ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ ປິດ​ຊຸດ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2022-10-04 09:05:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ທ້າຍ​ເດືອນກັນຍາ 2022, ຫ້ອງ​ພະລາທິການ​ ທະຫານ ​ແຂວງສະຫວັນ​ນະ​ເຂດ​ ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2022 ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານຂອງ​ສະຫາຍ ພັນ​ເອກ ວັນ​ທອງ ບຸດ​ສະ​ດາ ຮອງ​ຫົວໜ້າ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ພະລາທິການ ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ບັນດາ​ພະແນກ ການ​ ຕະຫຼອດ​ຮອດ​ພະ ນັກງານ-ນັກຮົບ​ພາຍ​ໃນ​ຫ້ອງ​ພະລາທິການ​ ທະຫານ​ແຂວງ​ສະຫວັນ​ນະ​ເຂດ​ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ກ່ຳ​ທອງ ໄຊ​ຍະ​ລາດ ຮອງ​ຫົວໜ້າ​ພະ​ແນກ​ແຜນການ ຫ້ອງ​ພະລາທິການ ທະຫານ​ແຂວງ ໄດ້​ສະຫຼຸບ​ຄືນ​ບັ້ນ​ເຝິກອົບຮົມ-ຫັດ​ແອບ​ການທະຫານ, ການເມືອງ, ພະລາທິການ-ເຕັກນິກ, ໄລຍະ​ຜ່ານ​ມາ​ເຊິ່ງ​​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະ ​ການ​ເຝິກອົບຮົມ​ໄດ້​ໃຊ້​ເວລາ 80 ວັນ ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ95 ສະຫາຍ, ຍິງ 21 ສະຫາຍ, ເນື້ອ​ໃນ​ອົບຮົມ-ຫັດ​ແອບ ລວມ​ມີ 3 ພາກ​ຄື: ພາກ​ການ​ທະຫານ, ພາກ​ການເມືອງ, ພາກ​ພະລາທິການ-ເຕັກນິກ. ຜ່ານ​ການ​ອົບຮົມ-ຫັດ​ແອບ. ໃນ​ນັ້ນ, ​ເຫັນ​ວ່າ​ບັນດາ​ພະນັກງານ-ນັກຮົບ​ມີ​ຄວາມ​ເຊື່ອມ​ຊຶມ ແລະ ກຳ​ແໜ້ນ​ເຂົ້າໃຈ​ເຖິງ​ວຽກ​ງານ​ການ​ທະຫານ, ການເມືອງ ເປັນ​ຫຼັກ​ທາງ​ດ້ານ​ທິດ​ສະ​ດີ ແລະ ໄດ້​ສົມທົບ​ກັບ​ພາກ​ປະຕິບັດ​ຕົວ​ຈິງ ສາມາດ​ເກັບກຳ ເອົາ​ບົດຮຽນ​ໄດ້​ຫຼາຍ​ດ້ານ​ເຂົ້າ​ໃນ​ວຽກ​ງານ​ປະຕິບັດ​ໜ້າທີ່​ຕົວ​ຈິງ. ນອກ​ນັ້ນ, ຍັງ​ໄດ້​ຕີ​ລາຄາ​ຜົນ​ໄດ້​ຮັບ​ໃນ​ການ​ອົບຮົມ-ຫັດ​ແອບ​ຄັ້ງ​ນີ້, ພາກ​ລະບຽບ ເທົ່າ​ກັບ 85%, ພາກ​ກິລາ​ກາ​ຍະ​ກຳ ເທົ່າ​ກັບ 50%, ພາກ​ສິລະ​ປະຍຸດ ເທົ່າ​ກັບ 83%, ພາກ​ຍຸດທະວິທີ ເທົ່າ​ກັບ 65%, ພາກ​ການເມືອງ ເທົ່າ​ກັບ 70% ແລະ ພາກ​ພະລາທິການ-ເຕັກນິກ 70%. ໂອກາດ​ດັ່ງກ່າວ​ນີ້, ສະຫາຍ ພັນ​ເອກ ວັນ​ທອງ ບຸດ​ສະ​ດາ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສາມັກຄີ​ ຂອງ​ພະນັກງານ-ນັກຮົບ​ຢູ່​ພາຍ​ ໃນ​ຫ້ອງ​ພະລາທິການ​ເອົາໃຈໃສ່​ດ້ານ​ລະບຽບ​ແບບແຜນ ແລະ ດ້ານ​ວິຊາ​ສະເພາະ​ໃຫ້​ບັນລຸ​ເປົ້າ ໝາຍ​ທີ່​ຂັ້ນ​ເທິງ​ວາງ​ອອກ, ພ້ອມ​ກັນນຳເອົາ​ບົດຮຽນ​ທີ່​ໄດ້​ຮຽນ​ໃນ​ຄັ້ງ​ນີ້​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ ຕົວຈິງ​ໃຫ້​ເກີດ​ດອກ​ອອກ​ຜົນ. ສືບຕໍ່​ປະຕິບັດ​ທິດ​ທາງ​ແຜນການ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະລາທິການ-ເຕັກ ນິກ​ໃນ​ປີ​ຕໍ່ໜ້າ​ໃຫ້​ໄດ້​ຮັບ​ໝາກຜົນ​ດີ​ຂຶ້ນ​ກວ່າ​ເກົ່າ. ໂດຍ: ໄຂ​ຄຳ ໂອນ​ທະ​ຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ