ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ທ່ານພົນຕີ ຈັນທອງ ສອນຕະອາດ ລົງຢ້ຽມຢາມພົບປະ ປະຊາຊົນບ້ານກອງລາງ ເມືອງນາແລ ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2019-02-13 10:29:03 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1695 | ຄວາມນິຍົມ:



ໃນວັນທີ 8 ກຸມພາ 2019 ນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍພັນລະຍາ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ພົບປະພໍ່ ແມ່ປະຊາຊົນບ້ານ ກອງລາງ ເມືອງນາແລ ແຂວງຫຼວງນໍ້າທາ ແລະ ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງເຊິ່ງລວມມີ ຜ້າຫົ່ມ, ມຸ້ງ, ໜໍ້, ຖ້ວຍ, ບ່ວງ, ເຄື່ອງນຸ່ງນັກກີລາ, ອຸປະກອນກີ ລາ ແລະ ອຸປະກອນການຮຽນ ລວມມູນຄ່າ 30 ລ້ານກວ່າກີບ ໄປມອບໃຫ້ບ້ານດັ່ງກ່າວ ເຊິ່ງ ກ່າວຮັບໂດຍ ທ່ານ ຄໍາສີ ເລຂາ ພັກບ້ານ,ນາຍບ້ານໆກອນລາງ ໂດຍຊ້ອງ ໜ້າ ທ່ານ ອີນແພງ ແສງມີໄຊ ຮອງເລຂາພັກເມືອງ ຮອງເຈົ້າ ເມືອງໆນາແລ ມີພັນໂທ ຄໍາຄຽນ ປຸຍກໍາມະລາດ ຫົວໜ້າຫ້ອງເສ ນາທິການທະຫານແຂວງຫຼວງ ນໍ້າທາ, ມີອຳນາດການປົກຄອງ ບ້ານ, ເຖົ້າແກ່ແນວໂຮມຕະຫຼອດ ຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ. ໃນໂອກາດນີ້, ທ່ານພົນຕີ ຈັນ ທອງ ສອນຕະອາດ ໄດ້ກ່າວວ່າ: ການປະກອບສ່ວນຊ່ວຍເຫຼືອຄັ້ງ ນີ້ກໍເພື່ອເປັນການສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊາຊົນລາວຄົບຮອບ 70 ປີ (20/ 1/ 949-20/1/2019) ໃຫ້ເປັນ ຂະບວນການຟົດຟື້ນ ກວ້າງຂວາງ ແລະ ມີເນື້ອໃນຄວາມໝາຍຢ່າງ ເລິກເຊິ່ງ, ໂດຍສະເພາະກໍເພື່ອ ເປັນການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີລະຫວ່າງກອງ ທັບກັບປະຊາຊົນ, ດັ່ງຄຳຂວັນທີ່ວ່າກອງທັບກັບປະຊາຊົນຄືປາ ກັບນໍ້າ, ໃນໂອກາດດຽວກັນນີ້, ເລ ຂາພັກບ້ານ, ນາຍບ້ານກໍໄດ້ຕາງ ໜ້າອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ກອງລາງ, ກ່າວສະແດງຄວາມ ຂອບອົກຂອບໃຈ ຢ່າງສູງຕໍ່ ທ່ານ ພົນຕີ ຈັນທອງ ສອນຕະອາດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະ ນຳວັດຖຸສິ່ງຂອງດັ່ງກ່າວໄປ ມອບໃຫ້ປະຊາຊົນພາຍໃນບ້ານ ຢ່າງທົ່ວເຖິງ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ