
ກອງປະຊຸມປຶກສາຫາລື ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ
ເວລາອອກຂ່າວ: 2022-10-05 08:23:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:
ກອງປະຊຸມຄົ້ນຄວ້າປຶກສາຫາລື ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ໄລຍະ 3 ເດືອນທ້າຍປີ 2022 ແລະ ແຜນການປີ 2023
ຂອງກະຊວງປ້ອງກັນປະເທດ, ຈັດຂຶ້ນໃນວັນທີ 4 ຕຸລາ 2022 ນີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ວຽກງານກໍ່ສ້າງຮາກຖານການເມືອງກະຊວງປ້ອງກັນປະເທດ, ມີຄະນະຮັບຜິດຊອບຂັ້ນກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພັນໂທ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກອງເລຂາ, ຄະນະຮັບຜິດຊອບຂັ້ນກະຊວງ ໄດ້ຜ່ານແຜນວຽກງານກໍ່ສ້າງຮາກຖານການເມືອງໄລຍະ 3 ເດືອນທ້າຍປີ 2022 ແລະ ແຜນວຽກປີ 2023, ສຳລັບແຜນການ 3 ເດືອນທ້າຍປີ 2022, ຂົງເຂດວຽກງານກໍ່ສ້າງຮາກຖານການເມືອງ: ຈະສືບຕໍ່ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ທັງທາງເລິກ ແລະ ທາງກວ້າງ ຢູ່ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, 19 ກອງປະຕິ ບັດງານກໍ່ສ້າງຮາກຖານ, 3 ຈຸດສຸມແຂວງໄຊສົມບູນ, ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ, ຈຸດສຸມຜາເຈຍ-ຜາລາແພນ ເມືອງນານ ແຂວງຫຼວງພະບາງ, ຂົງເຂດວຽກງານພັດທະນາພື້ນຖານໂຄງລ່າງ: ຈະສືບຕໍ່ຊຸກຍູ້ບັນດາໂຄງການທີ່ຍັງບໍ່ທັນສຳເລັດຢູ່ 3 ຈຸດສຸມແຂວງໄຊສົມບູນ ເປັນຕົ້ນແມ່ນໂຄງ ການກໍ່ສ້າງເສັ້ນທາງຂຶ້ນພູເບ້ຍ, ເສັ້ນທາງແຕ່ 3 ແຍກທົ່ງຄູນຫາເຂື່ອນໄຟຟ້ານ້ຳງື່ມ 2 ແລະ ສືບຕໍ່ສຳຫຼວດເກັບກຳຂໍ້ມູນສະໜາມບິນເກົ່າເມືອງລ່ອງແຈ້ງ, ຈຸດສຸມບ້ານເພຍລີເກົ່າ ເມືອງລ່ອງແຈ້ງ, ຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ, ເຂດພື້ນທີ່ຍຸດທະສາດກອງຮ້ອຍລາດຊະ ວົງ(ຖ້ຳແມ), ບ້ານດິນແດງ, ບ້ານແກ່ວແວ່ນ, ບ້ານມ້ອງນ້ຳ ເມືອງຊຽງຄໍ້ ແຂວງຫົວພັນ, ບ້ານນາຫອຍປັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອສະ ເໜີລັດຖະບານເອົາເຂົ້າແຜນພັດທະນາ.
ສຳລັບແຜນການເຄື່ອນໄຫວປີ 2023 ຈະສືບຕໍ່ລົງສົມທົບກັບ
ອົງການປົກຄອງບັນດາແຂວງ, ເມືອງ ເພື່ອກຳນົດຈຸດທີ່ຈະພັດ ທະນາ, ລົງກວດກາເກັບກຳຂໍ້ມູນ ຕົວຈິງ ບັນດາບ້ານທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກໃນທົ່ວປະເທດ, ບ້ານພື້ນຖານການປະຕິ
ວັດ, ບ້ານວິລະຊົນໃນຈຳນວນ 42 ບ້ານໃນເຂດທົ່ວປະເທດ, ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, 19 ກອງ
ປະຕິບັດງານກໍ່ສ້າງຮາກຖານ, ພ້ອມທັງກວດກາສັບຊ້ອນ, ປັບ ປຸງໃຫ້ມີຄຸນນະພາບເຂັ້ມແຂງໜັກແໜ້ນ, ກວດກາຊຸກຍູ້ບັນດາຈຸດສຸມພັດທະນາຂອງກະຊວງປ້ອງກັນປະເທດເປັນຕົ້ນແມ່ນ 3 ຈຸດສຸມແຂວງໄຊສົມບູນ, ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ, ຈຸດສຸມຜາເຈຍ-ຜາລຳແພນ ເມືອງນານ ແຂວງຫຼວງພະບາງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ ແລະ ມີຄຸນນະພາບ.
ຈາກນັ້ນ, ຄະນະຮັບຜິດຊອບແຕ່ລະຂົງເຂດວຽກງານ ກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື, ປະກອບ ຄຳຄິດເຫັນຢ່າງກົງໄປກົງມາ ໃສ່ແຜນການວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ 3 ເດືອນທ້າຍປີ 2022 ແລະ ແຜນວຽກປີ 2023, ພ້ອມກັນຖອດຖອນບົດຮຽນດ້ານດີ ແລະ ຊອກວິທີການປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ດີຂຶ້ນກວ່າເກົ່າ, ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນ ນະບົດຮອບດ້ານ ໃນຕໍ່ໜ້ານີ້ໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.
ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ກຳແໜ້ນໜ້າທີ່ການເມືອງຂອງຕົນ, ເພີ່ມທະວີ ຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ຕ້ອງສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ເພື່ອຖອດຖອນເອົາບົດຮຽນດ້ານດີ ແລະ ຊອກໃຫ້ເຫັນບັນຫາທີ່ຍັງຄົງຄ້າງຈະຕ້ອງໄດ້ປັບປຸງແກ້ໄຂ, ພ້ອມກັນນັ້ນ, ກໍສືບຕໍ່ສຳຫຼວດກວດກາ, ເກັບກຳບັນດາຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານໃນຂອບເຂດທົ່ວປະເທດ ສົມທົບກັບບັນດາແຂວງ, ເມືອງ ໃຫ້ມີຄວາມເປັນເອກະພາບກັນ ເພື່ອກຳນົດເປັນແຜນພັດທະນາໃນຕໍ່ໜ້າ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍຢ່າງມີຈຸດສຸມວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານໃຫ້ໄດ້ຮັບໝາກຜົນຕົວຈິງ.
ໂດຍ: ນາງ ຍ້ອມເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ