ທະຫານແຂວງສະຫວັນນະເຂດ ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2022-10-04 09:05:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 105 | ຄວາມນິຍົມ:
ທ້າຍເດືອນກັນຍາ 2022, ຫ້ອງພະລາທິການ ທະຫານ ແຂວງສະຫວັນນະເຂດ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2022 ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ວັນທອງ ບຸດສະດາ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງພະລາທິການ ທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ບັນດາພະແນກ ການ ຕະຫຼອດຮອດພະ ນັກງານ-ນັກຮົບພາຍໃນຫ້ອງພະລາທິການ ທະຫານແຂວງສະຫວັນນະເຂດເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ກ່ຳທອງ ໄຊຍະລາດ ຮອງຫົວໜ້າພະແນກແຜນການ ຫ້ອງພະລາທິການ ທະຫານແຂວງ ໄດ້ສະຫຼຸບຄືນບັ້ນເຝິກອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ, ໄລຍະຜ່ານມາເຊິ່ງໄດ້ໃຫ້ຮູ້ວ່າ: ໃນໄລຍະ ການເຝິກອົບຮົມໄດ້ໃຊ້ເວລາ 80 ວັນ ມີຈຳນວນພົນເຂົ້າຮ່ວມ95 ສະຫາຍ, ຍິງ 21 ສະຫາຍ, ເນື້ອໃນອົບຮົມ-ຫັດແອບ ລວມມີ 3 ພາກຄື: ພາກການທະຫານ, ພາກການເມືອງ, ພາກພະລາທິການ-ເຕັກນິກ. ຜ່ານການອົບຮົມ-ຫັດແອບ. ໃນນັ້ນ, ເຫັນວ່າບັນດາພະນັກງານ-ນັກຮົບມີຄວາມເຊື່ອມຊຶມ ແລະ ກຳແໜ້ນເຂົ້າໃຈເຖິງວຽກງານການທະຫານ, ການເມືອງ ເປັນຫຼັກທາງດ້ານທິດສະດີ ແລະ ໄດ້ສົມທົບກັບພາກປະຕິບັດຕົວຈິງ ສາມາດເກັບກຳ ເອົາບົດຮຽນໄດ້ຫຼາຍດ້ານເຂົ້າໃນວຽກງານປະຕິບັດໜ້າທີ່ຕົວຈິງ. ນອກນັ້ນ, ຍັງໄດ້ຕີລາຄາຜົນໄດ້ຮັບໃນການອົບຮົມ-ຫັດແອບຄັ້ງນີ້, ພາກລະບຽບ ເທົ່າກັບ 85%, ພາກກິລາກາຍະກຳ ເທົ່າກັບ 50%, ພາກສິລະປະຍຸດ ເທົ່າກັບ 83%, ພາກຍຸດທະວິທີ ເທົ່າກັບ 65%, ພາກການເມືອງ ເທົ່າກັບ 70% ແລະ ພາກພະລາທິການ-ເຕັກນິກ 70%.
ໂອກາດດັ່ງກ່າວນີ້, ສະຫາຍ ພັນເອກ ວັນທອງ ບຸດສະດາ
ໄດ້ເນັ້ນໜັກເຖິງຄວາມສາມັກຄີ ຂອງພະນັກງານ-ນັກຮົບຢູ່ພາຍ ໃນຫ້ອງພະລາທິການເອົາໃຈໃສ່ດ້ານລະບຽບແບບແຜນ ແລະ ດ້ານວິຊາສະເພາະໃຫ້ບັນລຸເປົ້າ ໝາຍທີ່ຂັ້ນເທິງວາງອອກ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານ ຕົວຈິງໃຫ້ເກີດດອກອອກຜົນ. ສືບຕໍ່ປະຕິບັດທິດທາງແຜນການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກ ນິກໃນປີຕໍ່ໜ້າໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.
ໂດຍ: ໄຂຄຳ ໂອນທະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ