິໄລ​ພອນ ວົງ​ວິ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ