ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ຈັດ​ຕັ້ງ​ຍິງເປົ້າໝາຍດ້ວຍລູກປືນ​ແທ້
ເວລາອອກຂ່າວ: 2022-10-04 09:09:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:



ໃນ​ວັນ​ທີ 29 ກັນຍາ 2022 ນີ້, ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ​ຈັດຕັ້ງ ​ຍິງເປົ້າໝາຍດ້ວຍ​ລູກປືນ​ແທ້​ບົດ​ກວດກາ​ທ່າ​ຍິງ​ປືນ AKM, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ໄຊ​ພອນ ກໍ​ສົມ​ພູ ຫົວໜ້າ​ຫ້ອງການ​ ກອງ​ບັນຊາ​ການ​ທະ ຫານແຂວງອຸດົມ​ໄຊ, ມີ​ຄະນະ​ພັກ- ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກ​ເຝິກອົບຮົມ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ກອງຄຳ ທຳ​ມະ​ວົງ ຄູ​ປະຈຳວິຊາບົດ​ກວດ ກາ​ທ່າ​ຍິງ​ປືນ AKM ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ການເຝິກແອບ-ຮ່ຳ ຮຽນ​ໃນ​ຄັ້ງ​ນີ້ ແມ່ນ​ການປັບປຸງ​ ກໍ່ສ້າງ​ກຳລັງ​ປະກອບ​ອາວຸດຢູ່​ ຂັ້ນ​ທ້ອງຖິ່ນ​ໃຫ້​ເຂັ້ມແຂງ ແລະ ປະຕິບັດ​ຕາມ​ແຜນການຮຽນ-ການສອນ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ເພື່ອ​ຍົກ​ສູງ​ຄວາມ​ຮູ້​, ຄວາມ​ສາມາດ ແລະ ຄວາມ​ຊຳນິ​ຊຳນານຂອງພະນັກງານ-ນັກຮົບ​ໃນ​ການນຳໃຊ້​ອາວຸດຂອງ ​ເຫຼົ່າ​ຮົບ​ວິຊາ​ສະເພາະ ແລະ ຮັບ ປະກັນ​ສາມາດ​ດັບສູນເປົ້າໝາຍ​ໄດ້​ຕາມ​ລະດັບ​ຄາດໝາຍ, ທັງ​ເປັນ​ການ​ກວດກາຄືນ​ບົດຮຽນ​ທີ່ໄດ້​ຮຽນ​ຜ່ານ​ມາ​ເປັນຕົ້ນແມ່ນ​ ຈັງຫວະ, ການ​ກະທຳຂອງແຕ່​ລະ​ສະຫາຍ​ພ້ອມ​ທັງທວນຄືນ​ ດ້ານ​ສິລະປະ​ຍຸດ-ຍຸດທະວິທີ. ການຈັດຕັ້ງ​ຍິງ​ເປົ້າໝາຍດ້ວຍ ລູກປືນ​ແທ້​ຄັ້ງ​ນີ້​ມີ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມທັງ​ໝົດ 60 ສະຫາຍ, ຍິງ 15 ສະຫາຍ, ມີ 3 ທ່າຍິງ, ໄລຍະ​ຍິງ 100 ແມັດ, ຂັ້ນ​ເກັ່ງ​ມີ 25 ສະຫາຍ, ຂັ້ນ​ກາງ 20 ສະຫາຍ, ຄາດໝາຍ 10 ສະຫາຍ, ສະ​ເລຍ​ຜົນ​ໄດ້​ຮັບ 99,98%. ໂອກາດ​ນີ້, ສະຫາຍ ພັນໂທ ໄຊ​ພອນ ກໍ​ສົມ​ພູ ໄດ້ສະແດງ ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ຜົນສຳເລັດໃນ​ການຈັດຕັ້ງເຝິກແອບຮໍ່າຮຽນ ແລະ ຍິງ​ເປົ້າໝາຍດ້ວຍລູກປືນ ແທ້​ ດ້ວຍ​ຄວາມ​ປອດ​ໄພ​ດີ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ສະຫາຍຈົ່ງ​ ພ້ອມ​ກັນ​ເອົາໃຈໃສ່​ຍົກ​ສູງ​ຕໍ່ ໜ້າ​ທີ່​ການເມືອງ​ຂອງ​ຕົນ, ກຳແໜ້ນ ​ບັນດາ​ທ່າ ແລະ ຈັງ​ຫວະ​ບາດ ກ້າວ​ການ​ເຝິກ​ສິລະປະ​ຍຸດ-ຍຸດ ທະວິທີ​ໃຫ້​ຖືກຕ້ອງ​ຕາມເນື້ອໃນ​ບົດຮຽນ​ເພື່ອ​ໄປ​ຈັດ​ຕັ້ງ​ປະຕິບັດ​ເຮັດ​ໃຫ້​ບັນ​ອົບຮົມ​ຄັ້ງນິ້​ ໄດ້​ຮັບ​ຜົນ​ດີ​ຕາມ​ຄາດໝາຍ​ທີ່ວາງ​ໄວ້, ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ີ່​ວຽກ​ງານ​ຕົວ​ຈິງ. ໂດຍ: ສົມ​ພູນ ທຳ​ມະ​ຕານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ