ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 101 ປະກາດ​ການປັບປຸງການຈັດຕັ້ງ ​ຂັ້ນ​ອົງ​ການ​​ກົມ​ກອງ​ທີ່​ຂຶ້ນ​ກັບ
ເວລາອອກຂ່າວ: 2022-10-04 09:10:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ໃນ​ວັນ​ທີ 28 ກັນຍາ 2022 ນີ້, ໄດ້​ປະກາດ​ການປັບປຸງການ ຈັດຕັ້ງ​ຂັ້ນອົງການ, ກົມ​ກອງທີ່​ ຂຶ້ນ​ກັບ​ກອງພັນ​ໃຫຍ່ 101 ກອງ​ພົນ​ທີ 1, ໂດຍການເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ບຸນຂຸ້ມ ສີຄຳ​ໄຊ ຫົວໜ້າ​ການເມືອງ ກອງ ພັນ​ໃຫຍ່ 101, ມີ​ຄະນະ​ພັກ-ຄະ ນະ​ບັນຊາ, ບັນດາ​ກອງພັນ, ກອງ ຮ້ອຍ​ເອກະລາດ ແລະ ພະນັກ ງານ​ທີ່​ຖືກ​ແຕ່ງຕັ້ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຈັນ​ສະໝອນ ອອນ​ລະດີ ຫົວໜ້າຂະແໜງ​ພະ ນັກງານ ກອງພັນ​ໃຫຍ່ 101 ໄດ້​ ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ ການແຕ່ງ ຕັ້ງ​ຮອງຫົວໜ້າ​ການເມືອງ ກອງ ພັນໃຫຍ່ 101 ອີງ​ຕາມກົດໝາຍ ນາຍທະຫານກອງທັບ​ປະຊາຊົນ ລາວ (ສະບັບ​ປັບປຸງ) ໃນພາກ ທີ 2 ໝວດ ທີ 4 ມາດຕາ 26 ວ່າ​ດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ, ອີງ​ຕາມທິດ​ທາງ​ກ່ຽວກັບ​ການ​ປັບປຸງບູລະນະ​ກົງ ຈັກການຈັດຕັ້ງ​ນຳພາ-ບັນຊາໃນ ກຳລັງ​ປະກອບ​ອາວຸດໃຫ້ເຂັ້ມ ແຂງ ໜັກ​ແໜ້ນ​ຮອບດ້ານ ເພື່ອ ເຮັດສຳເລັດໜ້າທີ່​ປົກ​ປັກຮັກສາ ແລະ ພັດທະນາປະເທດຊາດ. ກະ ຊວງປ້ອງກັນປະເທດຕົກລົງແຕ່ງ ຕັ້ງ ສະຫາຍ ພັນ​ຕີ ລັດດາ​ວັນ ທອງ​ສະຫວັນ ເປັນ​ຮອງຫົວໜ້າ​ການເມືອງ ທັງ​ເປັນຫົວໜ້າພະ ແນກການ​ເມືອງ ກອງພັນ​ໃຫຍ່ 101, ແຕ່ງຕັ້ງ ສະຫາຍ ພັນໂທ ໄມ​ເກດ ແສນ​ສຸວັນ ເປັນ​ຮອງຫົວ ໜ້າພະແນກການເມືອງ ກອງພັນ​ໃຫຍ່ 101 ແລະ ຜ່ານຂໍ້​ຕົກລົງ ວ່າ​ດ້ວຍ ການແຕ່ງຕັ້ງຄະນະ​ບັນ ຊາກອງພັນ 595 ​ກອງພັນ​ໃຫຍ່ 101 ກອງພົນທີ 1, ກົມໃຫຍ່ການ ເມືອງ​ກອງທັບ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນຕີ ບຸນ​ນອງ ພູມໄຊ ​ຍະ​ສີ ເປັນ​ຫົວໜ້າ​ການ​ທະຫານ, ສະຫາຍ ພັນ​ຕີ ພອນສີ ວົງມະນີ ເປັນຮອງຫົວໜ້າຫົວໜ້າການ ເມືອງ, ສະຫາຍ ພັນຕີ ຄຳ​ຫຼ້າ ໂສພາລິດ ເປັນ​ຮອງຫົວໜ້າ​ການ ເມືອງ. ໃນ​ນັ້ນ, ​ຍັງ​ໄດ້​ຜ່ານ​ມະຕິ ຕົກລົງ ວ່າ​ດ້ວຍ ການ​ບົ່ງ​ຕົວ​ແຕ່ງ ຕັ້ງຄະນະ​ພັກຮາກ​ຖານ ແລະ ໜ່ວຍພັກ​ຢູ່​ບັນດາພະແນກການ, ກົມ ​ກອງ ແລະ ຂໍ້ຕົກລົງ​ຂອງ​ ກອງ ພົນ​ທີ 1 ວ່າດ້ວຍ ການແຕ່ງຕັ້ງ​ຮັກສາການ, ຫົວໜ້າຂະແໜງ, ຊ່ວຍວຽກຂະແໜງ, ຄະນະ​ກອງ ຮ້ອຍ​ຢູ່​ກອງພັນໃຫຍ່ 101 ອີກ ​ຈຳນວນ​ໜຶ່ງ. ໂດຍ: ສິນ​ໄຊ ເພັດ​ລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ