ທະຫານເມືອງໂຂງ ສູ້ຊົນສ້າງນັກຮົບວັດທະນະທຳ- ກົມກອງວັດທະນະທຳ ໃຫ້ມີຄຸນນະພາບ
ເວລາອອກຂ່າວ: 2022-10-04 09:11:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ:
ການປັບປຸງກໍ່ສ້າງນັກຮົບວັດທະນະທຳ-ກົມກອງວັດທະ ນະທຳ ແມ່ນວຽກງານໜຶ່ງທີ່ສຳ ຄັນເພື່ອກໍ່ສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິ ວັດ, ມີລະບຽບແບບແຜນທັນສະໄໜ. ໃນຕະຫຼອດໄລຍະທີ່ຜ່ານມາ ກອງບັນຊາການທະຫານເມືອງໂຂງ ແຂວງຈຳປາສັກ ແມ່ນກົມກອງໜຶ່ງທີ່ໄດ້ເປັນເຈົ້າການສຸມໃສ່ປັບປຸງກໍ່ສ້າງກົມກອງ ແລະ ເຮັດວຽກງານການເມືອງຢ່າງຕັ້ງໜ້າ ເຮັດໃຫ້ພະນັກງານ-ນັກ ຮົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ, ມີລະ ບຽບແບບແຜນວິທີເຮັດວຽກທີ່ຖືກຕ້ອງ ແລະ ມີລະບຽບວິໄນເຂັ້ມງວດ, ເຮັດໃຫ້ກົມກອງຖືກຮັບຮອງເປັນກົມກອງພັດທະນາ, ກົມກອງປອດໃສ ປອດໄພ ປອດຄະດີ 1 ສະໄໝ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ໜ່ວຍພັກ ແລະ ສາມາດຮັກສານາມມະຍົດກົມກອງວັດທະນະທຳ-ນັກຮົບວັດທະນະທຳ ເປັນສະໄໝທີ 2 ແລະ ກະກຽມຢັ້ງຢືນຮັບຮອງເປັນສະໄໝທີ 3.
ສະຫາຍ ພັນໂທ ຄຳຜ່ອຍ ທະນະສິດ ຫົວໜ້າການເມືອງ ກອງບັນ ຊາການທະຫານເມືອງໂຂງ ໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ຄະນະພັກ-ຄະນະບັນຊາກົມກອງ ໄດ້ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ 5 ມາດຖານໃນການປັບປຸງກໍ່ສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳຢ່າງເລິກເຊິ່ງ, ໄດ້ແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ, ຄະນະຮັບຜິດຊອບວຽກງານຂະບວນການຕ່າງໆຢ່າງເປັນລະບົບ, ເອົາໃຈໃສ່ປັບ ປຸງກົງຈັກການຈັດຕັ້ງທຸກຂັ້ນໃຫ້ເຂັ້ມແຂງ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບ, ເຄື່ອນ ໄຫວຊຸກຍູ້ຕິດຕາມກວດກາ, ຕີລາ
ຄາ, ແບ່ງປະເພດນັກຮົບວັດທະ ນະທຳ-ກົມກອງວັດທະນະທຳພາຍໃນກົມກອງ, ສະຫຼຸບຖອນ ຖອນບົດຮຽນ ແລະ ລາຍງານຂໍ ທິດຊີ້ນຳຈາກຂັ້ນເທິງເປັນປົກກະ
ຕິອັນໄດ້ເຮັດໃຫ້ພະນັກງານສະ ມາຊິກພັກ-ນັກຮົບມີຄວາມສາ ມັກຄີພາຍໃນແໜ້ນແຟ້ນ, ມີຄວາມຮັບຮູ້ເຂົ້າໃຈ ແລະ ເຫັນໄດ້
ຄວາມໝາຍຄວາມສຳຄັນຂອງ ວຽກງານກໍ່ສ້າງນັກຮົບວັດທະ ນະທຳ-ກົມກອງວັດທະນະທຳ ພ້ອມກັນເປັນເຈົ້າການເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເປັນຂະບວນ
ການຟົດຟື້ນ. ໃນນີ້, ຕໍ່ວຽກງານກໍ່ສ້າງນັກຮົບວັດທະນະທຳ ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ມີແນວຄິດຮັກຊາດ, ຮັກບ້ານເກີດເມືອງນອນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ການຈັດຕັ້ງທຸກຂັ້ນ, ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີນ້ຳໃຈເສຍສະຫຼະທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດລວມຂອງຊາດ ແລະ ຂອງກົມກອງ, ມີຄວາມຕື່ນຕົວປະຕິບັດກົດໝາຍຂອງລັດ, ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ຄຳປະຕິຍານ 8 ຂໍ້, 12 ຂໍ້ຕໍ່ປະຊາຊົນ, ມີການພົວພັນສະໜິດແໜ້ນລະຫວ່າງຂັ້ນລຸ່ມກັບຂັ້ນເທິງ, ປະຊາຊົນບ້ານຮາກ
ຖານອ້ອມຂ້າງກົມກອງຕັ້ງທັບ, ຊຸກຍູ້ໃຫ້ພະນັກງານ-ນັກຮົບ ເຝິກຝົນຫຼໍ່ຫຼອມຕົນເອງເປັນ ຕົ້ນຮຽນການເມືອງ, ການທະ ຫານ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ເຕັກໂນໂລຊີໃໝ່ໆ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ຄວບຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່. ຜ່ານການເຄື່ອນໄຫວໃນ ຂະບວນການວຽກງານຕົວຈິງ ສາມາດຄັດເລືອກໄດ້ນັກຮົບວັດ ທະນະທຳ ກວມເອົາ 89,4%. ກ່ຽວກັບການສ້າງກອງວັດທະ ນະທຳ ໄດ້ປັບປຸງສະຖານທີ່ຄ້າຍ ຄູໃຫ້ເປັນລະບຽບຈົບງາມ, ຖືກ ຕ້ອງຕາມມາດຖານເງື່ອນໄຂກົມ
ກອງວັດທະນະທຳ ທີ່ກົມໂຄສະ ນາອົບຮົມ ກົມໃຫຍ່ການເມືອງກອງທັບວາງອອກ. ໃນນີ້, ໄດ້ນຳພາ-ຊີ້ນຳພະນັກງານ-ນັກຮົບ ສ້ອມແປງ ແລະ ກໍ່ສ້າງຄ້າຍຄູໃຫ້ມີຄວາມແໜ້ນໜາຖາວອນ, ເປັນລະບຽບຮຽບຮ້ອຍ ປະຕິບັດໄດ້ 3 ງາມຄື: ຄ້າຍຄູງາມ, ພະນັກ ງານ-ນັກຮົບງາມ ແລະ ການພົວພັນງາມ ເຊິ່ງຕີລາຄາໄດ້ 90%. ນອກຈາກນີ້, ກົມກອງຍັງມີໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ ເຊິ່ງໄດ້ມີການເຄື່ອນໄຫວສະແດງຮັບໃຊ້ພາຍໃນກົມກອງ ແລະ ບ້ານອ້ອມຂ້າງໃນໂອກາດສຳຄັນຕ່າງໆ ອັນໄດ້ກະຕຸກຊຸກຍູ້ໃຫ້ກຳ ລັງແຮງໃຈແກ່ພະນັກງານ-ນັກ ຮົບ ເຮັດໃຫ້ຊີວິດວັດທະນະທຳໃນກົມກອງມີບັນຍາກາດຟົດຟື້ນ ທັງສ້າງສາຍພົວພັນຄວາມສາມັກຄີລະຫວ່າງກົມກອງກັບປະຊາຊົນບ້ານອ້ອມຂ້າງໃຫ້ນັບມື້ມີຄວາມແໜ້ນແຟ້ນ. ອີກສິ່ງໜຶ່ງທີ່ພົ້ນເດັ່ນ ກໍຄືກົມກອງມີສະຖານທີ່ເພີ່ມພູມ ຜະລິດຜົນທີ່ເໝາະສົມ ໃນການປູກຝັງ-ລ້ຽງສັດ ແລະ ຫັດ ຖະກຳຈັກສານ ສາມາດສ້າງລາຍຮັບ ໄດ້ 170 ລ້ານກວ່າກີບ ເຮັດ ໃຫ້ຊີ
ວິດການເປັນຢູ່ຂອງພະນັກ ງານ-ນັກຮົບນັບມື້ນັບດີຂຶ້ນສາມາດຮັບປະກັນໃຫ້ແກ່ການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ